ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດແລະຢູໂຣບ ຮ່ວມກັນຊ່ວຍລາວ ເກັບກູ້ລະເບີດ UXO


ລະເບີດບໍ່ທັນແຕກ ຫລື UXO ທີ່ຕົກຄ້າງໃນລາວ ທີ່ທໍາລາຍຊີວິດ ແລະຊັບສິນຂອງປະຊາຊົນ
ລະເບີດບໍ່ທັນແຕກ ຫລື UXO ທີ່ຕົກຄ້າງໃນລາວ ທີ່ທໍາລາຍຊີວິດ ແລະຊັບສິນຂອງປະຊາຊົນ
ທາງການສະຫະລັດແລະສະຫະພາບຢູໂຣບຮ່ວມມືກັນໃຫ້
ຄວາມຊ່ວຍເຫຼືອລັດຖະບານລາວໃນການຍົກລະດັບຄວາມ
ອາດສາມາດໃນການເກັບກູ້ລະເບີດ UXO ໃນ ຂັ້ນເມືອງ
ໃຫ້ມີປະສິດທິພາບສູງຂຶ້ນ

ເຈົ້າໜ້າທີ່ຂັ້ນສູງໃນຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອ
ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນລາວ UXO ໄດ້ ໃຫ້ການຢືນຢັນວ່າທາງການສະຫະລັດ ແລະສະຫະພາບຢູໂຣບ ໄດ້ປະກອບສ່ວນເຂົ້າໃນການແກ້ໄຂບັນຫາລະເບີດ UXO ໃນ
ລາວ ຫຼາຍຂຶ້ນຢ່າງຕັ້ງໜ້າ ແລະເມື່ອບໍ່ນານມານີ້ ທັງສະຫະລັດ
ແລະ ສະຫະພາບຢູໂຣບ ກໍໄດ້ຮ່ວມກັນໃຫ້ການຊ່ວຍເຫຼືອເຂົ້າ
ໃນການຍົກລະດັບຄວາມອາດສາມາດໃນການສໍາຫຼວ ດແລະ
ເກັບກູ້ລະເບີດ UXO ໃນຂັ້ນເມືອງຂອງລັດຖະບານລາວ ໃຫ້ມີ
ປະສິດທິພາບສູງຂຶ້ນ

ທັງນີ້ດ້ວຍຫວັງວ່າ ການຊ່ວຍເຫຼືອດັ່ງກ່າວຈະບໍ່ພຽງແຕ່ເຮັດໃຫ້ໜ່ວຍສໍາຫຼວດໃນຂັ້ນ ເມືອງຂອງລາວມີຄວາມອາດສາມາດໃນການເກັບກູ້ລະເບີດ UXO ອອກໄປຈາກເຂດ ທີ່ ຢູ່ອາໃສແລະທີ່ໄຮ່ທີ່ນາຂອງປະຊາຊົນລາວບັນດາເຜົ່າໄດ້ຢ່າງກວ້າງຂວາງຫຼາຍຂຶ້ນເທົ່າ ນັ້ນ ຫາກແຕ່ກໍຍັງຈະມີສ່ວນສໍາຄັນໃນການທີ່ຈະເຮັດໃຫ້ອັດຕາການສ່ຽງໄພຈາກລະເບີດ UXO ຂອງປະຊາຊົນລາວລົດລົງອີກດ້ວຍ.

ຜູ້ໄດ້ຮັບເຄາະຮ້າຍ ທີ່ຖືກບາດເຈັບຍ້ອນ UXO ແຕກໃສ່
ຜູ້ໄດ້ຮັບເຄາະຮ້າຍ ທີ່ຖືກບາດເຈັບຍ້ອນ UXO ແຕກໃສ່

ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນຄະນະກໍາມະການຄຸ້ມຄອງແຫ່ງຊາດ
ຂອງລາວທ່ານນີ້ ໄດ້ໃຫ້ ການຊີ້ແຈງວ່າ:

ການສະໜັບສະໜຸນຈາກສະຫະພາບຢູໂຣບແລະລັດ
ຖະບານສະຫະລັດອະເມຣິກາ ກໍເປັນໂຄງການທີ່ຮ່ວມ
ທຶນກັນສະໜັບສະໜຸນ ກະໂຄງການນີ້ຈະເປັນໂຄງການ ທີ່ສ້າງຂີດຄວາມສາມາດໃນການເກັບກໍາຂໍ້ມູນທີ່ກ່ຽວ
ກັບລະເບີດບໍ່ທັນແຕກຢູ່ຂັ້ນເມືອງ ເພາະວ່າລະເບີດບໍ່ ທັນແຕກເຮັດໃຫ້ປະຊາຊົນລາວບາດເຈັບລົ້ມຕາຍ ໂດຍ
ປັດຈຸບັນດຽວນີ້ ອຸບັດເຫດເກີດຂຶ້ນ 300 ກໍລະນີຕໍ່ປີ ໃນນັ້ນ 60% ຂອງອຸບັດ ເຫດກໍແມ່ນຄົນທີ່ເສຍຊີວິດ ສ່ວນເຫຼືອນັ້ນກໍແມ່ນເປັນຜູ້ເສຍອົງຄະ ຫຼືພິການ.”


ກ່ອນໜ້ານີ້ ທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ລາວ ໃນຖານະປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະ ເບີດ UXO ກໍໄດ້ໃຫ້ການຢືນຢັນວ່າ ເປົ້າໝາຍສໍາຄັນປະການນຶ່ງຂອງການແກ້ໄຂບັນຫາ ກ່ຽວກັບ UXO ໃນລາວນັບຈາກປັດຈຸບັນ ໄປເຖິງປີ 2015 ກໍຄືການລົດຈໍານວນຜູ້ທີ່ໄດ້ ຮັບເຄາະຈາກ UXO ລົງຈາກອັດຕາສະເລ່ຍ 300 ຄົນຕໍ່ປີເປັນໜ້ອຍກວ່າ 200 ຄົນຕໍ່ປີ ໃຫ້ໄດ້ຢ່າງແທ້ຈິງ.

ທັງນີ້ກໍເນື່ອງຈາກວ່ານັບແຕ່ປີ 1975 ເປັນຕົ້ນມານັ້ນ ມີປະຊາຊົນລາວຫຼາຍກວ່າ 5 ໝື່ນ ຄົນແລ້ວ ທີ່ໄດ້ຮັບເຄາະຈາກ UXO ແລະໃນຈໍານວນນີ້ ກໍເສຍຊີວິດໄປຫຼາຍກວ່າ 3 ໝື່ນ ຄົນ ສ່ວນ 2 ໝື່ນກວ່າຄົນທີ່ລອດຊີວິດນັ້ນ ກໍຕ້ອງກາຍເປັນຄົນພິການ ທີ່ມີສະພາບຊີວິດ ການເປັນຢູ່ທີ່ຍາກລໍາບາກທີ່ສຸດ ໂດຍຕໍ່ບັນຫາດັ່ງກ່າວນີ້ ຄະນະຜູ້ແທນຂອງປະຊາຊົນ ລາວ ທີ່ໄດ້ເຂົ້າຮ່ວມໃນກອງປະຊຸມພາກປະຊາຊົນເອເຊຍ-ຢູໂຣບຄັ້ງທີ 9 ເມື່ອເດືອນຕຸ ລາທີ່ຜ່ານມານີ້ ຢູ່ນະຄອນວຽງຈັນ ກໍໄດ້ນໍາສະເໜີບັນຫາຫຍຸ້ງຍາກ ດັ່ງກ່າວຕໍ່ກອງປະຊຸມ ອີກດ້ວຍ.
ພິທີເຊັນສັນຍາຊ່ວຍເຫລືອໃນການເກັບກູ້ລະເບີດ ບໍ່ທັນແຕກ ທີ່ສະຫະພາບຢູໂຣບມອບໃຫ້ແກ່ລາວ ທີ່ຈັດຂຶ້ນໃນເດືອມິຖຸນາ 2012
ພິທີເຊັນສັນຍາຊ່ວຍເຫລືອໃນການເກັບກູ້ລະເບີດ ບໍ່ທັນແຕກ ທີ່ສະຫະພາບຢູໂຣບມອບໃຫ້ແກ່ລາວ ທີ່ຈັດຂຶ້ນໃນເດືອມິຖຸນາ 2012

ທາງດ້ານທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງວ່າການຄະ
ນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່
ທັນແຕກທີ່ຕົກຄ້າງໃນລາວ ກໍໄດ້ຖະແຫຼງຍອມຮັບກ່ອນໜ້ານີ້ວ່າ ທາງການລາວຈະບໍ່ສາມາດບັນລຸເປົ້າໝາຍສະຫັດສະຫວັດການ ພັດທະນາກ່ຽວກັບການເກັບກູ້ລະເບີດ UXO ໄດ້ຕາມແຜນການ
ທີ່ວາງໄວ້ ໃນປີ 2005 ກໍຄືການເກັບກູ້ລະເບີດ UXO ອອກຈາກ
ເຂດທີ່ຢູ່ອາໃສແລະທີ່ດິນ ທໍາກິນຂອງປະຊາຊົນໃຫ້ໄດ້ບໍ່ໜ້ອຍ
ກວ່າ 20,000 ເຮັກຕ້າໃນແຕ່ລະປີ.

ທັງນີ້ກໍເນື່ອງຈາກວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວ
ໄດ້ຢ່າງແທ້ຈິງນັ້ນ ກໍຈໍາເປັນຕ້ອງໄດ້ຮັບການຊ່ວຍເຫຼືອດ້ານງົບປະມານໃນມູນຄ່າສະເລ່ຍ ບໍ່ໜ້ອຍກວ່າ 50 ລ້ານ ໂດລາຕໍ່ປີ ຫາກແຕ່ວ່າໃນໄລຍະທີ່ຜ່ານມານີ້ ກັບປາກົດວ່າ ທາງ ການລາວໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດ ເພື່ອການເກັບກູ້ລະເບີດ UXO ຄິດ ເປັນມູນຄ່າສະເລ່ຍລະຫວ່າງ 20 ຫາ 30 ລ້ານໂດລາຕໍ່ປີເທົ່ານັ້ນ.

ສ່ວນທາງການສະຫະລັດອະເມຣິການັ້ນ ກໍໄດ້ໃຫ້ການຊ່ວຍເຫຼືອໃນການເກັບກູ້ລະ UXO ທີ່
ຕົກຄ້າງຢູ່ໃນລາວໄປແລ້ວຫຼາຍກວ່າ 50 ລ້ານໂດລາ ນັບແຕ່ປີ 1993 ເປັນຕົ້ນມາແລະ ໃນໄລຍະ 3 ປີຕໍ່ໜ້ານີ້ ລັດຖະສະພາສະຫະລັດກໍຍັງໄດ້ຈັດສັນງົບປະມານສໍາລັບໃຫ້ການ ຊ່ວຍເຫຼືອລາວເຂົ້າໃນການເກັບກູ້ລະເບີດ UXO ເປັນການສະເພາະຄິດເປັນມູນຄ່າ ສະ ເລ່ຍບໍ່ຕໍ່າກວ່າ 9 ລ້ານໂດລາຕໍ່ປີ ກັບທັງຍັງກໍາລັງຕຽມແຜນການໃຫ້ການຊ່ວຍເຫຼືອໄລຍະ ຍາວແກ່ລັດຖະບານລາວໃນໝໍ່ໆ ນີ້ ອີກດ້ວຍ.
XS
SM
MD
LG