ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິກິດການການເງິນ ກໍາລັງຄຸກຄາມ ທັງສອງຝັ່ງຂອງແອຕແລນຕິກ (ເບິ່ງວີດີໂອພາສາອັງກິດ)


Sudanka na sjeveroistoku Sudana, u blizini obale Plavog Nila, iz impriviziranog bunara crpi vodu za kućne potrebe. (Photo submitted by Anas Issa Ali to VOA Photo Contest)
Sudanka na sjeveroistoku Sudana, u blizini obale Plavog Nila, iz impriviziranog bunara crpi vodu za kućne potrebe. (Photo submitted by Anas Issa Ali to VOA Photo Contest)

ເວລານີ້ ວິກິດການການເງິນຢູ່ໃນທັງສອງຝັ່ງມະຫາສະມຸດອັດ​ແລນຕິກ ກໍາລັງຮ້າຍແຮງຂຶ້ນ ນັບມື້. ແລະຢູ່ທີ່ສະຫະລັດນີ້ ກໍມີຄວາມເປັນຫ່ວງເພີ່ມທະວີຂຶ້ນນັບມື້ວ່າ ປະທານາທິບໍດີ ບາຣັກ ໂອບາມາ ແລະສະພາຄອງແກຣສ ຈະບໍ່ສາມາດຕົກລົງກັນໄດ້ ໃນເລຶ່ອງ​ເພີ່ມ​ຂີດ​ຈໍາກັດ​ສູງສຸດຂອງໜີ້ສິນຂອງລັດຖະບານ ເພື່ອຫລີກລ່ຽງການຜິດສັນຍາຈ່າຍໜີ້ສິນຂອງ ລັດຖະບານກາງນັ້ນ. ທອງ​ປານມີເລຶ່ອງນີ້ມາສະເໜີທ່ານ.

ວິກິດການການເງິນຂອງປະເທດກຣີສໄດ້​ຄອບ​ງໍາ​ໄປທົ່ວພາກພື້ນຢຸໂຣບ ເປັນເວລາຫລາຍ
ອາທິດ ​ແລະ ໄດ້ກໍ່ໃຫ້ເກີດການເດີນຂະບວນປະທ້ວງຢ່າງ​ຮຸນ​ແຮງ​ເປັນບາງ​ຄັ້ງ ແລະການ
ນັດຢຸດງານທີ່​ໄດ້​ມີເລື້ອຍໆ ເພື່ອປະທ້ວງການຕັດການໃຊ້ຈ່າຍຂອງລັດຖະບານ ແລະຂຶ້ນ
ພາສີ ທີ່ແນເປົ້າໝາຍໃສ່​ເພື່ອ​ຫລີກ​ລ່ຽງການຜິດສັນຍາຊໍາລະໜີ້ຈໍານວນມະຫາສານຂອງ
ລັດຖະບານກຣີສນັ້ນ. ບັດນີ້ ມີຄວາມເປັນຫ່ວງຂຶ້ນຕາມມາວ່າ ວິກິດການໜີ້ສິນອາດຈະ
ລຸກລາມໄປເຖິງອິຕາລີ ແລະສະເປນໄດ້.

ສ່ວນສະຫະລັດກໍປາກົດວ່າ ກໍາລັງດິ້ນຮົນກັບບັນຫາທາງດ້ານການເງິນຂອງຕົນເອງເຊັ່ນ
ກັນ. ບັນຫາທ້າທາຍຫລ້າ​ສຸດຂອງສະຫະລັດ ກໍຄືການເພີ່ມລະດັບໜີ້ສິນຂອງລັດຖະບານ
ຂຶ້ນ ເພື່ອຫລີີກລ່ຽງການຜິດສັນຍາຊໍາລະ​ໜີ້.

ພວກອົງການຕ່າງໆທີ່ຈັດລະດັບຄວາມ​ໜ້າ​ເຊື່ອ​ຖື​ດ້ານສິນ​ເຊື່ອ​ຫລື​ເຄຣດິດ​ ແມ່ນກໍາລັງຂົ່ມ
ຂູ່ທີ່​ຈະ​ລົດ​ລະດັບ​ເຄຣດິດ​ຂອງສະຫະລັດລົງ ອັນເປັນຂ່າວຮ້າຍສໍາລັບພວກປະເທດແລະ
ທະນາຄານທັງຫລາຍ​ໃນ​ຢຸໂຣບ ທີ່ກໍາພັນ​ທະ​ບັດຂອງສະຫະລັດ​ໄວ້ໃນມູນຄ່າຫລາຍກວ່າ
700 ພັນລ້ານໂດລາ ໂດຍມີທະນາຄານ​ແຫ່ງ​ຊາດຂອງ​ອັງກິດ ຫລື Bank of England
ຢູ່ລະດັບໜ້າ ຕິດຕາມດ້ວຍສະວິດເຊີແລນດ໌ ແລະຝຣັ່ງ. ການລົດ​ລະດັບ​ຄວາມ​ໜ້າ​ເຊື່ອ​ຖື
​ລົງດັ່ງກ່າວນັ້ນ ກໍຈະພາ​ໃຫ້​ມູນ​ຄ່າພັນທະບັດເຫລົ່ານັ້ນ ຕົກ​ຕໍ່າລົງໄປນໍາ ຊື່​ງອາດ​ສາມາດ
ສ້າງຄວາມສັບສົນວຸ້ນວາຍອັນໃຫຍ່ຫລວງ ໃນຕະຫລາດການເງິນໂລກ​ໄດ້.

ທ່ານ ອຽນ ເບກ (Iain Begg) ນັກຄົ້ນຄວ້າທີ່ໂຮງຮຽນການເສດຖະກິດທີ່​ກຸງລອນດອນ
ຫລື London School of Economics ກ່າວວ່າ ບັນຫາຂອງພາກພື້ນຢຸໂຣບ ໂຮມທັງ
ບັນຫາຢູ່ໃນສະຫະລັດນັ້ນ ແມ່ນຈະສົ່ງຜົນກະທົບຢ່າງມະຫາສານ ຕໍ່ເສດຖະກິດໂລກ.
ທ່ານ Iain Begg ​ເວົ້າ​ວ່າ:

“ມັນບໍ່​ແມ່ນຜົນກະທົບຮອບທໍາອິດຈາກ​ບັນຫາຂອງ​ທັງ​ສອງຝ່າຍທີ່​ຈະ​ຮ້າຍ​ແຮງ ແຕ່ມັນ
ແມ່ນຜົນ​ສະທ້ອນ​ທີ່​ຈະ​ຕິດຕາມ​ມາຕໍ່ຈາກເຫດການນັ້ນ ທີ່ພວກເຮົາອາດຈະເອີ້ນ​ໄດ້ວ່າ
ຜົນກະທົບຄື້ນຟອງສຸນາມິ ທີ່​ມາ​ຈາກ​ແຜ່ນດິນໄຫວຄັ້ງ​ທໍາ​ອິດ ທີ່ຈະ​ຮ້າຍ​ແຮງ​ຢ່າງ​ໃຫຍ່ ຂະໜາດທີ່ຂ້າພະເຈົ້າຄິດວ່າ ຈະເຮັດໃຫ້ການຟື້ນຕົວຄືນຂອງ​ເສດຖະກິດເສຍຫລັກແລະ
ພາໃຫ້ໂລກຕົກ​ຢູ່​ໃນສະພາວະຖອຍຫລັງ ອີກເທື່ອໃໝ່ກໍ​ເປັນ​ໄປໄດ້.”

ທ່ານ ເບກ ກ່າວຕໍ່ໄປວ່າ ບໍ່ວ່າມັນຈະອອກມາເປັນແບບໃດກໍຕາມ ມັນຈະບໍ່ແມ່ນເລຶ່ອງ
ງ່າຍໆ ສໍາລັບທະວີບໃດນຶ່ງທີ່ຈະຟື້ນຕົວຄືນໄດ້. ທ່ານ ເບກ ກ່າວ​ວ່າ:

“ຢູ່ທັງສອງຟາກຝັ່ງຂອງມະຫາສະມຸດອັດ​ແລນຕິກນັ້ນ ພວກເຮົາເຫັນແບບແປກໆຂອງ
ເສດຖະກິດການເມືອງແບບດຽວກັນ ທີ່ພະຍາຍາມຈະຊອກ​ຫາວ່າ ຜູ້ໃດເປັນຜູ້ຮັບຜິດ
ຊອບ ແມ່ນໃຜຄວນຈະ​ເອົາ​ມາດຕາ​ການ​ອັນ​ຮຸນ​ແຮງ​ນັ້ນກ່ອນໝູ່ ແມ່ນໃຜຄວນຈະໄດ້ຮັບ
ຄວາມເຈັບປວດ ຈາກການແກ້ໄຂບັນຫາ ​ໂດຍທີ່ຮູ້ວ່າຜູ້ໃດຜູ້ນຶ່ງຕ້ອງ​ເປັນ​ຜູ້ໄດ້ຮັບຄວາມ ເຈັບປວດ​ນັ້ນ.”

