ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຄາດວ່າ ຈະມີການຮ່ວມ​ມືຫລາຍຂຶ້ນກັບອິນເດຍ ຢູ່ທະເລຈີນໃຕ້


ທ່ານດານຽນ ກຣິສເຕັນບຣິງ ຮອງລັດຖະມົນຕີຕ່າງປະເທດ ສຳລັບເອເຊຍຕາເວັນອອກ ແລະປາຊິຟິກ ລາຍງານຕໍ່ຄະນະກຳມະການສະພາສຳພັນຕ່າງປະເທດ ວັນທີ 28 ກຸມພາ 2023 ທີ່ລັດຖະສະພາ ວໍຊິງຕັນ.
ທ່ານດານຽນ ກຣິສເຕັນບຣິງ ຮອງລັດຖະມົນຕີຕ່າງປະເທດ ສຳລັບເອເຊຍຕາເວັນອອກ ແລະປາຊິຟິກ ລາຍງານຕໍ່ຄະນະກຳມະການສະພາສຳພັນຕ່າງປະເທດ ວັນທີ 28 ກຸມພາ 2023 ທີ່ລັດຖະສະພາ ວໍຊິງຕັນ.

ນັກການທູດສູງສຸດສະຫະລັດ ​ຮັບ​ຜິດ​ຊອບ​ເຂດເອເຊຍຕາເວັນອອກ ທ່ານ​ແດນຽລ ກຣິສເຕັນ
ບຣິງ ໄດ້ກ່າວໃນວັນພຸດວານນີ້ ທ່ານຄາດວ່າ ​ຈະ​ມີ​ການ​ເປັນພາຄີທີີ່ໃຫຍ່ຂຶ້ນ ລະ​ຫວ່າງສະຫະລັດ​ກັບອິນເດຍ ກ່ຽວກັບບັນຫາ​ຕ່າງໆ ຢູ່ໃນທະເລຈີນໃຕ້ ບ່ອນທີ່ຈີນ​ໄດ້​ເປັນ​ຈຸດສູນກາງ​ໃນ​ການ​ຂັດ​ແຍ້ງ​ກ່ຽວ​ກັບດິນແດນຫລາຍແຫ່ງ ກັບບັນດາປະເທດຕ່າງໆຢູ່​ໃນ​ຂົງ​ເຂດ ອີງ​ຕາມ​ລາຍ​ງານ​ຂອງອົງການຂ່າວຣອຍເຕີ.

ສະຫະລັດແລະອິນເດຍ ໄດ້ປະກາດ​ຕົນ​ເອງວ່າ “ເປັນພາຄີ​ທີ່ໃກ້ຊິດທີ່ສຸດຢູ່ໃນໂລກ” ​ເມື່ອອາທິດແລ້ວນີ້ ລະຫວ່າງການຢ້ຽມຢາມຢ່າງເປັນທາງການທີ່ ວໍຊິງ ຕັນ ໂດຍນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດ​ຣາ ໂມດີ ແລະໄດ້ເນັ້ນ ໜັກເຖິງການ​ຢຶດ​ໝັ້ນ​ໃນກົດໝາຍສາກົນ​ເພື່ອ​ແກ້​ໄຂ​ບັນ​ຫາທ້າທາຍ​ຕ່າງໆ​ຕໍ່​ລະບຽບ​ກົດ​ໝາຍທາງທະເລ ຮວມທັງຢູ່ໃນທະເລຈີນໃຕ້.

ສະຫະລັດໄດ້ມອງເຫັນ “​ຢ່າງຈະແຈ້ງ ແລະເພີ້ມ​ທະ​ວີຂຶ້ນ” ​ໃນ​ການ ບີບ​ບັງ​ຄັບ” ຂອງ​ຈີນ ຢູ່ໃນເຂດນານນໍ້າ ທີ່​ມີ​ການ​ຂັດ​ແຍ້ງ​ກັນ ທ່ານກຣິສເຕັນບຣິງໄດ້ກ່າວຕໍ່ສູນກາງຍຸດທະສາດ ແລະການ​ສຶກ​ສາສາກົນ ​ຊຶ່ງ​ເປັນ​ກຸ່ມນັກວິ​ໄຈ ທີ່ວໍຊິງຕັນ.

ເມື່ອ​ມີ​ການ​ຖ​າມ​ວ່າ ອິນເດຍອາດມີບົດບາດເພີິ້ມຂຶ້ນ ຢູ່ໃນທະເລຈີນໃຕ້ ແລະການຮ່ວມມືຫຼາຍຂຶ້ນ ກັບສະຫະລັດ ຢູ່ທີ່ນັ້ນ​ຫຼື​ບໍ່ ທ່ານກຣິສເຕັນບຣິງກ່າວວ່າ “ແມ່ນແລ້ວ” ແລະ​ກ່າວ​ຕື່ມວ່າ ຈະມີການຮ່ວມມືເພີິ້ມຂຶ້ນລະຫວ່າງກຸ່ມອຳ​ນາດ ​ຢູ່ຂົງເຂດ ທີ່​ປະ​ກອບ​ດ້ວຍ ສະຫະລັດ ອິນເດຍ ​ຍີ່ປຸ່ນ ແລະອອສເຕຣເລຍ ທີ່ຮູ້ກັນໃນ​ຊື່ຄວດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG