ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູໂຣບ ຄວນຮ່ວມ ສະຫະລັດ ໃນການຫັນ ໄປສູ່ ເຂດເອເຊຍ


ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta ກ່າວຄຳປາໄສກ່ຽວກັບຄວາມສຳພັນຂ້າມມະຫາສະມຸດອັດລັນຕິກແລະ ການປ້ອງກັນປະເທດຂອງສະຫະລັດ ໃນອະນາຄົດ ທີ່ວິທະຍາໄລ King ໃນກຸງລອນດອນ (18 ມັງກອນ 2013)
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta ກ່າວຄຳປາໄສກ່ຽວກັບຄວາມສຳພັນຂ້າມມະຫາສະມຸດອັດລັນຕິກແລະ ການປ້ອງກັນປະເທດຂອງສະຫະລັດ ໃນອະນາຄົດ ທີ່ວິທະຍາໄລ King ໃນກຸງລອນດອນ (18 ມັງກອນ 2013)
ລັດຖະມົນຕີ ກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon
Panetta ຮຽກຮ້ອງໃຫ້ບັນດາປະເທດໃນຢູໂຣບ ຮ່ວມສົມທົບ
ກັບສະຫະລັດ ໃນການ “ເພີ້ມທະວີແລະລົງເລິກ” ການພົວພັນ
ໃນດ້ານປ້ອງກັນປະເທດ ກັບຂົງເຂດເອເຊຍປາຊີຟິກ.

ທ່ານ Panetta ໄດ້ກ່າວເຖິງເປົ້າໝາຍໃນການຮ່ວມມືຂອງສະ
ຫະລັດ ໃນຄຳປາໄສ ຢູ່ທີ່ວິທະຍາໄລ King ໃນກຸງລອນດອນ
ເມື່ອວັນສຸກວານນີ້.

ທ່ານ Panetta ເວົ້າວ່າ “ຂ້າພະເຈົ້າຮູ້ດີ ອັນທີ່ພວກເຮົາເອີ້ນ
ວ່າການຫັນໄປສູ່ເຂດເອເຊຍໄດ້ພາໃຫ້ເກີດມີຄວາມວິຕົກກັງ
ວົນຢູ່ໃນຢູໂຣບກ່ຽວກັບວ່າອາເມຣິກາພວມຫັນໜ້າໜີໄປຈາກ
ການເປັນພັນທະມິດ ຂ້າມມະຫາສະມຸດອັດລັນຕິກ ແລ້ວຫຼືບໍ່.
ແຕ່ໃນທຸກມື້ນີ້ຄວາມວິຕົກກັງວົນເຫຼົ່ານັ້ນຄວນຈະໝົດໄປໄດ້ແລ້ວ. ສະຫະລັດແລະຢູໂຣບ ຄວນດຳເນີນງານຮ່ວມກັນ ແລະຄໍ້າປະກັນວ່າ ການດຳເນີນຄວາມພະຍາຍາມ ຂອງພວກ ເຮົາ ມີການປະສານງານກັນ ໂດຍຜ່ານການປຶກສາຫາລື ທີ່ມີຂຶ້ນເປັນປະຈຳລະຫວ່າງເຈົ້າ ໜ້າທີ່ປ້ອງກັນປະເທດຂອງຢູໂຣບແລະສະຫະລັດກ່ຽວກັບບັນຫາຄວາມໝັ້ນຄົງໃນຂົງເຂດ ເອເຊຍ-ປາຊີຟິກ. ສະຫລຸບແລ້ວກໍແມ່ນວ່າ ຢູໂຣບບໍ່ຄວນທີ່ຈະມີຄວາມຢ້ານກົວ ກ່ຽວກັບ ການສ້າງຄວາມກໍ້າເກິ່ງຄືນໃໝ່ ຂອງພວກເຮົາ ຕໍ່ເຂດເອເຊຍ. ຢູໂຣບຄວນ ຈະເຂົ້າຮ່ວມ ການເຄື່ອນໄຫວດັ່ງກ່າວນີ້.”

ລັດຖະບານທ່ານໂອບາມາໄດ້ທຳການເພັ່ງເລັງໄປຍັງເຂດເອເຊຍເພີ້ມຂຶ້ນ ໃນຂະນະທີ່ປະ
ທານາທິບໍດີບາຣັກ ໂອບາມາ ພະຍາຍາມທີ່ຈະປະຕິບັດຕາມຄຳໝັ້ນສັນຍາທີ່ທ່ານໄດ້ໃຫ້ ໄວ້ ຄືຈະເສີມຂະຫຍາຍເສດຖະກິດສະຫະລັດໃຫ້ມີຄວາມເຂັ້ມແຂງໃນລະຫວ່າງການດຳ ລົງຕຳແໜ່ງສະໄໝທີສອງເປັນເວລາສີ່ປີຂອງທ່ານ.

ຈີນໄດ້ສະແດງຄວາມວິຕົກກັງວົນຊໍ້າແລ້ວຊໍ້າອີກກ່ຽວກັບການເຄື່ອນຍ້າຍຊັບສິນທາງດ້ານ ທະຫານ ການທູດ ແລະການຄ້າຂອງວໍຊິງຕັນໄປຍັງຂົງເຂດ ທີ່ຮູ້ກັນພາຍໃຕ້ “ການຫັນໄປ ສູ່ເຂດເອເຊຍ”. ແຕ່ເຈົ້າໜ້າທີ່ສະຫະລັດໃຫ້ການຄໍ້າປະກັນຕໍ່ປັກກິ່ງວ່າ ການເພັ່ງເລັງໃໝ່ ດັ່ງກ່າວ ບໍ່ເປັນໄພຂົ່ມຂູ່ຕໍ່ຈີນ.

ໃນການເນັ້ນຢໍ້າເຖິງຄວາມສຳຄັນຂອງຂົງເຂດນັ້ນການເດີນທາງໄປຕ່າງປະເທດ ລຸນຫຼັງທີ່ ທ່ານໄດ້ຖືກເລືອກ ໃຫ້ເຂົ້າຮັບຕຳແໜ່ງຕື່ມອີກ ເປັນສະໄໝທີສອງ ໃນເດືອນພະຈິກຜ່ານ ມາແມ່ນຂົງເຂດເອເຊຍ. ທ່ານໄດ້ໄປຢ້ຽມຢາມມຽນມາ ປະເທດໄທແລະກຳປູເຈຍ ບ່ອນທີ່ ທ່ານໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສະມາຄົມອາຊ່ຽນແລະເຂດເອເຊຍຕາເວັນອອກ.

ກ່ຽວຂ້ອງກັນ

XS
SM
MD
LG