ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະ​ຫະ​ລັດ ຄາດ​ວ່າ ຈີນ ຈະ​ຂຶ້ນ​ພາ​ສີ ຕອບ​ໂຕ້​ຄືນ


ທີ່​ປຶ​ກ​ສາ​ດ້ານ​ເສດ​ຖະ​ກິດ​ຂອງ ທຳ​ນຽບ​ຂາວ ທ່ານ ແລ​ຣີ ຄຸດ​ໂລ ກ່າວ​ຄຳ​ປາ​ໄສ ຢູ່ກອງ​ປະ​ຊຸມ​ໃຫຍ່​ເຂດ​ສ້າງ​ໂອ​ກາດ ໃນຫ້ອງ​ປະ​ຊຸມ South Court ຂອງ​ຕຶກຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ໄອ​ເຊັນ​ຮາວ​ເອີ້, ຢູ່​ບໍ​ລິ​ເວນ​ທຳ​ນຽບ​ຂາວ. 17 ເມ​ສາ, 2019.
ທີ່​ປຶ​ກ​ສາ​ດ້ານ​ເສດ​ຖະ​ກິດ​ຂອງ ທຳ​ນຽບ​ຂາວ ທ່ານ ແລ​ຣີ ຄຸດ​ໂລ ກ່າວ​ຄຳ​ປາ​ໄສ ຢູ່ກອງ​ປະ​ຊຸມ​ໃຫຍ່​ເຂດ​ສ້າງ​ໂອ​ກາດ ໃນຫ້ອງ​ປະ​ຊຸມ South Court ຂອງ​ຕຶກຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ໄອ​ເຊັນ​ຮາວ​ເອີ້, ຢູ່​ບໍ​ລິ​ເວນ​ທຳ​ນຽບ​ຂາວ. 17 ເມ​ສາ, 2019.

ສ​ະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ​ ຕົນຄາດ​ວ່າ ຈີນ ຈະ​ຕອບ​ໂຕ້​ຄືນ​ດ້ວຍ​ການ
ຂຶ້ນພາສີສິນຄ້າສົ່ງອອກຂອງ ສະຫະລັດ ຫຼັງຈາກປະທານາທິບໍດີ ດໍໂນລ ທຣຳ ໄດ້ຂຶ້ນ
ພາສີຢ່າງຫຼວງຫຼາຍຕໍ່ສິນຄ້າ ຈີນ ທີ່ນຳເຂົ້າມາ ສະຫະລັດ.

ຫົວ​ໜ້າ​ທີ່​ປຶກ​ສາ​ດ້ານ​ເສດ​ຖະ​ກິດຂອງທຳ​ນຽບ​ຂາວ ທ່ານ ແລ​ຣີ ຄຸດ​ໂລ ໄດ້​ກ່າວ​ຕໍ່​ໂທ​
ລະພາບ ຟັອກສ໌ ໃນວັນອາທິດວານນີ້ວ່າ “ທັງສອງຝ່າຍຈະປະສົບຄວາມຫຍຸ້ງຍາກ”
ຈາກສົງຄາມການຄ້າທີ່ຮຸນແຮງຂຶ້ນ ລະຫວ່າງ ສະຫະລັດ ກັບ ຈີນ, ເຊິ່ງເປັນສອງປະ
ເທດທີ່ມີເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກ.

ໃນ ສະ​ຫະ​ລັດ, ທ່ານ​ໄດ້​ກ່າວ​ວ່າ “ບາງ​ທີຜູ້​ທີ່​ຈະໄດ່ຮັບພາ​ລະ​ໜັກໜ່ວງ​ທີ່​ສຸດ” ອາດຈະ
ແມ່ນຊາວນາ ຜູ້ທີ່ຂາຍເມັດໝາກຖົ່ວເຫຼືອງ, ສາລີ ແລະ ເຂົ້າເບລໃຫ້ ຈີນ. ແຕ່ທ່ານໄດ້
ກ່າວວ່າ ລັດຖະບານທ່ານ ທຣຳ “ໄດ້ຊ່ວຍເຂົາເຈົ້າກ່ອນໜ້ານີ້ ກ່ຽວກັບ ການສູນເສຍ
ການສົ່ງອອກ” ດ້ວຍເງິນອຸດໜູນ 12 ຕື້ໂດລາ ແລະ ວ່າ “ຈະເຮັດອີກຄັ້ງນຶ່ງ ຖ້າພວກ
ເຮົາຈຳເປັນ ແລະ ຖ້າຕົວເລກສະແດງໃຫ້ເຫັນວ່າມັນຂາດໄປ.”

ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ທ່ານ ທ​ຣຳ ໄດ້​ຂຶ້ນ​ພາ​ສີຫຼາຍກວ່າ​ສອງ​ທົບ ​ຕໍ່​ສິນ​ຄ້າ​ມູນ​ຄ່າ 200
ຕື້ໂດລາຂອງ ຈີນ, ເປັນການຂະຫຍາຍຈາກ 10 ເປີເຊັນ ຫາ 25 ເປີເຊັນ, ໃນຂະນະ
ດຽວກັນກໍຍັງໄດ້ເຄື່ອນໄຫວຕື່ມເພື່ອເກັບພາສີສິນຄ້າມູນຄ່າ 300 ຕື້ໂດລາຂອງ ຈີນ,
ເຖິງແມ່ນວ່າທ່ານ ຄຸດໂລ ຈະໄດ້ເວົ້າວ່າ ມັນອາດໃຊ້ເວລາຫຼາຍເດືອນ ທີ່ຈະຮູ້ສຶກເຖິງ
ຜົນກະທົບຢ່າງເຕັມທີ່ຂອງພາສີນັ້ນ. ກ່ອນໜ້ານີ້ ຈີນ ໄດ້ເກັບພາສີສິນຄ້າ ສະຫະລັດ
110 ລ້ານໂດລາ ແຕ່ບໍ່ໄດ້ກ່າວວ່າ ເຂົາເຈົ້າອາດຈະທຳການຕອບໂຕ້ຄືນ ຕໍ່ການຂຶ້ນ
ພາສີຄັ້ງຫຼ້າສຸດນີ້ ຂອງທ່ານທ​ຣຳ ແນວ​ໃດ.

ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ລະ​ຫວ່າງ ​ສອງ​ມະ​ຫາ​ອຳ​ນາດ​ເສດ​ຖະ​ກິດ ແມ່ນ​ໄດ້​ດຳ​ເນີນ​
ຂຶ້ນໃນນະຄອນຫຼວງ ປັກກິ່ງ ແລະ ສະຫະລັດ ເປັນເວລາຫຼາຍເດືອນ, ແຕ່ເຂົາເຈົ້າໄດ້
ຢຸດໄວ້ອີກເທື່ອນຶ່ງໃນນະຄອນຫຼວງຂອງ ສະຫະລັດ ເມື່ອວັນສຸກແລ້ວນີ້ ໂດຍບໍ່ມີການ
ບັນລຸຂໍ້ຕົກລົງ.

ທ່ານ ຄຸດ​ໂລ ໄດ້​ກ່າວ​ວ່າ “ພວກ​ເຮົາ​ກຳ​ລັງ​ເຄື່ອນ​ໄຫວ​ໄດ້​ດີ, ການ​ເຈ​ລະ​ຈາຄັ້ງນີ້ມີ​
ຄວາມສ້າງສັນ ແລະ ຂ້າພະເຈົ້າຄິດວ່ານັ້ນແມ່ນຂໍ້ເທັດຈິງ. ພວກເຮົາຈະສືບຕໍ່ທຳການ
ເຈລະຈາດັ່ງກັບ ທີ່ທ່ານປະທານາທິບໍດີໄດ້ແນະນຳໃຫ້.”

ທ່ານ ຄຸດ​ໂລ ໄດ້​ກ່າວ​ວ່າ ທ່ານ ທ​ຣຳ ກັ​ບ​ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ມີ​ຄວາມ​
ເປັນໄປໄດ້ວ່າ ຈະປຶກສາຫາລືກັນ ກ່ຽວກັບ ບັນຫາການຄ້າຢູ່ກອງປະຊຸມສຸດຍອດ
G20 ຢູ່ປະເທດ ຍີ່ປຸ່ນ ໃນທ້າຍເດືອນມິຖຸນານີ້.

ທີ່​ປຶ​ກ​ສາ​ດ້ານ​ເສດ​ຖະ​ກິດ​ຄົນ​ດັ່ງ​ກ່າວ​ ໄດ້​ເວົ້າ​ກ່ຽວ​ກັບ ການ​ກ່າວ​ອ້າງ​ຂອງ ສະ​ຫະ​ລັດ
ອີກເທື່ອນຶ່ງວ່າ ຈີນ ໄດ້ປ່ຽນທ່າທີ ຈາກຂໍ້ຕົກລົງທີ່ໄດ້ບັນລຸກັນ ໃນການເຈລະຈາກ່ອນ
ໜ້ານີ້, ເຮັດໃຫ້ບັນດານັກເຈລະຈາຕ້ອງໄດ້ເຮັດວຽກ “ກ່ຽວກັບ ຫົວເລື່ອງດຽວກັນອີກ
ໃນອາທິດທີ່ຜ່ານມາ.”

ທ່ານ ຄຸດ​ໂລ ໄດ້​ກ່າວ​ວ່າ “ເຈົ້າ​ຈະ​ລືມ​ເລື່ອງນີ້ບໍ່​ໄດ້: ນີ້​ແມ່ນ​ເລື່ອງ​ທີ່​ໃຫຍ່, ມີ​ຂອບ​ເຂດ​
ແລະ ຂະໜາດທີ່ກວ້າງທີ່ສຸດ ທີ່ທັງສອງປະເທດ ເຄີຍມີມາກ່ອນ. ແຕ່ພວກເຮົາຕ້ອງ
ໄດ້ຜ່ານຜ່າຫຼາຍບັນຫາ. ເປັນເວລາຫຼາຍປີມາແລ້ວ, ການຄ້າຂາຍກັບ ຈີນ ແມ່ນບໍ່ຍຸດ
ຕິທຳ, ບໍ່ມີການຕອບແທນກັນ, ບໍ່ດຸ່ນດ່ຽງກັນໃນຫຼາຍກໍລະນີ ທັງ ຜິດກົດໝາຍນຳ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG