ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສ​ະ​ຫະ​ລັດ ສະ​ຫະ​ພາບ​ຢູ​ໂຣບ ສະ​ຫະ​ຣາ​ຊ​ອາ​ນາ​ຈັກ ແລະ​ກາ​ນາ​ດາ ປະ​ກາດ​ລົງ​ໂທດ​ຮອບ​ໃໝ່ ຕໍ່​ເບ​ລາ​ຣຸ​ສ


ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ ແມ່​ຕູ້ Nina Baginskaya, ອາ​ຍຸ 73 ປີ (ກາງ) ພວມ​ຂັດ​ຂືນ​​ການ​ຈັບ​ກຸມຕຳ​ຫຼວດ ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ​ຂອງ​ພວກ​ຝ່າຍ​ຄ້ານ ທີ່​ຈະ​ຕຸ​ລັດ​ເອກ​ກະ​ລາດ ໃນ​ນະ​ຄອນ​ມິງຄ໌ ​ເມື່ອ​ວັນ​ທີ 26 ສິງ​ຫາ​ ປີ 2020.
ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ ແມ່​ຕູ້ Nina Baginskaya, ອາ​ຍຸ 73 ປີ (ກາງ) ພວມ​ຂັດ​ຂືນ​​ການ​ຈັບ​ກຸມຕຳ​ຫຼວດ ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມ​ຂອງ​ພວກ​ຝ່າຍ​ຄ້ານ ທີ່​ຈະ​ຕຸ​ລັດ​ເອກ​ກະ​ລາດ ໃນ​ນະ​ຄອນ​ມິງຄ໌ ​ເມື່ອ​ວັນ​ທີ 26 ສິງ​ຫາ​ ປີ 2020.

ສະ​ຫະ​ລັດ ສະ​ຫະ​ພາບ​ຢູ​ໂຣບ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ແລະ​ກາ​ນາ​ດາ ໄດ້​ປະ​ກາດ​ກ່ຽວ​ກັບ​ການ​ລົງ​ໂທດ​ຮອບ​ໃໝ່ ຕໍ່​ເຈົ້າ​ໜ້າ​ທີ່​ແລະອົງ​ການ​ຕ່າງໆ​ຂອງ​ເບ​ລາ​ຣຸ​ສ ໂດຍກ່າວ​ວ່າລັດ​ຖະ​ບານ​ຂອງ​ປະ​ເທດ​ດັ່ງ​ກ່າວ “ຍັງ​ສືບ​ຕໍ່ທຳ​ການ​ໂຈມ​ຕີ​ປະ​ຊາ​ທິ​ປະ​ໄຕ ສິດ​ທິ​ມະ​ນຸດ ແລະຫຼັກ​ການ​ຂອງ​ສາ​ກົນ ແລະ​ການ​ກົດ​ຂີ່​ຢ່າງ​ໂຫດ​ຮ້າຍ​ປ່າ​ເຖື່ອນ​ຕໍ່​ປະ​ຊາ​ຊົນ​ຊາວ​ເບ​ລາ​ຣຸ​ສ ທັງ​ຢູ່​ໃນ​ແລະ​ນອກ​ປະ​ເທດ” ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ​ທີ່​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ.

ສະ​ຫະ​ລັດ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ເຈົ້າ​ໜ້າ​ທີ່ 32 ຄົນແລະ​ອົງ​ການ​ຈັດ​ຕັ້ງຕ່າງໆ ຮວມ​ທັງ​ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ ​ແກ່​ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເລັກ​ຊານ​ເດີ ລູ​ກາ​ເຊັງ​ໂກ. ພ້ອມ​ກັນ​ນີ້ ຍັງ​ໄດ້​ມີ​ລົງ​ໂທດ ​ຕໍ່ລູກ​ຊາຍ​ຂອງທ່ານ​ລູ​ກາ​ເຊັງ​ໂກ ທ້າວ​ດະ​ມີ​ຕ​ຣີ ນຳ​ດ້ວຍ.

ນອກ​ນັ້ນ ສະ​ຫະ​ລັດ​ຍັງ​ໄດ້​ຈຳ​ກັດ​ຮັດ​ແຄບ​ ໃນ​ຄວາມ​ສາ​ມາດ​ຂອງ​ລັດ​ຖະ​ບານ​ເບ​ລາ​ຣຸ​ສ ທີ່​ຈະ​ກູ້​ຢືມ​ເງິນ.

ທ່ານ​ລູ​ກາ​ເຊັງ​ໂກ ​ໄດ້​ທຳ​ການ​ປາບ​ປາມ ​ພວກ​ຄັດ​ຄ້ານ​ລັດ​ຖະ​ບານ ນັບ​ແຕ່​ການ​ເລືອກ​ຕັ້ງ ໃນ​ເດືອນ​ສິງ​ຫາ​ປີ 2020 ເປັນ​ຕົ້ນ​ມາ ຊຶ່ງ​ສະ​ຫະ​ລັດແລະ​ສະ​ຫະ​ພາບ​ຢູ​ໂຣບ​ກ່າວ​ວ່າ ​ມີ​ການ​ສໍ້​ໂກງ​ຄະ​ແນນ​ສຽງ​. ນອກນັ້ນ ຍັງ​ມີ​ການ​ກ່າ​ວ​ຫາ​ວ່າ ເບ​ລາ​ຣຸ​ສ​ ໄດ້​ໃຊ້​ພວກ​ຍົກ​ຍ້າ​ຍ​ຖິ່ນ​ຖານ ​ເປັນ​ເຄື່ອງ​ມື​ທາງ​ການ​ເມືອງ ຕໍ່​ປ​ະ​ເທດ​ເພື່ອນ​ບ້ານ ເຊັ່ນ​ໂປ​ແລນ.

ທ່ານບ​ລິງ​ເກັນ​ກ່າ​ວ​ວ່າ “ການ​ເອົາ​ມາດ​ຕະ​ການ​ໃນ​ມື້ນີ້ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງກ​ານ​ຕັດ​ສິນ​ໃຈ​ອັນ​ແນ່ວ​ແນ່​ຂອງ​ພວກ​ເຮົາ ທີ່​ຈະ​ດຳ​ເນີນ​ການ​ທ່າມ​ກາງ​ການ​ປະ​ເຊີນ​ໜ້າ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທີ່​ໂຫດ​ຮ້າຍ​ປ່າ​ເຖື່ອນທີ່​ໄດ້​ທຳ​ການ​ກົດ​ຂີ່​ເພີ້ມ​ຂຶ້ນ ​ຕໍ່​ປະ​ຊາ​ຊົນ​ຊາວ​ເບ​ລາ​ຣຸ​ສ ບ່ອນ​ທຳ​ລາຍ​ຕໍ່​ສັນ​ຕິ​ພາບ​ ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ຢູ​ໂຣບ ແລະ​ສືບ​ຕໍ່ສວຍ​ໃຊ້​ປະ​ຊາ​ຊົນ​ຜູ້​ທີ່​ຊອກ​ສະ​ແຫວງ​ຫາ​ການ​ດຳ​ລົງ​ຊີ​ວິດ​ແບບ​ມີ​ອິດ​ສະ​ຫຼະ​ພາບໄປ​ໃນ​ທາງ​ທີ່​ບໍ່​ຖືກ​ຕ້ອງ. ການ​ລົງ​ໂທດ​ເຫຼົ່າ​ນີ້​ຍັງ​ເປັນ​ການ​ຕອບ​ໂຕ້ ​ຕໍ່​ການ​ສວຍ​ໃຊ້​ຂອງ​ອຳ​ນາດ​ການ​ປົກ​ຄອງ​ລູ​ກາ​ເຊັງ​ໂກພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ມີ​ຄວາມ​ຫຼໍ່​ແຫຼມຈາກ​ປະ​ເທດ​ຕ່າງໆ​ໂດຍ​ປາ​ສະ​ຈາກ​ຄວາມ​ຮູ້​ສຶກ ​ເພື່ອ​ຈະ​ເປັນ​ຜູ້​ບົງ​ການ ໃນ​ການ​ລັກ​ລອບ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ ຢູ່​ຕາມ​ບໍ​ລິ​ເວນ​ຊາຍ​ແດນ ທີ່​ຕິດ​ກັບ​ປະ​ເທດ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ.”

ສ່ວນ​ການ​ລົງ​ໂທດ​ຂອງ​ສະ​ຫະ​ພາບ​ຢູ​ໂຣບນັ້ນ ແມ່ນ​ແນ​ເປົ້າ​ໝາຍ​ໃສ່​ພວກ​ເຈົ້າ​ໜ້າ​ທີ່ ທີ່​ພົວ​ພັນ​ກັບ​ວິ​ກິດ​ການ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ ພ້ອມໆ​ກັບ​ສອງ​ສາຍ​ການ​ບິນ ຄື​ສາຍ​ການ​ບິນ ເບ​ລາ​ເວຍ​ຂອງ​ລັດ​ຖະ​ບານ ແລະ​ສາຍ​ການ​ບິນ Cham Wings ຂອງ​ຊີ​ເຣຍ ທີ່​ສະ​ຫະ​ພາບ​ຢູ​ໂຣບ​ກ່າວ​ວ່າຂົນ​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ໄປ​ຍັງ​ເບ​ລາ​ຣຸ​ສ ເພື່ອ​ເຮັດ​ໃຫ້​ວິ​ກິດ​ການ​ຊຸດ​ໂຊມ​ລົງ​ຕື່ມ.

ອ່ານ​ຂ​່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG