ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສຫລ ຂັບ​ໄລ່​ ນັກ​ການ​ທູດ​​ ເວນີຊູ​ເອລາ 3 ທ່ານ ອອກຈາກ ປະເທດ (ວີດີໂອ)


ພວກທີ່ສະໜັບສະໜູນທ່ານ Maduro ພາກັນຂີ່ລົດຈັກ
ແລະໂບກທຸງຊາດ​ ລົງສູ່ທ້ອງຖະໜົນ
ພວກທີ່ສະໜັບສະໜູນທ່ານ Maduro ພາກັນຂີ່ລົດຈັກ ແລະໂບກທຸງຊາດ​ ລົງສູ່ທ້ອງຖະໜົນ
ສະຫະລັດ​ໄດ້​ຂັບ​ໄລ່​ນັກ​ການ​ທູດເວນີຊູ​ເອລາ 3 ທ່ານ
ນຶ່ງ​ອາທິດຫຼັງ​ຈາກ​ລັດ​ຖະບານເວນີຊູ​ເອລາ ​ໄດ້ຂັບ​ໄລ່​
ນັກ​ການ​ທູດສະຫະລັດອອກຈາກປະ​ເທດ ​ໃນ​ຂໍ້​ຫາສົມ
ຮູ້ຮ່ວມຄິດກັບ​ພວກ​ນັກ​ສຶກສາ​ທີ່ທຳ​ການ​ປະ​ທ້ວງ​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ​ໄດ້​ກ່າວ​ໃນ​ວັນ​ອັງ​ຄານ
​ວານ​ນີ້​ວ່າ ພວກນັກການທູດ ເວນີຊູເອລາ ​ມີເວລາ 48 ຊົ່ວ​
ໂມງ ທີ່ຈະເດີນທາງອອກຈາກສະຫະລັດ.

ເວນີຊູ​ເອລາ ​ແລະສະຫະລັດ ​ບໍ່​ໄດ້​ມີ​ເອກ​ອັກຄະ​ລັດຖະທູດ
​ປະຈຳຢູ່ໃນອີກປະເທດນຶ່ງ ນັບຕັ້ງ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ
​ ​ເຖິງແມ່ນວ່າ ປະເທດທັງສອງຕ່າງກໍ​ຍັງ​ເປີດສະຖານທູດຂອງ ຕົນຢູ່ຕໍ່ມາກໍຕາມ.

​ເຖິງ​ແມ່ນ​ວ່າ​ໄດ້​ມີ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ທັງ​ສອງ​ປະ​ເທດ​ເທື່ອຫຼ້າສຸດນີ້ກໍ​ຕາມ​ ແຕ່ກໍ
ຄາດວ່າ ເວນີຊູ​ເອລາຈະແຕ່ງ​ຕັ້ງເອກ​ອັກຄະ​ລັດຖະທູດ​ໃໝ່ຄົນໃໝ່ຂອງຕົນປະຈຳ
ສະຫະລັດ.
ປະທານາທິບໍດີເວນີຊູ​ເອລາທ່ານ Nicolas Maduro ​ໄດ້​ກ່າວ​ໃນ​ວັນ​ຈັນຜ່ານມາ
ນີ້ວ່າ ທ່ານ ກໍາລັງເລືອກເອກ​ອັກຄະ​ລັດຖະທູດຄົນໃໝ່ຢູ່ ເພື່ອປັບປຸງການສົນທະນາ
ຫາລືກັນ ກັບສະຫະ ລັດ ແລະເພາະວ່າຊາວອາເມຣິກັນພາກັນຄິດວ່າ ຊາວເວນີ
ຊູ​ເອລານັ້ນກໍາລັງຂ້າຟັນລັນແທງ ກັນຢູ່.

ການປະທ້ວງຕໍ່ຕ້ານລັດຖະບານທີ່​ເເກ່ຍາວມາເປັນເວລາ 3 ອາທິດ ໃນເວນີຊູ​ເອລາ
ໄດ້ຍັງ ຜົນໃຫ້ມີຢ່າງໜ້ອຍ 14 ເສຍຊີວິດ ແລະອີກ 150 ຄົນໄດ້ຮັບບາດເຈັບ.
ການປະທ້ວງດັ່ງ ກ່າວນີ້ແມ່ນເປັນການທ້າທາຍທີ່ໃຫຍ່ທີ່ສຸດຕໍ່ທ່ານ Maduro ນັບ​ຕັ້ງ
ແຕ່​ທ່ານ​ຂຶ້ນ​ກໍາ ​ ອໍາ ນາດ ​ໃນເດືອນ​ເມ​ສາຜ່ານ​ມາ​ນີ້.

Venezuelans Divided on Who to Blame for Economic, Social Woes
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ
XS
SM
MD
LG