ອັນຕະລາຍທີ່ເກີດຂຶ້ນຈາກ ວິກິດການໜີີ້ສິນທີ່ຊໍ້າ​ເຮື້ອຂອງພວກປະເທດທີ່ໃຊ້ເງິນຢູໂຣນັ້ນ ແມ່ນໄດ້ເນັ້ນຍໍ້າໃຫ້ເຫັນໃນອາທິດນີ້ ​ໃນ​ຂະນະ​ທີ່ພວກເຈົ້າໜ້າທີ່ລັດຖະບານແລະທະນາ
ຄານພານິດຕ່າງໆ ຍັງຄົງແຕກແຍກກັນຢູ່ ກ່ຽວກັບ​ແຜນການກອບກູ້ໜີ້ສິນຂອງກຣີສ ທີ່
​ພວກ​ປະ​ເທດ​ເຫລົ່າ​ນັ້ນ​ໄດ້ສະ​ເໜີ​ຂຶ້ນ​ມາ​ແຂ່ງ​ກັນ​ນັ້ນ.

ການຕັດສິນໃຈ​ແມ່ນເປັນກຸນແຈ​ໄປ​ສູ່​ຄວາມ​ສໍາ​ເລັດ ໃນການປ້ອງກັນວິກິດການໜີ້ສິນຂອງ
ຂົງເຂດ ບໍ່ໃຫ້ລາມໄປປະເທດອື່ນໆ.

ທ່ານ ສະຕູ​ອາຕ ​ເຟລມມິ່ງ ​ເວົ້າ​ວ່າ “ໂຣກຕິດຕໍ່ແບບນີ້ ມັນຍາກຫລາຍທີ່​ສຸດທີ່ຈະຄວບ ຄຸມໄດ້”

ທ່ານ ສະຕູ​ອາຕ ​ເຟລມມິ່ງ (Stewart Fleming) ນັກຄົ້ນຄວ້າປະ​ຈໍາ​ອົງການ​ Chatham
House ກ່າວວ່າ ສະຫະພາບຢຸໂຣບ ຄວນຈະເຄຶ່ອນໄຫວຢ່າງຕັ້ງໜ້າ​ແຂງ​ຂັນຫລາຍກວ່ານີ້ ເພື່ອປ້ອງກັນວິກິດການການເງິນຂອງ​ກຣີສ ບໍ່​ໃຫ້​ສ້າງ​ຄວາມ​ເສຍ​ຫາຍໃຫ້ແກ່ເຂດໃຊ້ເງິນຢູໂຣ
ນັ້ນ. ທ່ານ ​ເຟລມມິ່ງ ກ່າວຕໍ່ໄປ​ວ່າ

“ວິກິດການໜີ້ສິນທີ່ຮ້າຍແຮງນັ້ນ ແມ່ນຈະສ້າງຄວາມຫາຍະນະໃຫ້ແກ່ການເສດຖະກິດ
ຂອງພາກພື້ນຢຸໂຣບ ແລະເກືອບວ່າແນ່ນອນ ​ແມ່ນຈະນໍາໄປສູ່ການແຕກຫັກລົງ​ຂ​ອງຂົງ​
ເຂດ​ທີ່​ໃຊ້ເງິນຕາດຽວ​ກັນ​ນີ້. ສະ​ນັ້ນ ມັນຈຶ່ງເປັນການສໍາຄັນຫລາຍ ທີ່ວ່າພາກພື້ນຢຸໂຣບ
ຈະຕ້ອງຄວບຄຸມໜີ້ສິນຂອງຕົນໄວ້​ໃຫ້ໄດ້.”

ບໍ່ວ່າຮູບການມັນຈະອອກມາແບບໃດກໍຕາມ ຢູ່ໃນສະຫະລັດແລະພາກພື້ນຢຸໂຣບ ແຕ່ສິ່ງນຶ່ງ
ທີ່ພວກນັກເສດຖະສາດສ່ວນຫລາຍເຫັນພ້ອມນໍາກັນນັ້ນ ກໍແມ່ນວ່າ ເວລາກໍາລັງຈະໝົດໄປ
ແລ້ວສໍາລັບການຄວບຄຸມໂຣກຕິດຕໍ່ທາງ​ດ້ານ​ການ​ເງິນຂອງຍຸກສະ​ໄໝໃໝ່ຂອງພວກເຮົານັ້ນ.

XS
SM
MD
LG