ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ການເຕີບໂຕຊ້າລົງໃນຢູໂຣບ ເພິ່ມຄວາມຫຍຸ້ງຍາກ ໃຫ້ແກ່ບັນຫາໜີ້ສິນ (ເບິ່ງວີດີໂອລາວ/ອັງກິດ)


ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ກັບນາຍົກລັດຖະມົນຕີເຢຍລະມັນ ທ່ານນາງ Angela Merkel, ປະຊຸມກັນເພື່ອຫາທາງອອກ ແກ່ບັນຫາໜີ້ສິນຂອງຢູໂຣບ ທີ່ທໍານຽບປະທານາທິບໍດີຝຣັ່ງ Elysee Palace ຢູ່ນະຄອນຫລວງປາຣີ, ວັນທີ 16 ສິງຫາ 2011.

ລາຍງານຂ່າວໃນອາທິດແລ້ວນີ້ເວົ້າວ່າ ການເຕີບໂຕຂອງເສດຖະກິດໃນ 17 ປະເທດ ທີ່ໃຊ້ ເງິນຢູໂຣ ໄດ້ຊັກຊ້າລົງໄປຫລາຍໃນລະຫວ່າງເດືອນເມສາແລະເດືອນມິຖຸນາຜ່ານມາ. ພວກ ນັກເສດຖະສາດກ່າວວ່າ ການເຕີບໂຕຢ່າງຝຶດເຄືອງຂອງເສດຖະກິດຂອງພາກພື້ນຢຸໂຣບ ໃນໄຕມາດທີສອງນັ້ນ ແຮ່ງເຮັດໃຫ້ບັນຫາໜີ້ສິນຂອງຂົງເຂດໜັກໜ່ວງຂຶ້ນໄປອີກ. ຂະນະ ດຽວກັນ ພວກນັກຊ່ຽວຊານກ່າວວ່າ ການເຕີບໂຕຊ້າລົງໃນຢຸໂຣບ ອາດສາມາດສົ່ງຜົນ ກະທົບຮ້າຍແຮງໃຫ້ແກ່ເສດຖະກິດຂອງສະຫະລັດໄດ້ເຊັ່ນກັນ. ດາຣາ ມີເລຶ່ອງນີ້ມາສະເໜີ.

ຄວາມ​ເປັນ​ຫ່ວງ​ທີ່​ມີ​ມາຢ່າງ​ບໍ່​ລົດ​ລະ ກ່ຽວ​ກັບ​ເສດຖະກິດ​ທີ່​ຂະຫຍາຍ​ໂຕຊ້າ​ລົງ​ໃນ​ຢຸ​ໂຣບນັ້ນ
ໄດ້ເຮັດ​ໃຫ້​ລາຄາ​ຫຸ້ນທີ່​ຕະຫລາດ​ຫຸ້ນ Wall Street ​ຂອງ​ສະຫະລັດ ທີ່ຖີບ​ໂຕ​ສູງ​ຂຶ້ນເປັນ
ເວລາສາມ​ມື້ລຽນຕິດ​ນັ້ນ ຕົກ​ຮວບ​ລົງ​ໃນ​ທັນ​ໃດ ​ເມື່ອ​ອາທິດ​ຜ່າ​ນມາ.

ປະ​ເທດ​ເຢຍລະ​ມັນ ຊຶ່ງ​ຖື​ກັນ​ວ່າ ​ເປັນ​ອໍານາດ​ໃຫຍ່​ທາງ​ເສດຖະກິດ​ໃນ ​ເຂດ​ເງິນ​ຢູ​ໂຣ ຫລື
ຢູ​ໂຣ​ໂຊນ ທີ່ມີ​ສະມາ​ຊິກ 17 ປະ​ເທດ​ນັ້ນ ມີ​ອັດຕາ​ການ​ຂະຫຍາຍ​ໂຕ​ແຕ່​ພຽງ 1 ສ່ວນ 10
ຂອງ 1% ຫລື .10 ເທົ່າ​ນັ້ນ ​ໃນ​ໄຕ​ມາດ​ທີ​ສອງ.

ທ່ານ Jeffrey Sica ຈາກບໍລິສັດ Sica Wealth Management
ທ່ານ Jeffrey Sica ຈາກບໍລິສັດ Sica Wealth Management

ທ່ານ Jeffrey Sica ຜູ້​ຈັດການ​ບໍລິສັດ​ຄຸ້ມ​ຄອງຄວາມ​ຮັ່ງມີ Sica ກ່າວ​ວ່າ ການ​ເຕີບ​ໂຕ​ທີ່​ອ່ອນແອ​ຂອງ​ເຢຍລະມັນ ມີ​ແຕ່​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ບັນຫາ​ໜີ້​ສິນຂອງ​ພາກ​ພື້ນ​ຢຸ​ໂຣບ ​ເພີ່ມ​ຂຶ້ນ​ເທົ່າ​ນັ້ນ. ທ່ານ​ກ່າວ​ຕໍ່​ໄປ​ວ່າ:

ຄວາມ​ຮູ້ສຶກທົ່ວ​ໄປນັ້ນ​ກໍ​ແມ່ນ​ວ່າ ຖ້າ​
ຫາກ​ເສດຖະກິດ
ຂອງເຢຍລະມັນ ຊຶ່ງ
ເປັນ​ເສດຖະກິດ​ທີ່​ເຂັ້ມ​ແຂງ
ກ່ວາ​ໝູ່
ນັ້ນ ​ຢຸດ
ສະ​ງັກ ບໍ່​ໄປ​ບໍ່​ມາແລ້ວ ພວກ
ເສດຖະກິດ
ທີ່ອ່ອນແອທີ່​ສຸດນັ້ນ​ຈະ​
ເປັນ​ຢ່າງ​ໃດ? ຂ້າພະ​ເຈົ້າຄິດ​ວ່າ​ຈໍາ
ນວນ​ເງິນ​ທີ່ຢູ່​ໃນ​ລະບົບ​ທະນາຄານ​ໃນ​ທະນາຄານ​ຕ່າງໆ​ຂອງ​ຢຸ​ໂຣບ ໂດຍ​ສະ​ເພາະ
ສະ​ເປ​ນ
ແລະອິຕາ​ລີນັ້ນ ແມ່ນ​ຈະບັ່ນ​ທອນພວກ​ເສດ​ຖະກິດ​ເຫລົ່າ​ນັ້ນ ຢ່າງ​ຊ້າໆ.

ການ​ອອກ​ມາຮຽກຮ້ອງ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບກັນຫລາຍ​ຂຶ້ນ​ທາງ​ເສດຖະກິ​ດ​ແລະ​ການ​ເມືອງຂອງທ່ານ​ນາງ Angela Merkel ນາຍົກລັດຖະມົນຕີ​ເຢຍລະມັນ ​ແລະ​ທ່ານ Nicholas Sarkozy ປະທານາທິບໍດີ​ຝຣັ່ງ ​ເມື່ອ​ວັນ​ອັງຄານອາທິດ​ແລ້ວ​ນີ້​ ບໍ່​ໄດ້ຊ່ວຍ​ລະງັບ ​ຄວາມ​ເປັນ​ຫ່ວງ​ນັ້ນເລີຍ.

ຄລິກບ່ອນນີ້ເພື່ອເບິ່ງວີດີໂອພາສາລາວ ຫລືບ່ອນ mp4 ຫລື wmv ຂ້າງເທິງຂວາມື

ທ່ານ Robert Halver ນັກວິ​ເຄາະຊາວ​ເຢຍລະ​ມັນ ​ກ່າວ​ວ່າ ພວກ​ນັກ​ລົງ​ທຶນຢາກ​ຮູ້​ວ່າ ບັນດາ​ຜູ້​ນໍາ​ ​ອີຢູ ຫລື​ສະຫະພາບໂຣບ ມີ​ແຜນການ​ຈະ​ແກ້​ໄຂເລຶ່ອງນີ້​ແບບ​ໃດ​ ​ໃນ​ປັດຈຸບັນ​. ທ່ານ​ກ່າວ​ວ່າ:

“ການ​ອອກ​ກົດໝາຍ​ໄລ​ຍະ​ຍາວ​ຈະ​ດີ​ຢູ່ ​ແຕ່ເຮົາ​ກໍ​ຕ້ອງເອົາ​ໃຈ​ໃສ່ເລຶ່ອງການ​ແກ້​ ໄຂບັນຫາ​ໃນ​ໄລຍະ​ສັ້ນນັ້ນ​ກ່ອນ.

ຢູ່​ໃນ​ສະຫະລັດ ລາຍ​ໄດ້​ທີ່​ເຂັ້ມ​ແຂງ​ຂອງ​ພວກບໍລິສັດ​ໃຫຍ່ໆ​ ​ໄດ້ຊ່ວຍ​ໃຫ້​ຄວາມ​ເປັນ​ຫ່ວງ​ບາງຢ່າງ​ເບົາບາງ​ລົງ​ກ່ຽວ​ກັບ​ລາຄາ​ຫຸ້ນທີ່ Wall Street. ​ແຕ່ທ່ານ Jeffrey Sica ກ່າວ​ວ່າ ຊາວ​ອະ​ເມຣິກັນ​ພາກັນ​ບໍ່​ເອົາ​ຫົວຊາ​ຕໍ່ສະຖານະ​ການໃນ​ພາກ​ພື້ນ​ຢຸ​ໂຣບ ຊື່​ງ​ເປັນ​ການ ສ່ຽງ​ກັບ​ອັນຕະລາຍຕໍ່ ໂຕ​ເຂົາ​ເຈົ້າເອງ. ທ່ານ​ກ່າວ​ຕື່ມ​ວ່າ:

“ເຖິງ​ແມ່ນ​ວ່າ ມີທ່າ​ທີເມີນ​ເສີຍ ຫລືບາງ​ຄັ້ງ​ບາງ​ຄາວ ຮອດບໍ່​ຮູ້​ເມື່ອ​ໂຕ​ເລີຍ ຢູ່ໃນ​ປະ​ເທດ​ນີ້ ກ່ຽວ​ກັບພາກ​ພື້ນ​ຢຸ​ໂຣບນັ້ນ​ກໍ​ຕາມ ແຕ່​ວ່າ​ເມື່ອ​ໃດ​ທີ່ມີຫລາຍຄົນ​ຂຶ້ນ ທີ່ມອງເຫັນຄວາມ​ກາງ​ຕໍ່​ຊຶ່ງ​ກັນ​ແລະ​ກັນ ໃນລະຫວ່າງພວກທະນາຄານ​ຢຸ​ໂຣບ ກັບທະນາຄານສະຫະລັດນັ້ນ​ແລ້ວ ເມື່ອນັ້ນ ເຂົາ​ເຈົ້າກໍ​ຈະ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ໜັກໜ່ວງ​ຂຶ້ນ​ເທົ່າ​ນັ້ນ.

ຖ້າ​ຫາກ​ວ່າ​ວິ​ກິດ​ການ​ໜີ້​ສິນ​ຂອງ​ພາກ​ພື້ນ​ຢຸ​ໂຣບ​ແຜ່ລາມ​ ກາຍປະ​ເທດ ກຣີສ​ ແລະປໍ​ຈຸ​ກາລ ອອກ​ໄປ​ ພວກ​ນັກວິ​ເຄາະ​ກ່າວ​ວ່າ ພວກ​ປະ​ເທດ​ອື່ນໆທີ່​ມີ​ໜີ້ສິນ​ຖ້ວມ​ຫົວ​ຄື​ກັນ ​ເຊັ່ນ ອິຕາ​ລີ​ແລະ​ສະ​ເປ​ນນັ້ນ​ ກໍ​ອາດ​ຈະມີ​ບັນຫາເລຶ່ອງກູ້​ຢືມ​ເງິນ. ​ດອ​ກ​ເບັ້ຍ​ທີ່​ສູງ​ຂຶ້ນ​ ອາດເຮັດ​ໃຫ້ບໍ່​ສາມາດ​ຊໍາລະ​ໜີ້​ສິນໄດ້ ​ແລະ​ອາດ​ກໍ່​ໃຫ້ເກີດ​ວິ​ກິດ​ການ​ດ້ານ​ທະນາຄານອີກ​ບັ້ນ​ນຶ່ງ​ກໍ​ໄດ້ ຊຶ່ງ​ໃນ​ທີ່​ສຸດ​ກໍ​ຈະສົ່ງ​ຜົນໃຫ້ເສດຖະກດໂລກ​ ຕົກ​ຢູ່​ໃນ​ສະພາວະ​ຖອຍ​ຫລັງ​ ອີກຄັ້ງນຶ່ງ​.

ທ່ານ Sica ກ່າວ​ຕື່ມ​ວ່າ ພວກ​ຕະຫລາດການ​ເງິນທັງຫລາຍ​ເບິ່ງ​ຊົງ​ຈະ​ຕົກ​ຢູ່​ໃນ​ສະພາບ​ຂາດທຶນ ​ໄປ​ຕະຫລອດ​ປີ​ນີ້ ເວັ້ນ​ເສ​ຍ​ແຕ່​ວ່າ ພວກ​ຜູ້​ນໍາ​ທັງຫລາຍຂອງ​ຢຸ​ໂຣບ ພົບວິທີ​ແກ້​ໄຂບັນຫາ​ວິ​ກິດ​ການ​ໜີ້​ສິນ​ໄດ້​.

“ຂ້າພະ​ເຈົ້າຄິດ​ວ່າ ຢຸ​ໂຣບຈະ​ພາດ​ຫົວ​ຂ່າວ​ອີກ​ຄັ້ງ​ນຶ່ງ ​ແລະຂ້າພະ​ເຈົ້າກໍ​ຄິດ​ວ່າ ການ​ຊ້າ​ລົງ​ຂອງ​ເສດຖະກິດ​ຂອງ​ພວກ​ເຮົາ ​ແຮ່ງ​ຈະ​ຊ້າ​ລົງ​ໄປ​ອີກ​ຍ້ອນສະຖານະການ​ດັ່ງກ່າ​ວ ແລະ​ຂ້າພະ​ເຈົ້າຄິດ​ວ່າ ມັນ​ຈະ​ເປັນ​ປີ​ທີ່​ໜັກໜ່ວງ​ທີ່​ສຸດ​ ສໍາລັບ​ພວກ​ນັກ​ລົງທຶນ.”

ມີນັກ​ຊ່ຽວຊານ ​ໃນຈໍານວນຫລາຍ​ຂຶ້ນ ທີ່​ຮຽກຮ້ອງ​ໃຫ້ມີ​ການ​ອອກພັນທະບັດ​ຢູ​ໂຣອັນ​ດຽວ​ກັນ ສໍາລັບ​ໝົດ​ທັງ 17 ປະ​ເທດ​ຂອງ​ເຂດ​ຢຸ​ໂຣ ເພື່ອນໍ​າອອກ​ຂາຍ​ ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ອັດຕາ​ດອກ​ເບ້ຍ​ສູງ​ຂຶ້ນ​ໄປ​ອີກ ທີ່​ໄດ້​ຜັກ​ດັນ​ໃຫ້ກຣີສ ປໍ​ຈຸ​ກາລ ​ແລະອາຍ​ແລນ​ດ໌ ຕ້ອງ​ໄດ້​ຮ້ອງ​ຂໍ​ການ​ຊ່ວຍ​ເຫລືອ ​ເພື່ອກູ້​ເສດຖະກິດ​ຄືນ​ມາ​ນັ້ນ. ​ແຕ່​ບາງ​ຄົນ​ກໍ​ໂຕ້ແຍ້​ງວ່າ ​ມັນ​ກໍ​ຈະເຮັດ​ໃຫ້​ຄ່າ​ກູ້ຢືມເງິນແພງຂຶ້ນ​ ສໍາລັບພວກ​ປະ​ເທດ​ອື່ນໆ​ທີ່​ໃຊ້​ເງິນ​ຢູ​ໂຣນັ້ນ.

ເບິ່ງວີດີໂອພາສາອັງກິດ:

XS
SM
MD
LG