ບັນດາຜູ້ລົງຄະແນນສຽງໃນພາກພື້ນ ຢູເຄຣນ ຕາເວັນອອກ ທີ່ໄດ້ຮັບການໜູນຫຼັງ
ໂດຍວັງ ເຄຣັມລິນ ນັ້ນໄດ້ປ່ອນບັດຄະແນນສຽງໃນວັນອາທິດວານນີ້ ສຳລັບການ
ເລືອກເອົາຜູ້ນຳລັດຖະບານໃນທ້ອງຖິ່ນ ໃນສິ່ງທີ່ປະທານາທິບໍດີ ຢູເຄຣນ ທ່ານ
ເປໂຕຣ ໂປໂຣເຊັນໂກ ເອີ້ນວ່າ “ການເລືອກຕັ້ງປອມ.”
ການຮັກສາຄວາມປອດໄພ ແມ່ນເຄັ່ງຄັດທີ່ສຸດ ໃນພາກພື້ນ ໂດເນັດສ ແລະ ລູການ,
ພ້ອມກັບເຈົ້າໜ້າທີ່ຍາມທີ່ຕິດອາວຸດຢ່າງໜັກ ເດີນທາງລາດຕະເວນໃນຂົງເຂດດັ່ງ
ກ່າວ.
ສະຫະລັດ ແລະ ສະຫະພາບ ຢູໂຣບ ໄດ້ກ່າວປະນາມການເລືອກຕັ້ງດັ່ງກ່າວວ່າ ຜິດ
ກົດໝາຍ ແລະ ເປັນການຂັດຂວາງ ຂໍ້ຕົກລົງ ທີ່ໄດ້ເຈລະຈາກັນ.
ທູດພິເສດ ສະຫະລັດ ປະຈຳ ຢູເຄຣນ ທ່ານ ເຄີດ ໂວລເກີ ໄດ້ຂຽນຂໍ້ຄວາມໃນທວິດ
ເຕີ ເມື່ອວັນອາທິດວານນີ້ວ່າ “ປະຊາຊົນ ຢູເຄຣນ ຕາເວັນອອກຈະມີຊີວິດທີ່ດີກວ່າ
ກັບປະເທດ ຢູເຄຣນ ທີ່ສະຫງົບເປັນນຶ່ງດຽວກັນ ແທນທີ່ຈະຢູ່ໃນລັດຕຳຫຼວດຄຸນນະ
ພາບຕ່ຳ ທີ່ຖືກຄວບຄຸມໂດຍພວກຄົນຫຼອກລວງ ແລະ ນັກເລງ, ເຊິ່ງທັງໝົດ ໄດ້ຮັບ
ການສຳປະທານໂດຍຜູ້ເສຍພາສີຊາວ ຣັດເຊຍ.”
ຫົວໜ້ານະໂຍບາຍການຕ່າງປະເທດ ສະຫະພາບ ຢູໂຣບ ທ່ານນາງ ເຟເດຣິກາ
ໂມເກຣິນີ ໄດ້ກ່າວວ່າ ການລົງຄະແນນສຽງດັ່ງກ່າວແມ່ນຜິດກົດໝາຍ ແລະ ເວົ້າວ່າ
ສະຫະພາບ ຢູໂຣບ ຈະບໍ່ຮັບຮູ້ຜົນຄະແນນທີ່ອອກມາ.
ຣັດເຊຍ ໄດ້ໜູນຫຼັງພວກຕໍ່ຕ້ານລັດຖະບານທີ່ເວົ້າພາສາ ຣັດເຊຍ ຜູ້ທີ່ໄດ້ປະກາດ
ສິ່ງທີ່ພວກເຂົາເອີ້ນວ່າ “ສາທາລະນະລັດ ປະຊາຊົນ” ໃນພາກຕາເວັນອອກຂອງ ຢູ
ເຄຣນ.
ຣັດເຊຍ ໄດ້ເຂົ້າຄວບຄຸມແຫຼມ ໄຄຣເມຍ ໃນປີ 2014 ແລະ ໄດ້ປະຕິເສດການກ່າວ
ຫາຕ່າງໆ ທີ່ວ່າເຂົາເຈົ້າເອົາອາວຸດໃຫ້ພວກກະບົດ.
ໃນຂະນະທີ່ການຕໍ່ສູ້ທີ່ຮຸນແຮງທີ່ສຸດໃນພາກຕາເວັນອອກຂອງ ຢູເຄຣນ ໄດ້ສິ້ນສຸດ
ລົງໂດຍທົ່ວໄປນັ້ນ, ການຕໍ່ສູ້ກັນບາງຄັ້ງບາງຄາວ ລະຫວ່າງພວກຕໍ່ຕ້ານລັດຖະບານ
ກັບ ທະຫານ ຢູເຄຣນ ໄດ້ລຸກຂຶ້ນອີກ ພ້ອມກັບຜົນເສຍຫາຍຮ້າຍແຮງ.