ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທູດ​ພິ​ເສດສະຫະລັດ ກ່າວວ່າ ສະຫະລັດ ຈະຢືດຢຸນຕໍ່ການເຈລະຈາເລື້ອງນິວເຄລຍ ເກົາ​ຫຼີ​ເໜືອ


North Korea Nuclear
please wait
Embed

No media source currently available

0:00 0:00:43 0:00

ເຮືອ​ບິນ​ລົບ B-1 ຂອງສະຫະລັດທີ່ບັນຈຸຫົວລະ​ເບີດ ​ໄດ້​ບິນ​ໄປ​ຍັງເກົາ​ຫຼີ​ໃຕ້ ຈາກ
Guam ​ເພື່ອ​ເປັນ​ການສະ​ແດງ​ເຖິງ​ແສນຍານຸພາບຂອງຕົນ ​ໃນ​ຂະນະ​ທີ່​ມີ​ການ​ພົບ​ປະກັນ​ທາງ​ການ​ທູດ​ໃນ​ພາກ​ພື້ນ​ດິນ ​ເພື່ອ​ປະສານ​ງານ​ແຜນ​ຍຸ​ດທະສາດ ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ທົດ​ລອງ​ນິວ​ເຄລຍ ຂອງ​ເກົາຫຼີເໜືອ ທີ່​ທົດ​ລອງ​ນິວເຄລຍເປັນເທື່ອທີ 5 ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້.

ເຮືອບິນບັນຈຸ​ຫົວລະ​ເບີດ​ໄລຍະ​ໄກ ​ໄດ້ບິນ​ລະດັບ​ຕ່ຳ ເທິງສະໜາມ​ບິນກອງທັບ​ອາກາດ Osan ເກົາ​ຫຼີ​ໃຕ້ ​ ຊຶ່ງ​ຕັ້ງ​ຢູ່ປະມານ 77 ກິ​ໂລ​ແມັດ ຈາກ​ເຂດ​ປອດ​ທະຫານ ທີ່​ມີ​ຊາຍ​ແດນ​ຕິດ​ກັບເກົາ​ຫຼີເໜືອ.

ເຮືອບິນລົບ B-1 ຂອງສະຫະລັດທີ່ບັນຈຸຫົວລະເບີດ (ກາງ) ທີ່ຂະໜາບກັບເຮືອບິນລົບຂອງສະຫະລັດ ບິນລະດັບຕ່ຳ ເທິງສະໜາມບິນກອງທັບອາກາດ Osan ເກົາຫຼີໃຕ້, 13 ກັນຍາ, 2016.
ເຮືອບິນລົບ B-1 ຂອງສະຫະລັດທີ່ບັນຈຸຫົວລະເບີດ (ກາງ) ທີ່ຂະໜາບກັບເຮືອບິນລົບຂອງສະຫະລັດ ບິນລະດັບຕ່ຳ ເທິງສະໜາມບິນກອງທັບອາກາດ Osan ເກົາຫຼີໃຕ້, 13 ກັນຍາ, 2016.

ການ​ອອກ​ປະຕິບັດ​ງານ​ຂອງເຮືອ​ບິນ​ລົບ B-1 ​ໄດ້ມີ​ໝາຍ​ກຳໜົດ​ທີ່​ຈະ​ໄປ​ຮອດ​ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ວ່າ​ ໄດ້ຊັກ​ຊ້າ​ໄປ​ຍ້ອນ​ສະພາວະ​ອາກາດ​ບໍ່​ໂປ່​ງ​ໃສ ​ໃນເກາະ Guam.

ເບິ່ງຄື​ວ່າ ປະຕິ​ກິລິຍາ​ການ​ຕອບ​ໂຕ້​ໄລຍະ​ຍາວ​ຂອງສະຫະລັດ ​ແລະ​ກຸ່ມ​ພາ​ຄີ ຕໍ່​ການ​ທົດ​ລອງ​ນິວ​ເຄລຍ ຄັ້ງ​ທີ 5 ຂອງ​ເກົາຫຼີເໜືອ ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ​ຈະ​ແນໃສ່ໃນທາງ​ເສດ​ຖະກິດ.


ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ໃນ​ນະຄອນຫຼວງ​ໂຊ​ລ໌ ຕາງໜ້າ​ພິ​ເສດ​ໃຫ້​ສະຫະລັດ ໃນ​ນະ​ໂຍບາຍ​ຂອງ​ເກົາຫຼີ​ເໜືອ ທ່ານ Sung Kim ​ແລະທູດ​ພິ​ເສດຈາກເກົາ​ຫຼີ​ໃຕ້ ​ເພື່ອສັນຕິ​ພາບແລະ​ຄວາມ​ປອດ​ໄພ​ໃນແຫຼມ​ເກົາຫຼີ ທ່ານ Kim Hong –kyun ​ໄດ້ກ່າວ​ເນັ້ນວ່າປະ​ເທດ​ ຂອງ​ພວກ​ເຂົາ​ເຈົ້າ​ ທີ່​ໄດ້​ປະສານ​ງານ​ຮ່ວມ ​ເພື່ອ​ລົງໂທດດ້ານ​ເສດຖະກິດໃຫ້ແກ່​ລັດຖະບານ​ທ່ານ Kim Jong Un ໃຫ້ໜັກຂຶ້ນຕຶ່ມ.

ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ຂຶ້ນກ່າວຄຳປາໄສ ໃນກອງປະຊຸມຄັ້ງທີ 9 ຂອງທ່ານ Kim Il Sung ຂອງຜູ້ນຳຊາວໝຸ່ມ ສັງຄົມນິຍົມ (KCNA) ໃນພຽງຢາງ, 29 ສິງຫາ, 2016.
ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ຂຶ້ນກ່າວຄຳປາໄສ ໃນກອງປະຊຸມຄັ້ງທີ 9 ຂອງທ່ານ Kim Il Sung ຂອງຜູ້ນຳຊາວໝຸ່ມ ສັງຄົມນິຍົມ (KCNA) ໃນພຽງຢາງ, 29 ສິງຫາ, 2016.

“ເກົາ​ຫຼີ​ໃຕ້ ​ແລະ​ສະຫະລັດ ​ໄດ້​ຕັດສິນ ທີ່​ຈະ​ລົງ​ໂທດ​ຢ່ວ​ແຂງ​ຂັນ ​ແລະ​ກົດ​ດັນ​ໃຫ້​ມີ​ການເອົາ​ມາດ​ຕະການ​ລະດັບ​ຮ້າຍແຮງ​ສຸດ ​ແລະ​ເຄັ່ງ​ຄັດ​ຕໍ່​ກາດ​ຕະການ ຕ້ານ​ຕໍ່ ເກົາ​ຫຼີເໜືອ. ຊຶ່ງ​ຮວມທັງ ການ​ເອົາ​ມາ​ຕະການ​ຂອງ​ສະພາ​ຄວາມ​ໝັ້ນຄົງອົງການສະຫະ​ປະຊາ​ຊາດ ການ​ລົງ​ໂທດ​ຢ່າງ​ເປັນ​ເອກ​ກະລາດ ​ແລະ​ກົດ​ດັນ​ໃນ​ລະດັບ​ສາກົນ,” ຊຶ່ງ​ທູດ​ພິ​ເສດຂອງເກົາ​ຫຼີ​ໃຕ້ ທ່ານ Kim Hong –kyun ​ໄດ້​ກ່າວ​ໄວ້.

ເກົາ​ຫຼີເໜືອ ມີປະຕິກິລິຍາຢ່າງໂກດແຄ້ນຕໍ່ການລົງໂທດຂອງອົງການສະຫະ​ປະຊາ​ຊາດ ໃນເດືອນມີນາຜ່ານມາ ຂອງການທົດ​ລອງ​ນິວ​ເຄລຍ ຄັ້ງ​ທີ 4. ໃນຮອບ 6 ເດືອນທີ່ຜ່ານມາ ພຽງຢາງ ໄດ້ເພີ້ມທະວີຄວາມພະຍາຍາໃນການພັດທະນາ ອາວຸດ ທີ່ໄດ້ທົດລອງລູກສອນ ໄຟ 20 ຄັ້ງ ແລະໃນສັບປະດາແລ້ວນີ້ ໄດ້ທົດລອງລະເບີດນິວເຄລຍ ອັນທີ 2 ໃນຮອບນຶ່ງປີ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG