ເອກອັກຄະລັດຖະທູດຂອງສະຫະລັດປະຈຳອິສຣາແອລ ກ່າວໃນອາທິດນີ້ວ່າ
ວໍຊິງຕັນຍິນດີທີ່ຈະໃຊ້ກໍາລັງທະຫານ ຖ້າຫາກວ່າມີຄວາມຈໍາເປັນ ໃນການຢຸດ
ຢັ້ງ ອີຣ່ານ ບໍ່ໃຫ້ສ້າງອາວຸດນີວເຄລຍ ແລະໄດ້ມີການວາງແຜນໄວ້ແລ້ວ ທີ່ອາດ
ຈະທໍາການໂຈມຕີ.
ເອກອັກຄະລັດຖະທູດ Daniel Shapiro ກ່າວຕໍ່ສະມາຊິກສະມາຄົມທະນາຍ
ຄວາມຂອງອິສຣາແອລວ່າ “ມັນຈະເປັນການເໝາະສົມກວ່າທີ່ຈະແກ້ໄຂກັນບັນ
ຫາດັ່ງກ່າວທາງດ້ານການທູດ ແລະໂດຍຜ່ານການໃຊ້ການກົດດັນ ກວ່າການ
ໃຊ້ກໍາລັງທະຫານ.”
ແຕ່ທ່ານກ່າວວ່າ “ມັນບໍ່ໄດ້ໝາຍຄວາມວ່າ ທາງເລືອກນັ້ນຍັງບໍ່ມີໄວ້ຢ່າງເຕັມ
ທີ່ເທື່ອ. ບໍ່ແມ່ນວ່າ ມີໄວ້ທໍ່ນັ້ນ ແຕ່ວ່າມັນຕຽມພ້ອມແລ້ວ. ແຜນການວາງທີ່ມີ
ຄວາມຈໍາເປັນຕ່າງໆໄດ້ເສັດສິ້ນຮຽບຮ້ອຍແລ້ວເພື່ອຄໍ້າປະກັນວ່າມັນຕຽມ
ພ້ອມແລ້ວ.”
ອີງຕາມອົງການຂ່າວເອເພີ ຊຶ່ງໄດ້ລາຍງານວ່າ ຕົນມີເທບບັນທຶກຄໍາຖະແຫລງ
ນັ້ນ ທ່ານ Shapiro ຮັບຮູ້ວ່າ ໄລຍະເວລາສຳຫຼັບການເຄື່ອນໄຫວ ດ້ານການ
ທູດນັ້ນກໍາລັງດຳເນີນໄປ. ທ່ານເວົ້າວ່າ “ພວກເຮົາເຊື່ອວ່າມັນຍັງມີເວລາຢູ່ແຕ່ບໍ່
ຫຼາຍບໍ່ແມ່ນວ່າມີເວລາບໍ່ຈໍາກັດ. ແຕ່ເມື່ອເຖິງຈຸດໃດຈຸດນຶ່ງ ພວກເຮົາອາດຕ້ອງ
ໄດ້ຊັ່ງຊາວ່າ ການດຳເນີນການດ້ານການທູດຈະບໍ່ໄດ້ຜົນ.”
ຄໍາຖະແຫລງຂອງເອກອັກຄະລັດຖະທູດສະຫະລັດດັ່ງກ່າວ ໄດ້ມີການລາຍງານ
ເປັນຄັ້ງທໍາອິດໃນວັນພະຫັດວານນີ້ ໂດຍໜັງສືພິມ Makor Rishon ຂອງ
ອິສຣາແອລ. ທ່ານ Shapiro ໃຫ້ຄວາມເຫັນທີ່ວ່ານີ້ໃນວັນອັງຄານຜ່ານມາ.
ໂຄສົກສະຖານທູດສະຫະລັດ ທີ່ກຸງແຕນອາວິບ ໄດ້ປະຕິເສດບໍ່ຍອມໃຫ້ການ
ອະທິ ບາຍຫຍັງເພີ່ມຕື່ມກ່ຽວກັບການໃຫ້ຄວາມເຫັນຂອງເອກອັກຄະລັດຖະ
ທູດສະຫະລັດ ທີ່ໄດ້ອອກອາກາດ ໂດຍວິທະຍຸແລະໂທລະພາບຂອງອິສຣາແອລ.
ສະຫະລັດ ອິສຣາແອລ ແລະປະຊາຄົມນາໆຊາດເຊື່ອວ່າ ໂຄງການນີວເຄລຍ
ຂອງອີຣ່ານນັ້ນ ແມ່ນມີເປົ້າໝາຍເພື່ອພະຍາຍາມສ້າງອາວຸດນີວເຄລຍ ແຕ່ເປັນ
ຂໍ້ກ່າວຫາທີ່ເຕເຮຣານໄດ້ປະຕິເສດ ໂດຍກ່າວວ່າ ໂຄງການນິວເຄລຍຂອງຕົນ
ເປັນໂຄງການພະລັງງານນິວເຄລຍດ້ານພົນລະເຮືອນ ແລະເພື່ອນຳໃຊ້ທາງ
ດ້ານການແພດ.
ໃນຂະນະດຽວກັນລັດຖະມົນຕີປ້ອງກັນປະເທດສະຫະລັດທ່ານ Leon Panetta
ກ່າວວ່າ ທຳນຽບຫ້າແຈຈະໃຫ້ເງິນຊ່ອຍເຫຼືອເພີ້ມຕື່ມ 70 ລ້ານໂດລາແກ່
ອິສຣາແອລ ເພື່ອສ້າງລະບົບຕໍ່ຕ້ານຈະຫລວດລະຍະສັ້ນ ທີ່ຮູ້ກັນໃນນາມ
“Iron Dome” ນັ້ນ.
ທ່ານໃຫ້ຄວາມເຫັນດັ່ງກ່າວ ຫລັງຈາກໄດ້ພົບປະກັບຄູ່ຕຳແໜ່ງຝ່າຍອິສຣາແອລ
ທ່ານ Ehud Barak ທີ່ກຸງວໍຊິງຕັນໃນວັນພະຫັດວານນີ້.