ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ຮຽກຮ້ອງ ໃຫ້ເກົາຫຼີເໜືອ ປ່ອຍໂຕ ຊາວອາເມຣິກັນ ທີ່ຖືກຈັບ


ທ່ານ Glyn Davies ທູດພິເສດສະຫະລັດ ກ່າວຕໍ່ນັກຂ່າວ ທີ່ກຸງປັກກິງ.
ວັນທີ 21 ພະຈິກ 2013.
ທ່ານ Glyn Davies ທູດພິເສດສະຫະລັດ ກ່າວຕໍ່ນັກຂ່າວ ທີ່ກຸງປັກກິງ. ວັນທີ 21 ພະຈິກ 2013.
ມີ​ລາຍ​ງານ​ຂ່າວ​ວ່າ ​ເກົາຫຼີ​ເໜືອ​ໄດ້​ກັກ​ໂຕ​ພົນລະ​ເມືອງ​ອາ​ເມ
ຣິກາ​ຄົນ​ນຶ່ງໄວ 85 ປີແລະ​ຜູ້ກ່ຽວ​ເຄີຍ​ເປັນ​ນັກ​ລົບ​ເກົ່າໃນ​ປາງ
​ສົງຄາມ​ເກົາຫຼີ ທີ່​ເຂົ້າ​ໄປ​ໃນ​ປະ​ເທດດັ່ງກ່າວໂດຍມີ​ວີ​ຊາ​ເຂົ້າ
​ເມືອງ ໃນ​ຖານະ​ນັກ​ທ່ອງ​ທ່ຽວ​ ທີ່​ຖືກຕ້ອງ​ຕາມ​ກົດໝາຍ.

ລາຍ​ງານ​ສື່​ມວນ​ຊົນ​ເວົ້າ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫຼີ​ເໜືອໄດ້
​ພາ​ໂຕ​ທ່ານ Merrill Newman ທີ່​ເດີນທາງ ​ໄປ​ຈາກ​ລັດ​ຄາ
​ລີ​ຟໍ​ເນຍອອກ​ຈາກ​ເຮືອບິນຊຶ່ງ​ເວລາ​ນັ້ນ​ທ່ານ Newman ກຳ
ລັງ​ຈະເດີນທາງ​ອອກ​ຈາກ​ປະ​ເທດ​ ​ໃນ​ວັນ​ທີ 26 ຕຸລາເດືອນ
​ແລ້ວ​ນີ້.

ນາຍ Jeff Newman ລູກ​ຊາຍ​ຂອງ​ທ່ານ Newman ກ່າວ​ຕໍ່​ອົງການ​ຂ່າວ CNN ວ່າ ເປັນຄວາມ
​ຝັນ​ຂອງພໍ່​ລາວມາ​ຕັ້ງ​ແຕ່​ດົນ​ນານທີ່​ຢາກ​ໄປ​ເຫັນ​ເກົາຫຼີ​ເໜືອ​ ພ້ອມ​ທັງ​ວັດທະນະ​ທຳ​ຂອງ​ເກົາຫຼີ
​ເໜືອ ຫຼັງ​ຈາກ​ທ່ານ Newman ເຄີຍ​ຮັບໃຊ້​ໃນຖານະ​ເປັນ​ນາຍ​ຮ້ອຍທະຫານ​ໃນໜ່ວຍ​ທະຫານ​
ລາບ​ຂອງກອງທັບ​ສະຫະລັດທີ່​ເກົາຫຼີ​ໃຕ້​ໃນ​ຊຸມ​ປີ 1950 ນັ້ນ.

ນາຍ Jeff Newman ກ່າວ​ຕື່ມ​ວ່າ ພໍ່​ຂອງ​ລາວ​ໄດ້​ເປັນ​ຜູ້​ຈັດ​ແຈງ​ການ​ເດີນທາງ​ໃນ​ຄັ້ງ​ນີ້ ​ໂດຍ​ຜ່ານ
​ບໍລິສັດ​ນຳ​ທ່ຽວ​ຈີນ ທີ່​ໄດ້​ຮັບ​ຜ່ານ​ການ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ເກົາຫຼີ​ເໜືອ​ແລະມີ​ວີ​ຊາ​ເຂົ້າ​ເມືອງ​ຢ່າງ
​ຖືກຕ້ອງ​ຕາມ​ກົດໝາຍ.

ທ່ານ Newman ເດີນທາງ​ໄປ​ເກົາຫຼີ​ເໜືອຮ່ວມ​ກັບ​ທ່ານ Bob Hamrdla ​ເພື່ອນ​ໃກ້​ຄຽງ​ກັບ​ທ່ານ​ທີ່
​ອາໄສ​ຢູ່​ໃນ​ບ້ານ​ພັກ ​ສຳລັບ​ພວກ​ຜູ້​ຄົນ​ທີ່​ອອກ​ກິນ​ເບ້ຍ​ບຳນານແຫ່ງ​ດຽວ​ກັນ. ສ່ວນ​ທ່ານ Hamrdla
​ໄດ້​ຮັບ​ອະນຸຍາດ​ໃຫ້​ກັບ​ຄືນ​ປະ​ເທດ​ ຊຶ່ງ​ໃນ​ເວລາ​ຕໍ່​ມາ​ທ່ານ Bob Hamrdla ​ເອີ້ນ​ເຫດການ​ດັ່ງກ່າວ
​ວ່າ ​ເປັນຄວາມ​ເຂົ້າ​ໃຈ​ຜິດ​ກັນ​ທີ່​ຮ້າຍ​ແຮງ ​ແລະ​ສະ​ແດງ​ຄວາມຫວັງ​ອອກ​ມາ​ວ່າ ທາງ​ກຸງ​ພຽງ​ຢ້າງ​
ຈະ​ປ່ອຍ​ໂຕ​ທ່ານ Newman ຍ້ອນເຫດຜົນ​ທາງ​ດ້ານມະນຸດສະທຳ.

​ເກົາຫຼີ​ເໜືອ ຊຶ່ງ​ກຳລັງ​ກັກ​ຂັງ​ນັກ​ເຜີຍ​ແຜ່​ສາ​ສະ​ໜາ​ຄຣິສຕຽນ​ອະ​ເມຣິກັນ​ເຊື້ອສາຍ​ເກົາຫຼີຄົນ​ນຶ່ງ​ໄວ້
​ເຊັ່ນ​ກັນ ​ໃນ​ຂໍ້​ຫາ​ຫາ​ທາງ​ໂຄ່ນ​ລົ້ມ​ລັດຖະບານ​ນັ້ນ ຍັງ​ບໍ່​ທັນໃຫ້​ຄວາມ​ເຫັນ​ໃດໆເທື່ອ​ກ່ຽວ​ກັບກໍລະ
ນີ​ຂອງ​ທ່ານ Newman. ຍັງ​ບໍ່​ເປັນ​ທີ່​ຮູ້ຈັກ​ກັນເທື່ອ​ວ່າຜູ້ກ່ຽວ​ໄດ້​ຖືກ​ກ່າວໃນ​ຄວາມ​ຜິດໃດໆຫລື​ບໍ່.

​ໃນ​ວັນ​ພະຫັດ​ມື້​ນີ້ ທ່ານ Glyn Davies ທູດ​ພິ​ເສດ​ຂັ້ນ​ສູງ​ສຸດ​ຂອງ​ສະຫະລັດ​ກ່ຽວ​ກັບເກົາຫຼີ​ເໜືອ
ຮຽກຮ້ອງ​ໃຫ້​ກຸງ​ພຽງຢ້າງ​ແກ້​ໄຂ​ບັນຫາ​ເລື້ອງ​ການ​ຈັບ​ກຸມ​ພວກ​ພົນລະ​ເມືອງ​ອະເມຣິກັນ​ນີ້. ທ່ານ
Davies ທີ່​ໃຫ້​ຄວາມ​ເຫັນດັ່ງກ່າວ​ນີ້ໃນ​ຂະນະ​ທີ່​ພັກ​ຢູ່ທີ່​ກຸງ​ປັກ​ກິ​ງນັ້ນ ບໍ່​ໄດ້​ເອີ່​ຍຊື່​ຂອງ​ທ່ານ
Newman ອອກ​ມາ​ໂດຍ​ກົງ.

XS
SM
MD
LG