ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ສະຫະລັດຢ້ຽມຢາມ ບ້ານຈັດສັນໃຫ້ຊາວມົ້ງ ທີ່ກັບຈາກໄທ


ຊາວອົບພະຍົບມົ້ງ ທີ່ບ້ານໂພນຄຳ ພາກັນເອົານ້ຳກອ໊ກໄປໄວ້ໃຊ້
ຊາວອົບພະຍົບມົ້ງ ທີ່ບ້ານໂພນຄຳ ພາກັນເອົານ້ຳກອ໊ກໄປໄວ້ໃຊ້

ທາງການລາວຢືນຢັນກັບຄະນະເຈົ້າໜ້າທີ່ຂັ້ນສູງຂອງກະຊວງຕ່າງປະເທດສະຫະລັດວ່າ ໄດ້ເບິ່ງ ແຍງຊາວມົ້ງທີ່ຖືກສົ່ງກັບຄືນຈາກໄທເປັນຢ່າງດີ ແລະບໍ່ມີການຈຳກັດເສລີພາບໃນການເດີນທາງ ສັນຈອນໄປມາໃນລາວ ລວມເຖິງການທີ່ຈະເດີນທາງໄປຕ່າງປະເທດແຕ່ຢ່າງໃດ.

ທ່ານພົນຈັດຕະວາ ບົວສ້ຽງ ຈຳປາພັນ ຮອງຫົວໜ້າກົມເສນາທິການກອງທັບປະຊາຊົນລາວ ໄດ້ ໃຫ້ການຢືນຢັນກັບທ່ານ Eric Schwartz ລັດຖະມົນຕີຊ່ວຍວ່າການຕ່າງປະເທດຜູ້ຮັບຜິດຊອບ ກິດຈະການດ້ານການພົນລະເມືອງ ຊາວອົບພະຍົບແລະການເຂົ້າເມືອງຂອງສະຫະລັດ ຊຶ່ງໄດ້ ເດີນທາງໄປຢ້ຽມຢາມປະເທດລາວຢ່າງເປັນທາງການໃນລະວ່າງວັນທີ່ 13-16 ເດືອນມິຖຸນານີ້ ວ່າລັດຖະບານລາວມີນະໂຍບາຍຢ່າງຊັດເຈນ ໃນການປະຕິບັດຕໍ່ບັນດາຊາວມົ້ງທີ່ຖືກສົ່ງກັບຄືນ ຈາກປະເທດໄທທຸກຄົນຢ່າງສະເໝີພາບ ແລະຖືວ່າຊາວມົ້ງເຫລົ່ານີ້ກໍຄືພົນລະເມືອງລາວທີ່ມີສິດ ເສລີພາບທຸກປະການພາຍໃຕ້ກົດໝາຍຂອງລາວ. ພ້ອມກັນນີ້ ທ່ານພົນຈັດຕະວາ ບົວສ້ຽງ ກໍຍັງໄດ້ໃຫ້ການຢືນຢັນດ້ວຍວ່າທາງການລາວ ໄດ້ໃຫ້ ການຊ່ວຍເຫລືອແລະເບິ່ງແຍງຊາວມົ້ງທຸກຄົນ ເປັນຢ່າງດີ ກັບທັງຍັງບໍ່ມີການຈຳກັດສິດທິເສລີພາບໃນການເດີນທາງສັນຈອນໄປມາໃນລາວລວມ ເຖິງບໍ່ມີການຈຳກັດສິດທິຂອງບັນດາຊາວມົ້ງທີ່ຈະເດີນທາງໄປຢ້ຽມຢາມຫລືວ່າໄປຢູ່ກັບຍາດພີ່ນ້ອງ ຂອງພວກເຂົາເຈົ້າຢູ່ໃນຕ່າງປະເທດອີກດ້ວຍ ພຽງແຕ່ວ່າໃນເວລານີ້ຊາວມົ້ງທຸກຄົນທີ່ຖືກສົ່ງກັບ ຄືນຈາກໄທນັ້ນຍັງຈະຕ້ອງລໍຖ້າສຳມະໂນຄົວ ບັດປະຈຳຕົວປະຊາຊົນ ແລະໜັງສືເດີນທາງ ຫລື Passport ຈາກທາງການລາວເພື່ອທີ່ວ່າຈະໄດ້ນຳໄປໃຊ້ປະກອບໃນການຂໍອະນຸຍາດວິຊ່າຈາກ ສະຖານທູດຂຊອງປະເທດ ທີ່ຊາວມົ້ງຕ້ອງການ ຈະເດີນທາງໄປຢ່າງຖືກຕ້ອງຕາມກົດໝາຍຕໍ່ໄປ.

ແຕ່ຢ່າງໃດກໍຕາມ ທ່ານພົນຈັດຕະວາ ບົວສ້ຽງ ກໍບໍ່ໄດ້ໃຫ້ລາຍລະອຽດວ່າບັນດາຊາວມົ້ງຈະຕ້ອງ ລໍຖ້າອີກດົນນານເທົ່າໃດຈຶ່ງຈະໄດ້ຮັບເອກະສານ ສຳຄັນດັ່ງກ່າວຢ່າງຄົບຖ້ວນ ຫາກແຕ່ວ່າໃນໂອ ກາດດຽວກັນນີ້ ທາງການລາວກໍໄດ້ພາຄະນະຂອງທ່ານ Eric Schwartz ເດີນທາງໄປຢ້ຽມຢາມ ຊາວມົ້ງຢູ່ເຂດຈັດສັນໃໝ່ບ້ານໂພນຄຳ ເມືອງບໍລິຄຳໄຊດ້ວຍ ຊຶ່ງກໍປາກົດວ່າ ບັນດາແກນນຳຂອງ ຊາວມົ້ງຢູ່ເຂດຈັດສັນໃໝ່ດັ່ງກ່າວນີ້ໄດ້ໃຫ້ ການ ຢືນຢັນກັບຄະນະຂອງທ່ານ Eric Schwartz ວ່າ ພວກຕົນມີຊີວິດແລະການເປັນຢູ່ທີ່ດີຂື້ນເນຶ່ອງຈາກວ່າໄດ້ຮັບການເບິ່ງແຍງ ຈາກທາງການລາວ ເປັນຢ່າງດີໃນທຸກໆດ້ານ ແລະພວກຕົນກໍໄດ້ຕັດສິນໃຈແລ້ວວ່າຈະບໍ່ເດີນທາງຫລືອົບພະຍົບໄປໃສອີກ ແລ້ວ ດັ່ງທີ່ແກນນຳຄົນນຶ່ງຂອງຊາວມົ້ງ ຢູ່ໃນເຂດຈັດສັນໃໝ່ບ້ານໂພນຄຳໄດ້ໃຫ້ການຢືນຢັນໃນ ຕອນນຶ່ງວ່າ:

“ພາຍຫລັງທີ່ໄດ້ມາຢູ່ໃນເມຶອງລາວກໍຖືວ່າມີຊິວິດຄວາມເປັນຢູ່ທາງຄອບຄົວດີຂື້ນ ກໍຖືວ່າສະບາຍ ກວ່າເກົ່າໂດຍໃນເບື້ອງຕົ້ນນັ້ນ ກໍຖືວ່າຫລົງ ຜິດໄປເຊື່ອພວກຄົນບໍ່ດີທີ່ຕົ໋ວະຍົວະລໍ້ລວງກັນໄປຫລົງ ເຊື່ອໄປນຳເຂົາ ແຕ່ວ່າດຽວນີ້ຮູ້ວ່າເນາະ ແລະເມື່ອໄດ້ມີຊີວິດຄວາມເປັນຢູ່ ຢ່າງນີ້ແລ້ວ ກໍສິບໍ່ຫລົງ ເຊື່ອງ່າຍໆ ແລະກໍສິບໍ່ໄປອີກຈັກເທື່ອ ກໍສິຕັ້ງໃຈມາຢູ່ບ້ານນີ້ ພັດທະນາຢູ່ໃນບ້ານນີ້ ແລະເປັນພົນ ລະເມືອງທີ່ດີຂອງຊາດຕໍ່ໄປ”

ກ່ອນໜ້ານີ້ ທ່ານເຄນ ລໍມະນີ ເຈົ້າເມືອງໆບໍລິຄັນ ແຂວງບໍລິຄຳໃຊ ໄດ້ຖະແຫລງຢືນຢັນວ່າການ ພັດທະນາເຂດຈັດສັນໃໝ່ບ້ານໂພນຄຳ ນັບຕັ້ງ ແຕ່ທ້າຍປີທີ່ແລ້ວເປັນຕົ້ນມາໄດ້ມີຜົນການດຳນເນີນ ງານທີ່ຄືບໜ້າໄປຫລາຍແລ້ວໃນຂະນະນີ້ ໂດຍໄດ້ມີການສ້າງເຮືອນໃຫ້ກັບຊາວມົ້ງ 610 ຄອບຄົວ ຫລືຫລາຍກວ່າ 3,500 ຄົນໄດ້ຢ່າງຄົບຖ້ວນແລ້ວ ສ່ວນພື້ນທີ່ການກະເສດກໍບຸກເບີກໄດ້ແລ້ວ 600 ເຮັກຕ້າ ຊຶ່ງກໍເຮັດໃຫ້ສາມາດຈັດສັນ ໃຫ້ກັບຊາວມົ້ງໄດ້ແລ້ວລະຫວ່າງ 1.2 – 1.5 ເຮັກຕ້າ ຕໍ່ຄອບຄົວ ແລະກໍຄາດວ່າຈະຈັດສັນເພີ່ມຂື້ນໃຫ້ເປັນຄອບຄົວລະ 2 ເຮັກຕ້າໃຫ້ໄດ້ໃນໝໍ່ໆນີ້ ສຳ ຫລັບໃນດ້ານຂອງການດຳເນີນງານພັດທະນາໂຄງຂ່າຍພື້ນຖານແລະສິ່ງອຳນວຍຄວາມສະດວກ ຕ່າງໆນັ້ນກໍປາກົດວ່າ ການກໍ່ສ້າງຖະໜົນ ທີ່ເຊຶ່ອມຕໍ່ຈາກເຂດຈັດສັນໃໝ່ບ້ານໂພນຄຳ ໄປຍັງເມືອງ ບໍລິຄັນດ້ວຍລະຍະທາງຍາວ 57 ກິໂລເມດນັ້ນກໍໄດ້ດຳເນີນການເສັດສົມບູນ ແລະເປີດໃຊ້ ແລ້ວ ຊຶ່ງກໍເຊັ່ນດຽວກັນກັບການວາງແນວສາຍສົ່ງກະແສໄຟຟ້າທີ່ເຮັດໃຫ້ຊາວມົ້ງໄດ້ຊົມໃຊ້ໄຟຟ້າແລ້ວ ທັງໝົດ 610 ຄອບຄົວ ນັບແຕ່ທ້າຍເດືອນ ພືດສະພາເປັນຕົ້ນມາ ແລະຍັງສາມາດເຊື່ອມຕໍ່ໂທລະ ສັບ ທັງໃນແລະຕ່າງປະເທດໄດ້ອີກດ້ວຍ. ນອກຈາກນີ້ ທາງການລາວກໍໄດ້ດຳເນີນການກໍ່ສ້າງ ສະຖານີອະນາໄມ ລະບົບນ້ຳລິນ-ນ້ຳບາດານ ແລະວິດຖ່າຍສຳເຫລັດແລ້ວ ສ່ວນທີ່ກຳລັງດຳເນີນ ການກໍ່ສ້າງຢູ່ໃນເວລານີ້ ກໍຄືຄິວລົດ ການປັບປຸງ ຕະຫລາດຊົ່ວຄາວໃຫ້ເປັນການຖາວອນ ແລະ ການກໍ່ສ້າງໂຮງຮຽນປະຖົມເພື່ອຮອງຮັບລູກຫລານຂອງຊາວມົ້ງ 1,120 ຄົນໃຫ້ໄດ້ພາຍໃນສົກ ຮຽນປີໜ້າ ພ້ອມກັນນັ້ນທາງການລາວກໍຍັງໄດ້ສົມທົບກັບພາກເອກກະຊົນເຂົ້າໃນການສົ່ງເສີມ ໃຫ້ຊາວມົ້ງປູກພືດເສດຖະກິດຕ່າງໆ ເຊັ່ນ ສາລີ ມັນ ຖົ່ວດິນ ຖົ່ວຂຽວ ແລະງາ ອີກດ້ວຍ.

XS
SM
MD
LG