ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ສາມາດຍິງ ລູກສອນໄຟ ໄວຂຶ້ນ ກວ່າແຕ່ກ່ອນ (ວີດີໂອ)


ຮູບພາບຈາກດາວມທຽມ ຂອງບໍລິສັດ DigitalGlobe ສະແດງໃຫ້ເຫັນ ຖານສົ່ງ Tongchang-ri ທີ່ Sohae ຂອງເກົາຫລີເໜືອ
ຮູບພາບຈາກດາວມທຽມ ຂອງບໍລິສັດ DigitalGlobe ສະແດງໃຫ້ເຫັນ ຖານສົ່ງ Tongchang-ri ທີ່ Sohae ຂອງເກົາຫລີເໜືອ

ຜູ້​ຊ່ຽວຊານສະຫະລັດຄົນ​ນຶ່ງ​ໃຫ້ຂໍສັງເກດ​ວ່າ ເກົາຫລີ​ເໜືອສາ
ມາດ ​ຍິງ​ລູກ​ສອນ​ໄຟ​ລະຍະ​ໄກ ໄດ້ໄວ​ຂື້ນ ​ກວ່າ​ເກົ່າຢ່າງ​ຫຼວງ
ຫຼາຍ ຫລັງຈາກໄດ້ມີ​ການ​ປັບ​ປຸງຖານ​ຍິງຕ່າງໆຂອງຕົນແລ້ວ.

ນັກວິ​ເຄາະ​ຮູບ​ພາບ​ຈາກ​ດາວ​ທຽມ ທ່ານ Nick Hansen ​ໄດ້​
ກ່າວຕໍ່ ວີ​ໂອ​ເອ ພະແນ​ກພາສາ​ເກົາຫລີ ​ໃນ​ອາທິດ​ນີ້​ວ່າ ການ​
ປັບ​ປຸງ ​ຢູ່ຖານ​ສົ່ງດາວ​ທຽມ Sohae ທີ່ຢູ່ແຄມ​ທະ​ເລ​ເຫລືອງ ​
ໄດ້​ຕັດ​ເວລາ​ລົງ​ສອງ​ອາທິດ ຈາກ​ຂັ້ນຕອນ​ທີ່ຕ້ອງໃຊ້​ເວ ລາຢູ່
45 ມື້ນັ້ນ.

​ພຽງຢາງ ບໍ່​ປາກົດ​ວ່າ​ຈະທົດລອງ​ຍິງ​ລູກ​ສອນ​ໄຟ​ລະຍະ​ໄກ ​ໃນ
​ເວລາ​ອັນໃກ້ໆ​ນີ້ແຕ່ຢ່າງໃດ.ຈາກຮູບ​ພາບ ​ທີ່​ທ່ານ​ໄດ້​ຊື້​ຈາກບັນດາບໍລິສັດດາວ​ທຽມ ນັກ
​ຄົ້ນ ຄວ້າ​ທີ່ມະຫາ​ງິທະຍາ​ໄລ JohnHopkins ທ່ານນີ້ກ່າວ​ວ່າ ການ​ກໍ່​ສ້າງ​ກຳລັງ​ດຳ​ເນີນ​ໄປຢູ່ທີ່ບ່ອນ​ສົ່ງນັ້ນ ຈຶ່ງມີທ່າທາງວ່າຈະ​ເຮັດ​ໃຫ້ໃຊ້​ບໍ່​ໄດ້​ເປັນ​ເວລາ​ອີກ​ຫລາຍ​ເດືອນ.

​ແຕ່ໃນ​ວັນ​ພະຫັດ​ວານ​ນີ້ ​ເກົາຫລີ​ໃຕ້ກ່າວ​ວ່າ ​ເກົາຫລີ​ເໜືອໄດ້​ຍິງ​ທົດ​ລອງລູກ​ສອນ​ໄຟ​
ລະຍະ​ໃກ້ສາມ​ລູກ ໄປ​ໃສ່​ທະ​ເລຍີ່ປຸ່ນ.

ບໍ່ດົນຫລັງ​ຈາກການຍິງນີ້ແລ້ວ ​ເກົາຫລີ​ເໜືອເອີ້ນການຊ້ອມລົບໃຊ້ລູກປືນແທ້ ຂອງເກົາຫລີ
​ໃຕ້ ໃກ້ໆເຂດຊາຍແດນທາງທະເລທີ່ມີການຂັດແຍ້ງກັນນັ້ນວ່່າ​ “​ເປັນ​ການ​ທ້າຍທາຍເກາະ
ຜິດ​ທາງ​ທະຫານ​ທີ່​ຮ້າຍແຮງ.”

nokor missile test
please wait
Embed

No media source currently available

0:00 0:00:06 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG