ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຄາດ​ວ່າ​ ທ່ານ ບ​ລິງ​ເຄັນ ຈະ​ຕ້ອນ​ຮັບ​ນັກ​ການ​ທູດ​ລະ​ດັບ​ສູງ​ຂອງ ຈີນ ທ່ານ ຫວັງ ຢີ ກ່ອນ​ທ້າຍ​ປີ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ບ​ລິງ​ເຄັນ ຈັບ​ມື​ກັບ​ຜູ້​ອຳ​ນວຍ​ການ​ຂອງ​ຄະ​ນະ​ກຳ​ມາ​ທິດ​ການ ການ​ຕ່າງ​ປະ​ເທດ ຂອງ​ພັກ​ຄອມ​ມູ​ນິ​ສ ຈີນ ທ່ານ ຫວັງ ຢີ ໃນ​ລະ​ຫວ່າງ​ການ​ພົບ​ປະ​ຂອງ​ພວກ​ເພິ່ນ​ໃນ​ນະ​ຄອນຫຼວງ ຈາ​ກາ​ຕ້າ, ອິນ​ໂດ​ເນ​ເຊຍ, 13 ກໍ​ລະ​ກົດ 2023.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ບ​ລິງ​ເຄັນ ຈັບ​ມື​ກັບ​ຜູ້​ອຳ​ນວຍ​ການ​ຂອງ​ຄະ​ນະ​ກຳ​ມາ​ທິດ​ການ ການ​ຕ່າງ​ປະ​ເທດ ຂອງ​ພັກ​ຄອມ​ມູ​ນິ​ສ ຈີນ ທ່ານ ຫວັງ ຢີ ໃນ​ລະ​ຫວ່າງ​ການ​ພົບ​ປະ​ຂອງ​ພວກ​ເພິ່ນ​ໃນ​ນະ​ຄອນຫຼວງ ຈາ​ກາ​ຕ້າ, ອິນ​ໂດ​ເນ​ເຊຍ, 13 ກໍ​ລະ​ກົດ 2023.

ວໍ​ຊິງ​ຕັນ ຄາດ​ວ່າ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ຈະ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງ ຈີນ ທ່ານ ຫວັງ​ ຢີ ໃນ ສະ​ຫະ​ລັດ ກ່ອນ​ທ້າຍ​ປີ, ບໍ່​ວ່າ​ຈະ​ເປັນ​ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ​ (UNGA) ໃນ​ອາ​ທິດ​ໜ້າ ຫຼື ຫຼັງ​ຈາກ​ນັ້ນ, ອີງ​ຕາມ​ການ​ກ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ວັນ​ຈັນ​ວານນີ້.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ແມັດ​ທິວ ມິ​ລ​ເລີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ໃຫ້​ລັດ​ຖ​ະ​ບານ ຈີນ ເວົ້າ​ວ່າ​ ທ່ານ ຫວັງ ຢີ ຈະ​ເຂົ້າ​ຮ່ວມ ຫຼືບໍ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ​ໃນ​ອາ​ທິດ​ໜ້າ. ແນວ​ໃດ​ກໍ່​ຕາມ, ບໍ່​ວ່າ​ມັນ​ຈະ​ເປັນ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ຫຼື ວ່າ​ມັນ​ຈະເປັນຫຼັງ​ຈາກກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ບາງ​ເທື່ອ​ກ່ອນ​ທ້າຍ​ປີນີ້, ມັນ​ຍັງ​ເປັນ​ຄວາມ​ຄາດ​ຫວັງ​ຂອງ​ພວກ​ເຮົາ​ ທີ່​ລັດ​ຖະ​ມົນ​ຕີ ບ​ລິງ​ເຄັນ ຈະ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ຫວັງ ຢີ ຢູ່​ທີ່ນີ້​ໃນສະ​ຫະ​ລັດ.”

ໜັງ​ສື​ພິມ Wall Street Journal, ໄດ້​ອ້າງ​ເຖິງ​ການ​ລາຍ​ງານ​ສັ້ນ​ຂອງ​ຄົນ​ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ, ທີ່​ຖືກ​ລາຍ​ງານ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ ຈີນ ແມ່ນ​ມີ​ແຜນ​ທີ່​ຈະ​ສົ່ງ​ຮອງ​ປະ​ທານ​ປະ​ເທດ ທ່ານ ຮານ ເຊັງ ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ, ແທນ​ທີ່​ຈະ​ສົ່ງ​ທ່ານ ຫວັງ ຢີ ໃນ​ການ​ເດີນ​ທາງ​ທີ່​ກວ້າງ​ຂວາງກວ່າ​ມາ ສະ​ຫະ​ລັດ ດັ່ງ​ທີ່​ໄດ້​ໃຫ້​ສັນ​ຍານ​ກ່ອນ​ໜ້ານີ້.

ການ​ເຕົ້າ​ໂຮມ​ກັນ​ປະ​ຈຳ​ປີ​ຂອງ​ບັນ​ດາ​ຜູ້​ນຳ​ໂລກ​ຈະ​ມີ​ຂຶ້ນຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ເມື່ອ​ວັນ​ອາ​ທິດ​ທີ່​ຜ່ານ​ມາ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ​ທີ່​ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ບໍ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G20 ທີ່​ໃກ້​ຈະ​ມາ​ເຖິງນີ້​ໃນ ອິນ​ເດຍ, ໂດຍ​ກ່າວ​ຕື່ມ​ວ່າ​ທ່ານ​ຈະ​ຕ້ອ​ງ​ “ພົບ​ກັບ​ເພິ່ນ​ໃຫ້​ໄດ້.”

ອ່ານ​ຂ່າວນີ້​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG