ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ສະຫະພາບຢູໂຣບ ບັນລຸການຢຸດຍິງ​ ໃນສົງຄາມການຄ້າທີ່ສຳຄັນ


ທ່ານນາງແຄເທິຣິນ ໄຕ ທີ່ປະທານາທິບໍດີໂຈ ໄບເດັນ ສະເໜີໃຫ້ເປັນຜູ້ຕາງໜ້າທາງດ້ານການຄ້າຂອງສະຫະລັດ ລາຍງານຕໍ່ຄະນະກຳມະການ ການຄ້າສະພາສູງ ທີ່ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 25 ກຸມພາ 2021.
ທ່ານນາງແຄເທິຣິນ ໄຕ ທີ່ປະທານາທິບໍດີໂຈ ໄບເດັນ ສະເໜີໃຫ້ເປັນຜູ້ຕາງໜ້າທາງດ້ານການຄ້າຂອງສະຫະລັດ ລາຍງານຕໍ່ຄະນະກຳມະການ ການຄ້າສະພາສູງ ທີ່ນະຄອນຫຼວງວໍຊິງຕັນ ເມື່ອວັນທີ 25 ກຸມພາ 2021.

ສະຫະລັດ ແລະສະຫະພາບຢູໂຣບ ໄດ້ບັນລຸການຕໍ່ອາຍຸ​ໃນການໂຈະບໍ່ໃຫ້ເກີດການ
ໂຕ້ຖຽງທີ່ມີມາເປັນເວລາດົນນານ ກ່ຽວກັບການໃຫ້ເງິນອຸດໜຸນຂອງລັດຖະບານເພື່ອ
ສ້າງເຮືອບິນ.

ວໍຊິງຕັນໄດ້ໂຈະຢ່າງມີເງື່ອນໄຂເປັນເວລາຫ້າປີ ສໍາລັບການເກັບພາສີຕໍ່ຢູໂຣບ ທີ່ໄດ້
ອະນຸຍາດໂດຍອົງການ ການຄ້າໂລກ ທີ່ເຫັນວ່າບໍ່ເປັນທຳໃນການໃຫ້ເງິນອຸດໜຸນແກ່
ເຮືອບິນແອບັສ (Airbus) ຊຶ່ງເປັນຜູ້ຜະລິດເຮືອບິນທີ່ໃຫຍ່ສຸດ ແລະ ຜູ້ແຂ່ງຂັນທີ່ສຳ
ຄັນຂອງບໍລິສັດໂບອິງ (Boeing) ສະຫະລັດ.

ປະທານຄະນະກຳມາທິການຢູໂຣບ, ທ່ານນາງເອີຊູລາ ວອນ ເດິ ເລເຢັນ (Ursula von
de Leyen) ໃນຂັ້ນເລີ້ມຕົ້ນການເຈລະຈາຢ່າງເປັນທາງການ ໃນວັນອັງຄານວານນີ້
ກັບປະທານາທິມບໍດີສະຫະລັດທ່ານໂຈ ໄບເດັນ ກ່າວວ່າ “ການປະຊຸມໄດ້ເລີ້ມຂຶ້ນດ້ວຍ
ຄວາມຄືບໜ້າກ່ຽວກັບເລື້ອງເຮືອບິນ. ນີ້ເປັນ ການເປີດໜ້າໃໝ່ ໃນຄວາມສຳພັນຂອງ
ພວກເຮົາ ເພາະວ່າ ພວກເຮົາເຄື່ອນໄຫວຈາກການຟ້ອງຮ້ອງ ໄປສູ່ການຮ່ວມມື ກ່ຽວກັບ
ເລື້ອງເຮືອບິນ ຫຼັງຈາກໄດ້ ມີການໂຕ້ແຍ້ງກັນເປັນເວລາ 17 ປີ.

ຂໍ້ຕົກລົງນີ້ “ແກ້ໄຂບັນຫາຍັດແຍ້ງໃນການຄ້າທີ່ມີເປັນເວລາດົນນານ ໃນຄວາມ ສຳພັນ
ລະຫວ່າງສະຫະລັດ ກັບຢູໂຣບ” ນັ້ນຄືຄຳເວົ້າຂອງທ່ານນາງແຄເທີຣິນ ໄຕ (Katherine
Tai) ຜູ້ຕາງໜ້າການຄ້າຂອງສະຫະລັດ ໄດ້ກ່າວໃນການຖະ ແຫຼງຂ່າວທາງໂທລະສັບ.
ທ່ານນາງກ່າວຕື່ມວ່າ “ແທນທີ່ຈະຕໍ່ສູ້ ກັບນຶ່ງໃນພັນທະມິດທີ່ໃກ້ຊິດທີ່ສຸດຂອງພວກເຮົາ
ໃນທີ່ສຸດພວກ ເຮົາເຂົ້າມາຫາກັນເພື່ອຮັບມື ກັບໄພຂົ່ມຂູ່ຮ່ວມກັນ. ພວກເຮົາໄດ້ຕົກລົງ
ທີ່ຈະເຮັດວຽກຮ່ວມກັນ ເພື່ອທ້າທາຍ ແລະຕອບໂຕ້ຄືນ ຕໍ່ການບໍ່ປະຕິບັດຕາມຫຼັກຕະ
ຫຼາດຂອງຈີນ ຢູ່ໃນພາກສ່ວນນີ້ ໃນວິທີທາງທີ່ສະເພາະເຈາະຈົງ ທີ່ສະທ້ອນໃຫ້ເຫັນ
ມາດຕະຖານຂອງພວກເຮົາ ຕໍ່ການແຂ່ງຂັນທີ່ເປັນທຳ.”

ທ່ານນາງໄຕ ໄດ້ກ່າວເພີ້ມວ່າ ຂໍ້ຕົກລົງນີ້ “ເປັນແບບຢ່າງທີ່ພວກເຮົາຈະນຳໃຊ້ ເພື່ອສືບ
ສານຕໍ່ໃນບັນຫາທ້າທາຍອືຶ່ນໆ ທີ່ໄດ້ສ້າງຂຶ້ນໂດຍຈີນ ແລະການແຂ່ງ ຂັນເສດຖະກິດ
ທີ່ບໍ່ປະຕິບັດຕາມຫຼັກຕະຫຼາດ.”

ບັນດາຜູ້ນຳຢູໂຣບໄດ້ສະແດງຄວາມດີໃຈ ໃນການຕ້ອນຮັບທ່ານໄບເດັນ ໃນວັນອັງຄານ
ວານນີ້ ຜູ້ທີ່ນຳເອົາຄວາມສຳພັນ ໃນທິດທາງທີ່ແຕກຕ່າງກັນ ຈາກການ ເປັນປະທານາທິ
ບໍດີສີ່ປີຂອງທ່ານດໍໂນລ ທຣໍາ ໃນການເກັບພາສີ ຮວມທັງເຫຼົ້າ ແວງ ແລະເນີຍແຂງ ທີ່
ໄດ້ເກັບຈາກບັນດາພັນທະມິດຂ້າມແອັດແລນຕິກ ແລະເຂົາເຈົ້າໄດ້ຖືກຕຳໜິທີ່ບໍ່ໄດ້ຈ່າຍ
ເງິນຢ່າງພຽງພໍ ໃນການແບກຫາບພາລະດ້ານປ້ອງກັນປະເທດຢູ່ໃນອົງການສົນທິສັນຍາ
ແອັດແລນຕິກເໜືອ ຫຼື NATO

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG