ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ສະຫະພາບ ຢູໂຣບ ສັນຍາການຮ່ວມມືດ້ານພະລັງງານຢ່າງໃກ້ຊິດ ທ່າມກາງໄພຂົ່ມຂູ່ຂອງ ຣັດເຊຍ


ຫົວໜ້ານະໂຍບາຍຕ່າງປະເທດ ສະຫະພາບ ຢູໂຣບ ທ່ານ ໂຈເຊັບ ບໍແຣລ໌,​ ຊ້າຍ, ແລະ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ, ຂວາ, ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວຢູ່ກະຊວງການຕ່າງປະເທດໃນນະຄອນຫຼວງ ວໍຊິງຕັນ. 7 ກຸມພາ, 2022.
ຫົວໜ້ານະໂຍບາຍຕ່າງປະເທດ ສະຫະພາບ ຢູໂຣບ ທ່ານ ໂຈເຊັບ ບໍແຣລ໌,​ ຊ້າຍ, ແລະ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ, ຂວາ, ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວຢູ່ກະຊວງການຕ່າງປະເທດໃນນະຄອນຫຼວງ ວໍຊິງຕັນ. 7 ກຸມພາ, 2022.

ຢູ່ກອງປະຊຸມຂອງເຂົາເຈົ້າຄັ້ງທຳອິດໃນຮອບ 4 ປີ, ບັນດາເຈົ້າໜ້າທີ່ສະພາພະລັງງານ ສະຫະລັດ-ສະ​ຫະ​ພາບຢູໂຣບ ໄດ້ປະເຊີນໜ້າກັບບູລິມະສິດອັນ ຮີບດ່ວນ ແລະ ໄລຍະ​ສັ້ນນເພື່ອເສີມຂະ
ຫຍາຍການສະໜອງແກັສທຳມະຊາດທ່າມກາງໄພຂົ່ມຂູ່ ຣັດເຊຍ ທີ່ຈະບຸກລຸກ ຢູເຄຣນ ແລະ ບັນ ຫາໄລຍະຍາວຄື: ການບັນເທົາສະພາບອາກາດປ່ຽນແປງ.

ລັດຖະມົນຕີການຕ່າງປະເທດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວລຸນຫຼັງກອງປະຊຸມໃນວັນຈັນວານນີ້ທີ່ນະຄອນຫຼວງ ວໍຊິງຕັນ ວ່າ “ພວກເຮົາກຳລັງປະສານງານກັນກັບບັນດາພັນທະມິດ ແລະຄູ່ຮ່ວມຂອງພວກເຮົາ, ກັບຜູ້ຖືຜົນປະໂຫຍດ ຮ່ວມດ້ານພະລັງງານ, ລວມທັງ ກ່ຽວກັບ ວິທີທີ່ດີທີ່ສຸດທີ່ຈະແບ່ງປັນພະລັງງານສຳຮອງໃນເຫດການທີ່ ຣັດເຊຍ ປິດຫົວກັອກ ຫຼື ເລີ່ມຄວາມຂັດແຍ້ງ ທີ່ຈະລົບກວນການຫຼັ່ງໄຫຼຂອງອາຍແກັສຜ່ານ ຢູເຄຣນ.”

ມົສກູ ໄດ້ຂົ່ມຂູ່ທີ່ຈະຢຸດການຫຼັ່ງໄຫຼຂອງອາຍແກັສໄປຫາ ຢູໂຣບ ຖ້າມີການວາງມາດຕະການລົງ ໂທດຍ້ອນຜົນຂອງການຮຸກຮານຕໍ່ໄປໃດໆຂອງ ຣັດເຊຍ ຕໍ່ ຢູເຄຣນ.

“ນີ້ແມ່ນວິກິດການທີ່ໄດ້ຜັກດັນຄວາມສາມັກຄີຂ້າມມະຫາສະໝຸດແອັດແລນຕິກ,” ອີງຕາມການກ່າວຂອງທ່ານ ໂຈເຊັບ ບໍແຣລ (Josep Borrell), ຫົວໜ້ານະ ໂຍບາຍການຕ່າງປະເທດ ຂອງສະຫະພາບ ຢູໂຣບ.

ທ່ານ ບໍແຣລ, ຜູ້ທີ່ຍັງເປັນຮອງປະທານຂອງຄະນະກຳມາທິການ ຢູໂຣບ ກ່າວວ່າ “ໃນລະຍະປານກາງ, ມັນມີຄວາມເປັນກາງດ້ານສະພາບອາກາດ. ໃນໄລ ຍະຍາວ, ມັນແມ່ນຄວາມໝັ້ນຄົງຂອງການສະໜອງອາຍແກັສ. ທັງສອງຢ່າງແມ່ນໄປນຳກັນ.”

ຢູໂຣບ ແມ່ນມີຄວາມເປັນໄປໄດ້ທີ່ຈະເພິ່ງພາອາໄສ ສະຫະລັດ ຫຼາຍກວ່າເກົ່າສຳລັບການສະ ໜອງອາຍແກັສຂອງເຂົາເຈົ້າ ຍ້ອນຜົນຂອງວິກິດການດັ່ງກ່າວ. ປະທານາທິບໍດີ ໂຈ ໄບເດັນ ໄດ້ສັນຍາທີ່ຈະຊ່ວຍເຫຼືອ ຢູໂຣບ ຊອກຫາແກັສທຳມະຊາດແຫຼວເພີ່ມເຕີມຈາກແຫຼ່ງຊັບພະຍາກອນຕ່າງໆໃນ ສະຫະລັດ ໃຫ້ ຢູໂຣບ ແລະ ປະເທດອື່ນໆ ຖ້າຄວາມເຄັ່ງຕຶງລະຫວ່າງ ຣັດເຊຍ ກັບ ຢູໂຣບ ກໍ່ໃຫ້ເກີດການຢຸດຊະງັກ.

ທ່ານ ໄບເດັນ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວຢູ່ທຳນຽບຂາວຄຽງຂ້າງນາຍົກລັດຖະມົນຕີ ເຢຍຣະມັນ ທ່ານ ໂອລາຟ ໂຊລສ໌ (Olaf Scholz) ເມື່ອຕອນບ່າຍວັນຈັນວານນີ້ວ່າ “ພວກເຮົາຄິດວ່າພວກເຮົາສາມາດຊົດເຊີຍຈຳນວນທີ່ຈະສູນເສຍໄປຢ່າງຫຼວງຫຼາຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG