ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນຊາວເຊີເບຍ ຢູ່ທາງພາກເໜືອຂອງ ໂກໂຊໂວ ຈະເລີ້ມຍົກຍ້າຍສິ່ງກີດຂວາງຖະໜົນອອກ


ລົດບັນທຸກຫິນ ໄດ້ກີດຂວາງຖະໜົນທາງພາກເໜືອຂອງປະເທດ, ເຊິ່ງເປັນພາກສ່ວນທີ່ປົກຄອງໂດຍຊາວເຊີເບຍ ຂອງເມືອງມິໂຕຣວີກາ (Mitrovica), ປະເທດໂກໂຊໂວ, ວັນທີ 28 ທັນວາ 2022.
ລົດບັນທຸກຫິນ ໄດ້ກີດຂວາງຖະໜົນທາງພາກເໜືອຂອງປະເທດ, ເຊິ່ງເປັນພາກສ່ວນທີ່ປົກຄອງໂດຍຊາວເຊີເບຍ ຂອງເມືອງມິໂຕຣວີກາ (Mitrovica), ປະເທດໂກໂຊໂວ, ວັນທີ 28 ທັນວາ 2022.

ປະຊາຊົນໂກໂຊໂວ ຊາວເຊີເບຍ ທີ່ໄດ້ພາກັນປິດກັ້ນຖະໜົນຢູ່ທາງທິດເໜືອຂອງປະເທດໂກໂຊໂວເປັນເວລາ 19 ມື້, ໄດ້ຕົກລົງເຫັນດີທີ່ຈະເຄື່ອນຍ້າຍເຄື່ອງກີດຂວາງຖະໜົນອອກ ໂດຍເລີ້ມຕົ້ນປະຕິບັດໃນຕອນເຊົ້າຂອງວັນພະຫັດມື້ນີ້, ເຊິ່ງຍິນດີຮັບຄໍາຮຽກຮ້ອງຈາກສະຫະລັດ ແລະສະຫະພາບຢູໂຣບ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ, ອີງຕາມອົງການຂ່າວ Reuters.

ປະທານາທິບໍດີຂອງເຊີເບຍ ທ່ານອາເລັກຊານດາ ວູຊິກ (Aleksandar Vucic) ໄດ້ພົບປະກັບຊາວເຊີເບຍຈາກທາງພາກເໜືອຂອງປະເທດໂກໂຊໂວ ຢູ່ໃນເມືອງ ຣັສກາ ຂອງຊາວເຊີເບຍ ກ່າວວ່າ ຂັ້ນຕອນການດໍາເນີນການຍົກຍ້າຍສິ່ງກີດກັນຖະໜົນນັ້ນ ຈະເລີ້ມຕົ້ນຂຶ້ນໃນຕອນເຊົ້າຂອງວັນພະຫັດມື້ນີ້.

ເຊິ່ງ ທ່ານວູຊິກ ກ່າວວ່າ “ມັນເປັນການດໍາເນີນງານທີ່ຍາວນານ ແລະມັນຈະໃຊ້ເວລາໃນຊ່ວງໄລຍະນຶ່ງ.”

ຖະໜົນທີ່ຖືກກີດຂວາງຢູ່ບໍລິເວນ ຣູແດ (Rudare), ໃກ້ກັບພາກສ່ວນທີ່ແຍກອອກຈາກເມືອງມິໂຕຣວີກາ ທີ່ຕັ້ງຢູ່ທາງພາກເໜືອ, ປະເທດໂກໂຊໂວ, ວັນທີ 28 ທັນວາ 2022.
ຖະໜົນທີ່ຖືກກີດຂວາງຢູ່ບໍລິເວນ ຣູແດ (Rudare), ໃກ້ກັບພາກສ່ວນທີ່ແຍກອອກຈາກເມືອງມິໂຕຣວີກາ ທີ່ຕັ້ງຢູ່ທາງພາກເໜືອ, ປະເທດໂກໂຊໂວ, ວັນທີ 28 ທັນວາ 2022.

ທ່ານຍັງໄດ້ກ່າວອີກວ່າ ສະຫະລັດ ແລະສະຫະພາບຢູໂຣບ, ເຊິ່ງເປັນຜູ້ເຈລະຈາລະຫວ່າງ ເບລເກຣດ (Belgrade) ແລະ ພຣິສຕີນາ (Pristina) ສໍາລັບແກ້ໄຂບັນຫາຕ່າງໆຂອງທະວີພາຄີທີ່ຍັງຄົງຄ້າງຢູ່, ໂດຍໄດ້ຮັບການຮັບປະກັນວ່າ ບໍ່ມີຊາວເຊີເບຍຜູ້ໃດທີ່ຈັດຕັ້ງເຄື່ອງກີດກັນຖະໜົນດັ່ງກ່າວ ຈະຖືກດໍາເນີນຄະດີ.

ການດໍາເນີນການຍົກຍ້າຍເຄື່ອງຂັດຂວາງຖະໜົນນັ້ນ ຄາດວ່າຈະຫຼຸດຄວາມເຄັ່ງຕຶງລະຫວ່າງ ເບລເກຣດ ແລະ ພຣິສຕີນາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG