ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຄາດວ່າ ເກົາຫຼີໃຕ້ ແລະ ຍີ່ປຸ່ນ ຈະຈັດການສາຍພົວພັນກັບຈີນ ໃນກອງປະຊຸມສຸດຍອດ ທ່າມກາງຄວາມແຕກຕ່າງທີ່ເພີ້ມຂຶ້ນ


ແຟ້ມພາບ - ນາຍົກລັດຖະມົນຕີຈີນ ທ່່ານ ຫຼີ ຈຽງ, ເຊິ່ງປາກົດໂຕໃນງານເປີດໂຕ ກອງປະຊຸມ China Development Forum 2024 ໃນ ນະຄອນຫຼວງປັກກິ່ງ ວັນທີ 24 ມີນາ, ຈະເປັນໂຕແທນຂອງຈີນ ໃນກອງປະຊຸມສາມຝ່າຍ ທີ່ກຳລັງຈະຈັດຂຶ້ນ.
ແຟ້ມພາບ - ນາຍົກລັດຖະມົນຕີຈີນ ທ່່ານ ຫຼີ ຈຽງ, ເຊິ່ງປາກົດໂຕໃນງານເປີດໂຕ ກອງປະຊຸມ China Development Forum 2024 ໃນ ນະຄອນຫຼວງປັກກິ່ງ ວັນທີ 24 ມີນາ, ຈະເປັນໂຕແທນຂອງຈີນ ໃນກອງປະຊຸມສາມຝ່າຍ ທີ່ກຳລັງຈະຈັດຂຶ້ນ.

ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ສາມ​ຝ່າຍ​ທີ່​ຮວມ​ມີ ​ເກົາຫຼີໃຕ້, ຍີ່ປຸ່ນ, ​ແລະ​ຈີນ​ ໃນ​ທ້າຍ​ອາທິດ​ນີ້​ ຢູ່​ທີ່ນະຄອນຫຼວງໂຊລ, ວໍ​ຊິງ​ຕັນ​ກ່າວ​ວ່າຕົນຄາດຫວັງ​ວ່າກອງປະຊຸມ​ດັ່ງກ່າວ​ຈະ​ເປັນ​ໂອກາດ​ໃຫ້​ສອງ​ປະ​ເທດ​ພັນທະ​ມິດ​ຂອງ​ຕົນ ຈະ​ຈັດການກັບ​ສາຍ​ພົວພັນຂອງພວກເຂົາ​ກັບ​ປັກ​ກິ່ງ.

ໂຄສົກກະຊວງການຕ່າງປະເທດກ່າວວ່າ "ສະຫະລັດ ເຄົາລົບຄວາມສາມາດຂອງ ປະເທດຕ່າງໆໃນການຕັດສິນໃຈກ່ຽວກັບອະທິປະໄຕເພື່ອຜົນປະໂຫຍດສຸູງສຸດຂອງປະຊາຊົນຂອງພວກເຂົາ".

"ເຊັ່ນດຽວກັນກັບທີ່ສະຫະລັດ ດຳເນີນຂັ້ນຕອນໃນການຈັດການຄວາມສຳພັນຂອງ ພວກເຮົາກັບ ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ​ຈີນ ຫຼື PRC ຢ່າງມີຄວາມຮັບຜິດ ຊອບ, ເຊັ່ນ​ດຽວ​ກັບບັນດາຄູ່ຮ່ວມງານ ແລະພັນທະມິດຂອງພວກເຮົາ," ທ່ານ ໂຄສົກໄດ້ກ່າວຢູ່ໃນອີເມລທີ່ສົ່ງເຖິງວີໂອເອພາສາເກົາຫຼີ ໃນວັນທີ 15 ພຶດສະພາທີ່​ຜ່ານ​ມາ.

ກອງ​ປະຊຸມ​ສຸດ​ຍອດຄັ້ງນີ້ ​ມີ​ຂຶ້ນທ່າມກາງ​ຄວາມ​ເຄັ່ງ​ຕຶງທີ່​ເພີ່ມ​ຂຶ້ນລະຫວ່າງ​ວໍ​ຊິງ​ຕັນ ​ແລະ​ປັກ​ກິ່ງ​ ກ່ຽວ​ກັບ​ການ​ຄ້າ ​ແລະ​ຫຼັງ​ຈາກ​ຈີນ​ໄດ້​ຕົກລົງ​ກັບ ຣັດ​ເຊຍ ໃນການ​ສ້າງ​ການຮ່ວມມື "ຍຸກ​ໃໝ່" ​ເພື່ອ​ສ້າງ "ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ໂລກ​ຫຼາຍ​ຂົ້ວ" ໃນລະຫວ່າງການປະຊຸມສຸດຍອດໃນອາທິດທີ່ຜ່ານມາ.

ຄາດວ່າ 3 ​ປະ​ເທດເອເຊຍຕາ​ເວັນ​ອອກ​ດັ່ງ​ກ່າວ ​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດຄັ້ງນີ້ ໃນ​ລະຫວ່າງ​ວັນ​ທີ 26 ຫາ​ວັນ​ທີ 27 ພຶດສະພາ​ນີ້, ​ແຕ່ຍັງບໍ່ທັນໄດ້ມີການປະ ກາດ​ວັນ​ເວລາຢ່າງເປັນ​ທາງ​ການເທື່ອ. ມີການຄາດ​ການວ່າ ນາຍົກລັດຖະມົນຕີ ຈີນທ່ານ ​ຫຼີ​ ຈຽງ​ ຈະ​ເຂົ້າ​ຮ່ວມ​ແທນ​ປະທານ​ປະ​ເທດ​ຈີນ ທ່ານ​ສີ ​ຈິ້ນ​ຜິ​ງ ​ທີ່​ຈະ​ພົບ​ປະ​ກັບ​ປະທານາທິບໍດີ​ ​ເກົາຫຼີ ທ່ານ ຢຸນ ຊຸກ ໂຢລ ​ແລະ ​ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຟູມີໂອະ ກິຊິດະ.

ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ຈະ​ເປັນ​ກອງ​ປະຊຸມ​ສຸດ​ຍອດ​ສາມ​ຝ່າຍ​ຄັ້ງ​ທຳ​ອິດ​ນັບ​ແຕ່​ເດືອນ​ທັນວາ 2019.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG