ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຂະຫຍາຍສິດ ໃຫ້ຊາວອົບພະຍົບ ອັຟການິສຖານ ມາຕັ້ງຖິ່ນຖານໃໝ່ໃນ ສຫລ ເພີ້ມຂຶ້ນ


ທ່ານ ອັບດຸນ ວາຮິດ ໂຟໂຣຊານ, ອະດີດນັກແປພາສາສໍາລັບກອງທັບສະຫະລັດໃນອັຟການິສຖານ, ເຂົ້າຮ່ວມໂດຍ ຄຣິສ ເພີດີ, ຜູ້ຈັດການໂຄງການ ທະຫານສໍາລັບຄວາມຝັນຂອງຊາວອາເມຣິກາ (Veterans for American Ideals) ໃນການຊຸມນຸມເພື່ອຮຽກຮ້ອງໃຫ້ການຍົກຍ້າຍພັນທະມິດຊາວອັຟການິສຖານໄປຕັ້ງຖິ່ນຖານໃໝ່, ວັນທີ 1 ກໍລະກົດ, 2021
ທ່ານ ອັບດຸນ ວາຮິດ ໂຟໂຣຊານ, ອະດີດນັກແປພາສາສໍາລັບກອງທັບສະຫະລັດໃນອັຟການິສຖານ, ເຂົ້າຮ່ວມໂດຍ ຄຣິສ ເພີດີ, ຜູ້ຈັດການໂຄງການ ທະຫານສໍາລັບຄວາມຝັນຂອງຊາວອາເມຣິກາ (Veterans for American Ideals) ໃນການຊຸມນຸມເພື່ອຮຽກຮ້ອງໃຫ້ການຍົກຍ້າຍພັນທະມິດຊາວອັຟການິສຖານໄປຕັ້ງຖິ່ນຖານໃໝ່, ວັນທີ 1 ກໍລະກົດ, 2021

ສະຫະລັດໄດ້ປະກາດໃນວັນຈັນວານນີ້ວ່າຕົນ ກຳ ລັງຂະຫຍາຍສິດໃນການຍົກຍ້າຍຊາວອົບພະຍົບຈາກອັຟການິສຖານຜູ້ທີ່ອາດຈະມີຄວາມສ່ຽງຕໍ່ການແກ້ແຄ້ນຂອງພວກຕາລີບານຍ້ອນມີການພົວພັນກັບໜ່ວຍງານຂອງສະຫະລັດ.

ກະຊວງການຕ່າງປະເທດກ່າວວ່າຊາວອັຟການິສຖານຫຼາຍພັນຄົນແລະສະມາຊິກໃນຄອບຄົວຂອງເຂົາເຈົ້າທີ່ໄດ້ເຮັດວຽກໃຫ້ລັດຖະບານສະຫະລັດ, ໂຄງການທີ່ໄດ້ຮັບການສະໜັບສະໜູນຈາກສະຫະລັດ, ພາລະກິດດ້ານການທະຫານຂອງອົງການເນໂຕ້, ຫຼືສື່ມວນຊົນຫຼືອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານທີ່ຕັ້ງຢູ່ໃນສະຫະລັດ ໃນປະຈຸບັນແມ່ນມີສິດໄດ້ຮັບການຍົກຍ້າຍເຂົ້າມາຢູ່ໃນ ສະຫະລັດ.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານແອນໂທນີ ບລິງເກັນ (Antony Blinken) ກ່າວຕໍ່ບັນດານັກຂ່າວໃນວັນຈັນວານນີ້ວ່າ ສະຫະລັດມີ “ຄວາມຮັບຜິດຊອບພິເສດຕໍ່ບຸກຄົນເຫຼົ່ານີ້. ພວກເຂົາເຈົ້າຢືນຢູ່ຄຽງຂ້າງກັບພວກເຮົາ; ພວກເຮົາຈະຢືນຢູ່ຄຽງຂ້າງກັບເຂົາເຈົ້າ.”

ທ່ານກ່າວວ່າຊາວອັຟການິສຖານທີ່ເຮັດວຽກຮ່ວມກັບສະຫະລັດ ຫຼືຄູ່ຮ່ວມງານກັບ ສາກົນຕັ້ງແຕ່ປີ 2001 ເປັນຕົ້ນມາ “ກຳລັງປະເຊີນກັບຄວາມຢ້ານກົວຢ່າງຮຸນແຮງ, ຖືກການກົດຂີ່ຂົ່ມເຫັງ ຫຼືການແກ້ແຄ້ນຄືນທີ່ມີແນວໂນ້ມຈະຂະຫຍາຍຕົວອອກຂະນະທີ່ກຳລັງທະການປະສົມກໍາລັງຖອກອອກຈາກປະເທດໄປ.”

ການເຄື່ອນໄຫວດັ່ງກ່າວມີຂຶ້ນໃນຂະນະທີ່ສະຫະລັດກໍາລັງຢຸດເຊົາການໃຫ້ທະຫານປະຈໍາຢູ່ໃນອັຟການິສຖານພາຍຫຼັງໄດ້ຢູ່ທີ່ນັ້ນໄດ້ເກືອບ 20 ປີ.

ທ່ານບລິງເກັນ ຍອມຮັບວ່າໂຄງການທີ່ຂະຫຍາຍອອກເປັນ “ສິ່ງທ້າທາຍທາງດ້ານການທູດ, ການຂົນສົ່ງ ແລະດ້ານການຈັດຕັ້ງດໍາເນີນເອກະສານຫລາຍ,” ແຕ່ກໍກ່າວວ່າ, “ພວກເຮົາຮັບຜິດຊອບຕໍ່ຄູ່ຮ່ວມງານອັຟການິສຖານຂອງພວກເຮົາຢ່າງເລິກເຊິ່ງຈິງຈັງ.”

ຖະແຫຼງການຂອງກະຊວງການຕ່າງປະເທດສະຫະລັດສະບັບນຶ່ງກ່າວວ່າ ການເຂົ້າເຖິງໂຄງການຮັບເອົາຊາວອົບພະຍົບຂອງສະຫະລັດ“ ເປັນກົນໄກທີ່ສຳຄັນທີ່ສຸດ ເພື່ອໃຫ້ການປົກປ້ອງແກ່ບຸກຄົນເຫຼົ່ານີ້” ແລະເປັນການຕອບໂຕ້ຕໍ່ກັບລະດັບຄວາມຮຸນແຮງທີ່ເພີ້ມຂຶ້ນຂອງກຸ່ມຕາລີບານໃນອັຟການິສຖານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG