ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໑ ມີນາ ໒໐໒໕

ສປຊ ຫວັງວ່າ ຈະ​ໄດ້ ໄປຮັບເອົາ ໂຕປະກັນ ໃນມື້ນີ້ (ສະໄລດ໌)


ກໍາລັງ​ຮັກສາ​ສັນຕິພາບສະຫະ​ປະຊາ​ຊາດ ​ຄາດວ່າ ຈະສາມາດ ເຂົ້າໄປຮັບເອົາ ທະຫານຟີລິບປິນ ທີ່ຖືກຈັບເປັນໂຕປະກັນ ໃນວັນເສົາມື້ນີ້
ກໍາລັງ​ຮັກສາ​ສັນຕິພາບສະຫະ​ປະຊາ​ຊາດ ​ຄາດວ່າ ຈະສາມາດ ເຂົ້າໄປຮັບເອົາ ທະຫານຟີລິບປິນ ທີ່ຖືກຈັບເປັນໂຕປະກັນ ໃນວັນເສົາມື້ນີ້
ບັນດາ​ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ຊາດ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ເສັດ​
ສີ້​ນ​ການ​ຈັດ​ແຈ້ງ​ກ່ຽວ​ກັບ​ການ​ປ່ອຍ​ໂຕ ກໍາລັງ​ຮັກສາ​ສັນຕິພາບ
ສະຫະ​ປະຊາ​ຊາດ​ຟິລິບ​ປີນ ທີ່​ຖືກ​ກັກ​ໄວ້​ຢູ່​ເຂດ Golan Height ​
ໂດຍ​ພວກ​ຕໍ່ຕ້ານ​ຊີ​ເຣຍ ​ແລະ​ການມອບ​ໂຕກຳລັງ​ຮັກສາ​ສັນຕິ
ພາບ ຄາດ​ວ່າຈະ​ມີ​ຂື້ນ​ໃນ​ວັນ​ເສົາ​ມື້​ນີ້.

ລົດ​ຂະ​ບວນນຶ່ງ​ຂອງສະຫະ​ປະຊາ​ຊາດ ທີ່ພະຍາຍາມຈະ​ໄປ​ຮັບ
ເອົາ​ກໍາລັງ​ຮັກສາ​ສັນຕິພາບສະຫະ​ປະຊາ​ຊາດ ​ໃນ​ຕອນແລງ​
ຂອງ​ວັນ​ສຸກ​ວານ​ນີ້ ​ໄດ້​ຖືກ​ບັງ​ຄັບ​ໃຫ້​ຖອຍກັບ​ຄືນ ຍ້ອນການ
ຍິງ​ຖະຫລົ່ມ ​ແລະ​ການໂຈມທາງອາກາດ ໂດຍ​ກໍາລັງ​ລັດ​ຖະ
ບານຊີ​ເຣ​ຍ. ໃນ​ເວລາ​ຕໍ່​ມາ ​ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ຊາດກ່າວ​
ວ່າ “ໄດ້​ມີ​ການຈັດ​ແຈງ​ກັບ​ທຸກ​ຝ່າຍແລ້ວ” ເພື່ອ​ໃຫ້​ມີ​ການ​ປ່ອຍ​ໂຕ​ປະກັນ. “​ແຕ່ເນື່ອງ​ຈາກ​ວ່າ ​ເປັນເວລາ​ຂ້ອນ​ຂ້າງ​ເດິກ​ເກີນ​ໄປ ຈຶ່ງ​ພິຈາລະນາ​ກັນວ່າບໍ່​ມີ​ຄວາມ​ປອດ​ໄພ​ພຽງພໍ ທີ່​ຈະ​ສືບ​ຕໍ່​ການ​ປະຕິບັດ​ງານດັ່ງກ່າວ​ນີ້.”

ບັນດາ​ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ດກ່າວ​ວ່າ ​ເຂົາ​ເຈົ້າ​ຫວັງວ່າ​ຈະ​ເສັດ​ສີ້​ນ ​ການປະຕິບັດ​ງານ​ກູ້​ໄພ ​ແລະ​ເຂົ້າ​ໄປເຖິງກໍາລັງ​ຮັກສາ​ສັນຕິພາບ ສະຫະ​ປະຊາ​ຊາດຟິລິບ​ປີນ ​ໃນ​ວັນ​ເສົາ​ມື້​ນີ້.


ການ​ພະ​ຍາມ​ຄັ້ງ​ທໍາ​ອິດ ​ເພື່ອເຂົ້າ​ໄປ​ຮັບ​ເອົາ​ໂຕ​ປະກັນ​ ​ໃນ​ວັນ​ສຸກ​ວານ​ນີ້​ໄດ້​ສີ້​ນສຸດ​ລົງ ​ເວລາ​ຂະ​ບວນລົດ​ຂອງສະຫະປະຊາ​ຊາດຕ້ອງ​ໄດ້​ຖອຍ​ຄືນ​ພາຍ​ໃຕ້​ການ​ລະດົມ​ຍິງ ຫລັງ​ຈາກ​ໄດ້​ໄປ​ເຖິງ​ບ້ານ Jamla ບ່ອນ​ທີ່ໂ​ຕປະກັນ​ຖືກ​ກັກ​ຂັງ​ຢູ່​ນັ້ນ.

ຫົວໜ້າ​ຮັກສາ​ສັນຕິພາບສະຫະ​ປະຊາ​ຊາດ ທ່ານ Herve Ladsous ​ໄດ້​ລາຍ​ງານ​ຕໍ່ສະມາຊິກສະພາ​ຄວາມ​ໝັ້ນຄົງ​ ທີ່​ນະຄອນ​ນິວຢອກ ​ໃນ​ວັນ​ສຸກ​ວານ​ນີ້​ ​ແລະໃຫ້ການ
ຢືນຢັນ​ຕໍ່​ພວກ​ນັກ​ຂ່າວວ່າ ກໍາລັງຊີ​ເຣຍໄດ້ ​ຍິງຖະຫຼົ່ມ ​ແລະ​ຖີ້ມລະ​ເບີດ​ແທ້ ​ໃສ່​ບ້ານ Jamla.
XS
SM
MD
LG