ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູໂຣບ ຈະສະເໜີແຜນການ ກອບກູ້ເສດຖະກິດຊຸດໃໝ່ ໃຫ້ທັນຕົ້ນເດືອນທັນວານີ້


ກອງປະຊຸມສຸດຍອດລະຫວ່າງສະຫະລັດ ແລະຢູໂຣບ
ກອງປະຊຸມສຸດຍອດລະຫວ່າງສະຫະລັດ ແລະຢູໂຣບ

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ຜູ້​ນໍາ​ຢູ​ໂຣບຈົ່ງ
ປະຕິບັດ​ການ​ຢ່າງ​ເດັດຂາດ ​ເພື່ອ​ແກ້​ໄຂວິ​ກິດ​ການດ້ານການ​ເງິນ​ຂອງ​ຢູ​ໂຣບທີ່​ກໍາລັງ​ຮ້າຍ
ແຮງ​ຂຶ້ນນັບ​ມື້​ນັ້ນ ​ໂດຍ​ກ່າວ​ວ່າ ວິທີ​ແກ້ໄຂ​ບັນຫາ​ດັ່ງ​ກ່າ​ວນີ້​ຖື​ວ່າ​ສໍາຄັນ​ທີ່​ສຸດ​ຕໍ່​ເສດຖະ
ກິດ​ສະຫະ​ລັດ​ນັ້ນ​ນໍາ​ເຊັ່ນ​ກັນ.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ເຊັ່ນ​ນີ້ ທີ່​ທໍານຽບຂາວ ຫລັງ​ຈາກກອງ​ປະຊຸມ​ສຸດ​ຍອດລະ
ຫວ່າງ​ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບວ່າ ມັນ​ຈະລໍາບາກ ຫລາຍ​ທີ່​ສຸດ​ສໍາລັບ​ສະຫະ
ລັດ​ທີ່​ຈະ​ສ້າງ​ໜ້າ​ວຽກ​ທີ່​ໝັ້ນຄົງ​ໄດ້ ຖ້າ​ຫາກ​ວ່າ ພາກ​ພື້ນ​ຢູ​ໂຣບຊຶ່ງ​ເປັນ​ພາຄີ​ການ​ຄ້າ​ທີ່​
ສໍາຄັນ​ທີ່​ສຸດ​ຂອງ​ສະຫະລັດ​ນັ້ນ​ໄດ້ຮັບ​ຄວາມ​ເດືອດຮ້ອນ ປະທານາທິບໍດີ​ໂອ​ບາ​ມາກ່າວ
ຕື່ມ​ວ່າ ສະຫະລັດ ກໍ​ຕຽມ​ພ້ອມ​ທີ່​ຈະ​ປະຕິບັດ​ໃນ​ພາກສ່ວນ​ຂອງ​ຕົນ ​ແຕ່​ທ່ານ​ໂອ​ບາ​ມາ
ກໍ​ໄດ້ ​ເນັ້ນ​ຍໍ້າອີກ​ວ່າ ບັນຫາ​ນີ້ແມ່ນ​ພວກ​ຜູ້​ນໍາ​ຢູ​ໂຣບ​ໂດຍ​ສະ​ເພາະ​ທີ່​ຈະ​ທໍາ​ການແກ້​ໄຂ.

ທ່ານ Herman Van Rompuy ປະທານ​ສະພາ​ພາກ​ພື້ນ​ຢູ​ໂຣບກ່າວ​ວ່າ ​ແຜນທີ່​ທີ່​ໃຫ້
ລາຍ​ລະອຽດຂອງ​ແຜນການ​ເສດຖະກິດ​ຊຸດໃໝ່​ຂອງ​ພວກ​ປະ ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ ຈະ​ນໍາ
ສະ​ເໜີ​ໃນ​ຕົ້ນ​ເດືອນ​ທັນວາ​ນີ້ ທ່ານ ​ແລະ​ທ່ານ Jose Manuel Barroso ປະທານ​ກໍາ
ມາ​ທິການ​ພາກ​ພື້ນ​ຢູ​ໂຣບ ​ໄດ້​ຮຽກ ຮ້ອງ​ໃຫ້​ໃຊ້​ວິທີ​ການແບບ​ນຶ່ງ​ດຽວ​ກັນ ມີການ​ຄວບ​
ຄຸມ​ທີ່​ມີ​ຂໍ້​ຜູກ​ມັດ ສໍາລັບການ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ໃນ​ພວກ​ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣນັ້ນ.

ປະ​ເທດ​ກຣີສ ອາຍ​ແລນ​ດ໌ ​ແລະ​ປອກຕຸຍ​ການ ທີ່​ມີ​ໜີ້​ສິນ​ຖ້ວມ​ຕົວ​ນັ້ນ ແມ່ນ​ໄດ້​ຖືກ​ບັງ
ຄັບ​ໃຫ້​ຮັກສາ​ການ​ຄໍ້າປະກັນ​ຂອງ​ນານາ​ຊາດ ​ໃນ​ຂະນະ​ທີ່ ອິຕາ​ລີ​ແລະ​ປະ​ເທດ​ອື່ນໆ​ກໍາ
ລັງ​ປະ​ເຊີນ​ກັບ​ຄ່າ​ໃຊ້​ຈ່າຍ​ດ້ານ​ໜີ້​ສິນ​ທີ່ເພີ່ມ​ຂຶ້ນຢ່າງ​ໄວ​ນັ້ນ.

ພວກ​ຜູ້​ນໍາ​ການ​ເສດຖະກິດ​ແຫ່ງ​ທະວີບຢູ​ໂຣບ ​ເຊັ່ນ ​ເຢຍຣະມັນ ຝຣັ່ງ ກໍາ ລັງ​ເລີ່​ມ​ເຈລະ
ຈາ​ກັນ​ໃນ​ຂໍ້ຕົກລົງດ້ານ​ງົບປະມານ​ປະ​ຈໍາປີ​ຊຸດ​ໃໝ່ ທີ່​ຈະ​ເປັນການ​ບັງຄັບ​ກົດ​ລະ​ບຽບງົບ
ປະມານ​ທົ່ວ​ປະ​ເທດ​ທີ່​ໃຊ້​ເງິນ​ຢູ​ໂຣ ຊຶ່ງ​ເປັນສິ່ງ​ນຶ່ງ​ທີ່​ແຕ່ລະ​ປະ​ເທດ​ໄດ້​ຕ້ານ​ຢັນ​ມາ​ເປັນ​ເວລາ
ດົນ​ນານ​ແລ້ວ​ນັ້ນ ເພາະຢ້ານ​ສູນ​ເສຍອະທິປະ​ໄຕ.

ຂ່າວ​ກ່ຽວ​ກັບ​ຮ່າ​ງສະ​ເໜີ​ດັ່ງກ່າວ​ນີ້ ​ແມ່ນ​ໄດ້​ເຮັດ​ໃຫ້ລາຄາ​ຕະຫລາດ​ຮຸ້ນ​ທັງຫລາຍ​ໃນ​ທົ່ວ
ໂລກສູງ​ຂຶ້ນ​ເມື່ອ​ວັນ​ຈັນ​ຫລັງ​ຈາກ​ກອງປະຊຸມ​ສິ້ນ​ສຸດ​ລົງ.

XS
SM
MD
LG