ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ທັບ​ມ້າງ ຕາ​ໜ່າງ ກໍ່​ອາ​ຊະ​ຍາ​ກຳ ທາງ​ໄຊ​ເບີ້ ຈາກ​ຢູ​ໂຣບ ຕາ​ເວັນ​ອອກ


ຄົນ​ຜູ້​ນຶ່ງ​ກຳ​ລັງ​ຕີ​ແປ້ນ​ອັກ​ສອນ ໃນ​ຮູບ​ການ​ສະ​ແດງ ເມື່ອ​ວັນ​ທີ
28 ກຸມ​ພາ 2013.
ຄົນ​ຜູ້​ນຶ່ງ​ກຳ​ລັງ​ຕີ​ແປ້ນ​ອັກ​ສອນ ໃນ​ຮູບ​ການ​ສະ​ແດງ ເມື່ອ​ວັນ​ທີ 28 ກຸມ​ພາ 2013.

ບັນ​ຊີ​ລາຍ​ຊື່​ຂອງ​ພວກ​ເຄາະ​ຮ້າຍ​ ແມ່​ນ​ມີ​ກັນ​ ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ຮວມ​ທັງໂບດ​ແຫ່ງ​ນຶ່ງ​ໃນ​ເມືອງ​ນ້ອຍໆ​ທີ່​ລັດ​ເທັກ​ຊັ​ສ. ບໍ​ລິ​ສັດ​ທະ​ນາຍ​ຄວາມ​ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ອົງ​ການ​ບໍ່​ຫວັງ​ຜົນ​ກຳ​ໄລ ທີ່​ລັດ​ອິ​ລລີ​ນອຍ ທີ່​ເຮັດ​ວຽກ​ກັບ​ພວກ​ເດັກ​ນ້ອຍ​ພິ​ການ.

ອົງ​ການ​ເຫຼົ່າ​ນີ້​ແມ່ນ​ສ່ວນ​ນຶ່ງ​ທຸ​ລະ​ກິດ​ແລະ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຫຼາຍ​ພັນ​ແຫ່ງ​ໃນ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ ແລະ​ຢູ​ໂຣບ ທີ່​ໄດ້​ຕົກ​ເປັນ​ເປົ້າ​ຂອງ​ກຸ່ມ​ອາ​ຊະ​ຍາ​ກອນ​ທາງ​ອິນ​ເຕີ​ແນັດ​ຈາກ​ຢູ​ໂຣບ​ຕາ​ເວັນ​ອອກ ໃນ​ໄລ​ຍະ​ສອງ​ສາມ​ປີ​ທີ່​ຜ່ານ​ມານີ້.

ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ ຂອງ​ສະ​ຫະ​ລັດ​ ແລະ​ຢູ​ໂຣບ ປະ​ກາດ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ມີ​ອາ​ຊະ​ຍາ​ກອນ 11 ຄົນ​ທີ່​ຢູ່​ເບື້ອງ​ຫຼັງ​ແຜນ​ການ​ເຫຼົ່າ​ນີ້ ທີ່​ໄດ້​ສົ່ງ​ມາ​ລ​ແວ ທີ່​ເອີ້ນ​ກັນ​ວ່າ GozNym ໄປ​ໃສ່​ຄອມ​ພິວ​ເຕີ້ 41 ພັນໜ່ວຍ ໃນ​ຄວາມ​ພະ​ຍາຍາມ​ເພື່ອ​ລັກ​ເອົາ​ເງິນ ຫຼາຍກວ່າ 100 ລ້ານ​ໂດ​ລາ ໄປ​ຈາກ​ບັນ​ຫາ​ທະ​ນາ​ຄານ​ຂອງ​ພວກ​ເຂົາ​ເຈົ້າ.

ພວກໄອ​ຍະ​ການ ​ໄດ້​ເວົ້າ​ເຖິງ​ຕາ​ໜ່າງ​ດັ່ງ​ກ່າວນີ້​ວ່​າ ເປັນ​ອົງ​ການ​ອາ​ຊະ​ຍາ​ກຳ “ທີ່​ມີ​ການ​ຈັດ​ຕັ້ງສູງ” ​ທາງອອນ​ລາຍ ໂດຍ​ທີ່​ສະ​ມາ​ຊິກ​ແຕ່​ລະ​ຄົນ ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ມີ​ບົດ​ບາດໜ້າ​ທີ່​ພິ​ເສດ.

ທ້າວ​ອາ​ເລັກ​ຊານ​ເດີ ໂກ​ໂນ​ໂວ​ລັອບ ເປັນ​ຜູ້​ກຳ​ກັບ​ນຳ​ການ​ປະ​ຕິ​ບັດ​ງານ. ຜູ້​ກ່ຽວ​ເປັນ​ຄົນ​ຈາກ​ປະ​ເທດ​ຈໍ​ເຈຍ ອາ​ຍຸ 35 ປີ ເປັນ​ຜູ້​ປະ​ກອບ​ທີມ​ງານ ກໍ່​ອາ​ຊະ​ຍາ​ກຳ​ທາງ​ໄຊ​ເບີ້ ໂດຍ​ຜ່ານ​ກຸ່ມ​ອາ​ຊະ​ຍາ​ກຳ​ໃຕ້​ດິນ​ທີ່​ປ​າກ​ພາ​ສາ​ຣັດ​ເຊຍ.

ທ້າວວ​ລາ​ດີ​ເມຍ ກໍ​ຣິນ ນັກ​ຂຽນ​ໂປ​ຣ​ແກ​ຣມ​ພາ​ສາ​ຣັດ​ເຊຍ​ ແມ່ນ​ຫົວ​ກະ​ທິ​ທີ່​ຢູ່​ເບື້ອງ​ຫຼັງ​ມາ​ລ​ແວ GozNym. ສ່ວນ​ຊາວ​ຣັດ​ເຊຍ​ອື່ນໆ​ອີກ 4 ຄົນ ແມ່ນ​ມີ​ບົດ​ບາດ​ໜ້າ​ທີ່​ຂອງ​ພວກ​ເຂົາ​ຕ່າງ​ຫາກ.

ສ່ວນ “casher” ຄົນ​ບຸ​ລ​ກາ​ເຣຍ​ແມ່ນ​ມີ​ໜ້າ​ທີ່​ໃນ​ການ​ເຊັນ​ເຂົ້າ​ຫຼື​ລັອກ​ອິນ ຈາກ​ຊື່​ທີ່​ລັກ​ມາ​ໄດ້ໂດຍ GozNym ເພື່ອ​ໂອນ​ເງິນ​ແບບ​ຜິດ​ກົດ​ໝາຍ​ຈາກ​ບັນ​ຊີ​ທະ​ນາ​ຄານ​ຂອງ​ພວກ​ເຄາະ​ຮ້າຍ ໄປ​ເຂົ້າ​ບັນ​ຊີ​ທີ່​ພວກ​ເຂົາ​ຄວບ​ຄຸມ​ຢູ່.

ແລະ​ທ້າວເກັນ​ນາ​ດີ ກັບ​ກາ​ນັອ​ຟ ທີ່​ເປັນ​ຄົນ​ຢູ​ເຄ​ຣນ ອາ​ຍຸ 36 ປີນັ້ນ ແມ່ນ​ເປັນ​ຜູ້​ບໍ​ລິ​ຫານ​ຕາ​ໜ່າງ Avalanche ຊ່ອງ​ເປັນ​ບ່ອນ​ທີ່​ມີ​ການ​ນຳ​ໃຊ້​ມາ​ລ​ແວ 20 ກວ່າ​ຊະ​ນິດ ຮວມ​ທັງ GozNym ກ່ອນ​ທີ່​ຈະ​ຖືກ​ທັບ​ມ້າງ​ໃນ​ທ້າຍ​ປີ 2016.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG