ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຢູໂຣບ ອະທິບາຍ ກົດລະບຽບ ເຮັດທຸລະກິດ ກັບອີຣ່ານ


ຜູ້ແລກປ່ຽນນັບເງິນໂດລາສະຫະລັດ ຢູ່ນະຄອນເຕຫະຣ່ານ ປະເທດອີຣ່ານ.
ຜູ້ແລກປ່ຽນນັບເງິນໂດລາສະຫະລັດ ຢູ່ນະຄອນເຕຫະຣ່ານ ປະເທດອີຣ່ານ.

ສະຫະລັດ ​ແລະ​ພັນທະ​ມິດ​ທີ່​ສຳຄັນ 3 ປະ​ເທດ​ໃນ​ຢູ​ໂຣບ ປະກອບ​ມີ​ອັງກິດ ຝຣັ່ງ ​ແລະ​ ເຢຍຣະມັນ ກ່າວ​ວ່າ ຕົນ​ຕ້ອງການ​ທີ່​ຈະ​ລຶບລ້າງ​ຄວາມ​ບໍ່​ຊັດ​ແຈ້ງໃດໆ​ກໍ​ຕາມ ກ່ຽວ​ກັບ​ ວ່າມີການລົງທຶນ ​ແລະ​ເຮັດ​ທຸລະ​ກິດ​ແນວ​ໃດ​ແດ່ທີ່​ໄດ້​ຮັບ​ອະນຸຍາດ ຫລັງ​ຈາກ​ໄດ້​ມີ​ການ​ ເຊັນ​ຂໍ້​ຕົກລົງ​ນິວ​ເຄລຍກັນ​ແລ້ວ.

ພວກ​ເຮົາ​ຂໍ​ຊຸກຍູ້​ໃຫ້​ບໍລິສັດ​ທັງຫລາຍ​ສອບ​ຖາມ​ໄດ້​ກັບລັດຖະບານ​ຂອງ​ພວກ​ເຮົາ ​ເພື່ອ​ ແກ້​ໄຂ​ບັນຫາ​ຂ້ອງ​ໃຈ​ທີ່​ຍັງ​ມີ​ຢູ່​ແທນ​ທີ່​ຈະ​ປະປ່ອຍ​ໃຫ້​ໂອກາດ​ຫລຸດ​ລອຍ​ໄປ ຍ້ອນ​ມີ​ການ ​ເຂົ້າ​ໃຈ​ຜິດ​ຫຼືຂາດ​ຂໍ້​ມູນ​ພຽງພໍ ອີງ​ຕາມ​ຄຳ​ຖ​ະ​ແຫຼງຂອງ​ກະຊວງ​ຕ່າງ ປະ​ເທດ​ໃນ​ວັນ ​ພະຫັດ​ວານ​ນີ້.

ສະຫະລັດ ​ແລະ​ສະຫະພາບ​ຢູ​ໂຣບ​ ໄດ້​ຍົກ​ເລີກ​ການ​ລົງ​ໂທດ​ເກືອບ​ທັງ​ໝົດ​ຕໍ່​ອີ​ຣ່ານ​ໃນ ​ເດືອນ​ມັງກອນ​ຜ່ານ​ມາ ຫລັງ​ຈາກ​ເຕຫະຣ່ານ​ໄດ້​ຕົກລົງ​ທີ່​ຈະ​ຫລຸດຜ່ອນ ​ໂຄງການ​ນິວ ​ເຄລຍຂອງ​ຕົນ.

​ແຕ່​ແນວ​ໃດ​ກໍ​ຕາມ ການ​ລົງ​ໂທດ​ບາງ​ຢ່າງ​ຍັງ​ມີ​ຜົນ​ບັງຄັບ​ຢູ່ ຮວມທັງ​ການ​ລົງໂທດ​ທີ່​ພົວ ພັນ​ໃນ​ດ້ານ​ສິດທິ​ມະນຸດ​ແລະ​ບັນຫາ​ການ​ກໍ່​ການ​ຮ້າຍ.

ພວກ​ທຸລະ​ກິດ​ຈຳນວນ​ນຶ່ງ​ຍັງ​ມີ​ຄວາມ​ບໍ່​ແນ​ໃຈ​ ກ່ຽວ​ກັບ​ວ່າ​ມີຫຍັງ​ແດ່​ທີ່ໄດ້​ຮັບ​ອະນຸຍາດ ແລະ​ບໍ່​ໄດ້​ຮັບ​ອະນຸຍາດໃຫ້​ເຮັດ​ໄດ້ ​ແລະ​ດ້ວຍ​ເຫດ​ນີ້ຈຶ່ງ​ບໍ່​ເຂົ້າ​ໄປ​ລົງ ທຶນ​ແລະ​ເຮັດ​ການ​ ຄ້າ​ກັບ​ອີຣ່ານ.

ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ ຕົນ​ພ້ອມ​ແລ້ວ​ທີ່​ຈະ​ສະໜອງ​ຂໍ້​ແນະນຳ​ແລະໃຫ້​ຄວາມ​ ກະ​ຈ່າງ​ແຈ້ງ​ຢ່າງ​ວ່ອງ​ໄວ.

ມັນ​ເປັນ​ຜົນ​ປ​ະ​ໂຫຍ​ດຂອງ​ເຮົາ ​ແລະ​ຂອງ​ປະຊາ​ຄົມນາໆ​ຊາດ ທີ່​ຈະ​ໃຫ້ການ​ຄ້ຳປະກັນ ​ວ່າ ​ແຜນການ​ປະຕິບັດ​ງານ​ຮ່ວມ​ຮອບດ້ານ​ຫຼື JCPOA ​ເຮັດ​ວຽກ​ໃຫ້​ຜູ້​ທີ່​ເຂົ້າ​ຮ່ວມ​ທຸກໆ ​ຝ່າຍ ຮວມທັງ​ໃຫ້​ຜົນ​ປະ​ໂຫຍ​ດ​ແກ່​ປະຊາຊົນ​ຊາວ​ອີຣ່ານ.

ສະຫະລັດ​ກ່າວ​ວ່າ ນີ້​ແມ່ນ​ຮວມທັງ​ການ​ນຳ​ສະ​ເໜີ​ຄືນ​ບັນດາ​ທະນາຄານ ​ແລະ​ທຸລະ​ກິດ ​ຂອງ​ຢູ​ໂຣບ​ໃນ​ອີ​ຣ່ານອີກ.

ອ່ານຂ່າວນີ້ເ້ພີ້ມເປັນພາສາອັງກິດ

iran
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG