ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຖອນພະນັກງານ ແລະອັດ ສະຖານທູດ ໃນ ລີເບຍ (ວີດີໂອ)


lybia
please wait
Embed

No media source currently available

0:00 0:00:33 0:00

lybia

ສະຫະລັດ ໄດ້​ປິດ​ສະຖານທູດ​ຂອງ​ຕົນ ​ທີ່ລີີເບຍ​ ​ເປັນ​ການຊົ່ວ
ຄາວ ​ແລະ​ໄດ້​ຍົກ​ຍ້າຍ ພະນັກງານ​ໄປ​ຢູ່​ປະ​ເທດ​ເພື່ອນ​ບ້ານ
ຕູ​ນິ​ເຊຍ ​ຍ້ອນ​ການສູ້​ລົບກັນຢ່າງ​ໜັກ ຢູ່​ໃກ້​ກັບ​ສະຖານທູດ ​
ໃນ​ເມືອງ​ຫລວງ​ Tripoli.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ຕົນ​ໄດ້ໂຈະ
ການ​ປະ​ຕິ​ບັດ​ງານ ຂອງສະຖານທູດ​ໄວ້ ຍ້ອນ “ຄວາມຮຸນ​
ແຮງທີ່​ດຳ​ເນີນ​ຢູ່​ຕໍ່​ມາ ລະ​ຫວ່າງພວກ ທະຫານ​ບ້ານ​ລີ​ເບຍ.”

ຢູ່​ໃນ​ຄຳ​ຖະ​ແຫລ​ງວັນ​ເສົາ​ວານ​ນີ້ ກະຊວງ​ການ​ຕ່າງປະ​ເທດ
ຍັງ​ໄດ້​ສະ​ເໜີ​ໃຫ້ ພົນລະ​ເມືອງ​ສະຫະລັດ ​ໃນ​ລີ​ເບຍ ເດີນ
ທາງອອກ​ຈາກ​ປະ​ເທດ​ໄປ​ໂດຍທັນ​ທີ.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ກ່າວ​ວ່າ ຄວາມ​ຮຸນ​ແຮງຢ່າງ​ບໍ່​
ເລືອກ​ໜ້າລະຫວ່າງພວກ​ທະຫານ​ບ້ານ ກຳລັງ​ເກີດ​ຂື້ນ​ຢູ່​ໃນ​ນະຄອນ ຫລວງ​ລີ​ເບຍ. ທ່ານ​
ກ່າວ​ວ່າ ເຖິງ​ແມ່ນ​ວ່າຄວາມ​ຮຸນ​ແຮງໃນTripoli ບໍ່​ໄດ້​ແນ ໃສ່ສະຖານທູດ ​ແຕ່ມັນ​ກໍ​ເປັນ
​ການສ່ຽງ​ຕໍ່ “ອັນຕະລາຍຢ່າງ​ທີ່​ສຸດ” ຕໍ່​ບັນດາ​ພະນັກງານ.

ທ່ານ Kery ​ໄດ້​ຖະ​ແຫລ​ງຈາກ ນະຄອນ​ປາຣີ ​ໃນ​ວັນ​ເສົາ​ວານ​ນີ້ ບ່ອນ​ທີ່​ທ່ານໄດ້ພົບ​ປະ​
ກັບ​ບັນດາ​ນັກ​ການ​ທູດ ກ່ຽວ​ກັບ​ບັນຫາຂັດ​ແຍ້​ງ ອິສຣາ​ແອ​ລ-ປາ​ແລ​ສ​ໄຕ​ນ໌.

​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ກະຊວງຕ່າງປ​ະ​ເທດ ​ເທິ​ກີ ກໍປະກາດ​ວ່າ ຕົນ​ໄດ້​ໂຈະ ການ​ປະ​ຕິ​ບັດ​ງານ​ຢູ່ສະຖານທູດ​ຂອງ​ຕົນ ​ໃນ Tripoli ​ແລະ​ຍົກຍ້າຍ ພົນລະ​ເມືອງເທິ​ກິ ຫລາຍ​ກ່ວາ
500 ຄົນ​ ​ໄປ​ຍັງ Tunisia.

​ໃນ​ຫວ່າງບໍ່​ເທົ່າ​ໃດ​ອາທິດ​ທີ່​ຜ່ານ​ມາ ພວກທະຫານ​ບ້ານທີ່​ຄູ່​ສັດຕູ​ກັນ ໄດ້​ທຳ​ການ​ຕໍ່ສູ້ກັນ
ເພື່ອຄວບ​ຄຸມ​ເດີ່ນ​ບິນ Tripoli ໃນ​ການ​ສູ້​ລົບ​ກັນທີ່​ຮຸນ​ແຮງທີ່​ສຸດ​ບັ້ນ​ນຶ່ງ ນັບ​ແຕ່ອະດີດ​ຜູ້
ນຳ Moammar Gadhafi ​ໄດ້​ຖືກໂຄ່ນ​ລົ້ມ ໃນ​ປີ 2011.

XS
SM
MD
LG