ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ແລະຢູໂຣບ ບັນລຸ ການຕົກລົງ ແບ່ງປັນຂໍ້ມູນ ສະບັບໃໝ່


​ກຳ​ມາທິ​ການ​ຍຸຕິ​ທຳຢູ​ໂຣບ ​ທ່ານ​ນາງ Vera Jourova ກ່າວຕໍ່ ຄະນະກຳມະການຍຸຕິທຳ ທີ່ສະພາຢູໂຣບ.
​ກຳ​ມາທິ​ການ​ຍຸຕິ​ທຳຢູ​ໂຣບ ​ທ່ານ​ນາງ Vera Jourova ກ່າວຕໍ່ ຄະນະກຳມະການຍຸຕິທຳ ທີ່ສະພາຢູໂຣບ.

ສະຫະລັດ ​ແລະ ສະຫະພາບ​ຢູ​ໂຣບ ​ໄດ້​ຕົກລົງ​ກັນ​ຄັ້ງ​ໃໝ່ ກ່ຽວ
​ກັບ​ກົດ​ລະບຽບ ສົ່ງ​ຂໍ້​ມູນ​ຂ້າມມະຫາ​ສະມຸດ Atlantic ຫລັງ​ຈາກ
ສານ​ຢູ​ໂຣບ ​ໄດ້​ປະຕິ​ເສດ ​ບໍ່​ເຫັນ​ດີ​ ກັບ​ຂໍ້​ຕົກລົງ​ເທື່ອ​ກ່ອນ ​ໃນ
ເດືອນຕຸລາ ຜ່ານ​ມາ.

​ກຳ​ມາທິ​ການ​ຍຸຕິ​ທຳຢູ​ໂຣບ ​ທ່ານ​ນາງ Vera Jourova ​ໄດ້​ປະ
ກາດ​ການ​ເຄື່ອນ​ໄຫວ​ດັ່ງກ່າວໃນ​ວັນ​ອັງຄານ​ວານ​ນີ້ໂດຍ​ກ່າວ​ວ່າ
ທ່ານ​ນາງ ຄາດ​ວ່າ ການ​ຕົກລົ​ງນີ້ຈະ​ມີ​ຜົນບັງຄັບໃຊ້​ປະມານ​ສາມ​
ເດືອນ​ຂ້າງ​ໜ້າ​. ທ່ານ​ນາງ​ກ່າວ​ວ່າ ການ​ຕົກລົງ​ນີ້ເປັນ​ຂີດໝາຍ
ເທຶຶ່ອທຳ​ອິດທີ່ສະຫະລັດ ​ໄດ້​ໃຫ້ສະຫະພາບ​ຢູ​ໂຣບ “ການຄໍ້າ
ປະກັນທີ່​ມີ​ຜົນ​ບັງຄັບ”
ວ່າ​ບັນດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະນະ ສາມ​າດ​
ເຂົ້າ​ໄປ​ຫາຂໍ້​ມູນສ່ວນບຸກຄົນ ຈະ​ມີ​ຂອບ​ເຂດກະຈ່າງ​ແຈ້ງ ການ​ຄຸ້ມ​ຄອງ ​ແລະ​ການ​ເຝົ້າ
ດູ​ແລ​.

ລັດຖະມົນຕີ​ກາ​ນຄ້າ ສະຫະລັດ ທ່ານ​ນາງ Penny Pritzker ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ
​ວັນ​ອັງຄານວານ​ນີ້​ວ່າ ການ​ຕົກ​ລົງເປັນ “ສູນ​ກາງ ການ​ຄ້າຂ້າມມະຫາ​ສະ​ເມຸດ​ອັດ​ລັງ​ຕິກ”
​ແລະ​ຍັງໃຫ້​ສັນຍານ​ເຖິງ​ຄວາມ​ໃກ້ຊິດ​ຂອງສາຍສຳພັນ ລະ​ຫວ່າງສະຫະລັດກັບຢູ​ໂຣບ.

ການ​ຕົກລົງ​ນີ້ໄດ້​ອະນຸຍາດ​ໃຫ້​ມີ​ການ​ທົບ​ທວນ​ປະຈຳ​ປີ​ໃນອັນ​ທີ່​ທັງ​ສອງ​ຝ່າຍ​ສາມາດ
ແກ້​ໄຂກ່ຽວ​ກັບການ​ຂົ່ມ​ຂູ່ໃດໆກໍ​ຕາມ​ຕໍ່​ຄວາມ​ລັບ​ສ່ວນ​ໂຕ.

ພວກ​ຕິຕຽນ​ຕໍ່​ຂໍ້​ຕົກ​ລົງ ທີ່​ຮ້ອງ​ວ່າ “ປ້ອງ​ກັນ​ຄວາມ​ລັບ” ກ່າວ​ວ່າ ບໍ່​ໄດ້​ປະຕິບັດ​ຢ່າງ​ເປັນ
​ການ​ພຽງພໍ ​ເພື່ອ​ປ້ອງ​ກັນ​ຂໍ້​ມູນ ຂອງປະຊາຊົນຊາວ​ຢູ​ໂຣບ ​ແລະ​ໄດ້​ເຕືອນ​ວ່າ ​ເລື້ອງ​ດັ່ງ
ກ່າວ​ອາດກັບ​ຄືນມາສິ້ນ​ສຸດ​ລົງຢູ່​ທີ່ສານ.

ຂໍ້​ຕົກລົງ​ປ້ອງ​ກັນ​ຄວາມ​ລັບ ​ແມ່ນທົດ​ແທນ​ຂໍ້​ຕົກລົງທີ່​ມີອາຍຸ 15 ປີ ທີ່​ຮູ້​ກັນໃນ​ນາມ
“ບ່່ອນຫລົບ​ລີ້ປອດ​ໄພ” ທີ່​ໄດ້ຖືກ​ປະຕິ​ເສດ ໃນເດືອນ​ຕຸ ລາຜ່ານ​ມາ ຫລັງ​ຈາກ​ສານ​
ຢູ​ໂຣບ ​ໄດ້​ຕັດສິນວ່າ ຂໍ້​ຕົກລົງ​ນີ້​ບໍ່​ສະ​ເໜີ​ປ້ອງກັນ​ຄວາມ​ລັບຢ່າງ​ພຽງຕໍ່​ຊາວ​ຢູ​ໂຣບ.

EU US Data Sharing
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG