ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຄາດວ່າ ຈະຍ້າຍກຳປັ່ນບັນທຸກເຮືອບິນ ທີ່ມີລຳດຽວເທົ່ານັ້ນ ຢູ່ຂົງເຂດເອເຊຍປາຊີຟິກ ໄປເຂດພາກຕາເວັນອອກກາງ


ກໍ່າປັ່ນບັນທຸກເຮືອບິນ USS Ronald Reagan ໄດ້ຖືກສັ່ງໃຫ້ໄປຢູ່ຍີ່ປຸ່ນ ຫລັງຈາກແຜ່ນດິນໄຫວແຮງຂະໜາດ 8.9 ແລະຟອງຊູນາມິ ເພື່ອເອົາການຊ່ວຍເຫລືອດ້ານມະນຸດສະທໍາ ແລະບັນເທົາທຸກ ທີ່ເກີດຈາກໄພພິບັດໄປໃຫ້ແກ່ປະເທດນັ້ນ (ວັນທີ 12 ມີນາ, 2011)
ກໍ່າປັ່ນບັນທຸກເຮືອບິນ USS Ronald Reagan ໄດ້ຖືກສັ່ງໃຫ້ໄປຢູ່ຍີ່ປຸ່ນ ຫລັງຈາກແຜ່ນດິນໄຫວແຮງຂະໜາດ 8.9 ແລະຟອງຊູນາມິ ເພື່ອເອົາການຊ່ວຍເຫລືອດ້ານມະນຸດສະທໍາ ແລະບັນເທົາທຸກ ທີ່ເກີດຈາກໄພພິບັດໄປໃຫ້ແກ່ປະເທດນັ້ນ (ວັນທີ 12 ມີນາ, 2011)

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ, ທ່ານ ລອຍດ໌ ອອສຕິນ (Lloyd Austin) ຄາດວ່າ ໃນວັນພະຫັດມື້ນີ້ ຈະອະນຸມັດໃຫ້ເຄື່ອນຍ້າຍກຳປັ່ນບັນທຸກເຮືອບິນທີ່ມີລຳດຽວເທົ່ານັ້ນ ຢູ່ໃນຂົງເຂດເອເຊຍປາຊີຟິກໄປຫາເຂດພາກຕາເວັນອອກກາງ, ອີງຕາມເຈົ້າໜ້າທີ່ປ້ອງກັນປະເທດສອງທ່ານທີ່ກ່າວຕໍ່ວີໂອເອ.

ບັນດາເຈົ້າໜ້າທີ່ກ່າວວ່າ ການເຄື່ອນຍ້າຍທີ່ບໍ່ຄ່ອຍມີຂຶ້ນ ຂອງກໍ່າປັ່ນ USS Ronald Reagan, ເຊິ່ງປະຈຳການຢູ່ໃນເກາະໂຢໂກຊູກະ (Yokosuka) ຂອງຍີ່ປຸ່ນ ແລະໂດຍປົກກະຕິແລ້ວຈະປະຕິບັດງານຢູ່ທົ່ວຂົງເຂດມະຫາສະໝຸດປາຊີຟິກ, ຈະໄປໃຫ້ການສະໜັບສະໜູນຕໍ່ການຖອນທະຫານຂອງສະຫະລັດອອກຈາກອັຟການິສຖານ, ອີງຕາມພວກເຈົ້າໜ້າທີ່ດັ່ງກ່າວ.

ການຍ້າຍກໍາປັ່ນ USS Ronald Reagan ອາດໝາຍຄວາມວ່າ ສະຫະລັດຈະບໍ່ມີກໍ່າປັ່ນບັນທຸກເຮືອບິນທີ່ຕັ້ງຢູ່ໃນຂົງເຂດນັ້ນຢ່າງໜ້ອຍກໍ່ແມ່ນພາກສ່ວນນຶ່ງຂອງກຳປັ່ນບັນທຸກເຮືອບິນທີ່ຖືກສົ່ງໄປປະຈຳການໃໝ່. ແຕ່ວ່າກຸ່ມປະຕິບັດການໂຈມຕີຂອງກໍາປັ່ນບັນທຸກເຮືອບິນ HMS Queen Elizabeth ຂອງອັງກິດ, ເຊິ່ງເປັນກຳລັງທີ່ຮັບເອົາທະຫານມາຣິນຂອງສະຫະລັດຫຼາຍຮ້ອຍຄົນ ແລະເຮືອບິນອາຍພົ່ນລົບ F-35 ຂອງກອງທັບມາຣິນຫລື Marine Corps ຈຳນວນ 10 ລຳ ດຽວນີ້ກຳລັງເດີນທາງເຂົ້າໄປຢູ່ໃນຂົງເຂດມະຫາສະໝຸດປາຊີຟິກ.

ອີງຕາມຂ່າວອົງການຂ່າວ USNI News, ນີ້ຈະເປັນຄັ້ງທຳອິດທີ່ກຸ່ມປະຕິບັດການໂຈມຕີຂອງກໍ່າປັ່ນບັນທຸກເຮືອບິນ ແລະພາກສ່ວນທີ່ເປັນກອງບິນຂອງກຸ່ມດັ່ງກ່າວທີ່ປະຈຳຢູ່ຍີ່ປຸ່ນ ຈະໄປປະຕິບັດງານຢູ່ໃນພາກຕາເວັນອອກກາງນັບແຕ່ປີ 2003 ມາ, ເມື່ອກຳປັ່ນບັນທຸກເຮືອບິນ USS Kitty Hawk, ເຊິ່ງປັດຈຸບັນເປັນກໍ່າປັ່ນທີ່ປົດປະຈໍາການແລ້ວ ໄດ້ຖືກສົ່ງໄປປະຕິບັດງານຢູ່ໃນເຂດອ່າວເປີເຊຍ ເພື່ອໃຫ້ການສະໜັບສະໜູນທາງອາກາດແກ່ສົງຄາມໃນອີຣັກ.

ທໍານຽບຫ້າແຈໄດ້ກ່າວເລື້ອຍໆວ່າ ຕົນກຳລັງເອົາໃຈໃສ່ພາກພື້ນອິນໂດ-ປາຊີຟິກຫຼາຍຂຶ້ນກວ່າເກົ່າໂດຍໃຫ້ສອດຄ່ອງກັບຍຸດທະສາດປ້ອງກັນຊາດປີ 2018, ເຊິ່ງເຮັດໃຫ້ການແຂ່ງຂັນທີ່ເກືອບທຽບເທົ່າກັນກັບຈີນ ແລະຣັດເຊຍນັ້ນ ເປັນບູລິມະສິດອັນດັບນຶ່ງຂອງຕົນ.

ແຕ່ການປະກາດຂອງປະທານາທິບໍດີ ໂຈ ໄບເດັນໃນເດືອນເມສາທີ່ຜ່ານມາວ່າສະຫະລັດຈະຖອນທະຫານຂອງຕົນ ອອກຈາກອັຟການິສະຖານ ໃນວັນທີ 11 ກັນຍາ ແມ່ນໄດ້ເພີ່ມຄວາມຕ້ອງການໃຫ້ມີກໍາປັ່ນບັນທຸກເຮືອບິນສືບຕໍ່ປະຈໍາຢູ່ໃນເຂດພາກຕາເວັນອອກກາງ ເພື່ອໃຫ້ການສະໜັບສະໜູນທາງອາກາດເພີ່ມເຕີມ.

ກຳປັ່ນບັນທຸກເຮືອບິນ USS Ronald Reagan ຈະໄປແທນກໍາປັ່ນບັນທຸກເຮືອບິນ USS Dwight D. Eisenhower, ເຊິ່ງໄດ້ຖືກສົ່ງໃຫ້ໄປປະຕິບັດງານມາໄດ້ສາມເດືອນກວ່າແລ້ວ. ບັນດາເຈົ້າໜ້າທີ່ບໍ່ໄດ້ໃຫ້ການຢືນຢັນວ່າ ກໍາປັ່ນບັນທຸກເຮືອບິນ USS Dwight D. Eisenhower ຈະຢູ່ໃນຂົງເຂດດັ່ງກ່າວດົນປານໃດ ຫລັງຈາກກໍາປັ່ນທີ່ໄປປ່ຽນໄດ້ໄປເຖິງແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG