ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທູດ​ພິ​ເສດ​ ສຫລ ​ປະ​ຈໍາ​ ອັຟກາ​ນີສຖານ ​ແ​ລະ​ປາ​ກີ​ສຖານ ລາອອກ​


ທ່ານ Marc Grossman ທູດ​ພິ​ເສດ​ສະຫະລັດ​ປະ​ຈໍາ​ອັຟກາ​ນີສຖານ ​ແ​ລະ​ປາ​ກີ​ສຖານ ​ທີ່ຂໍລາອອກ​ຈາກ​ຕໍາ​ແໜ່​ງ.
ທ່ານ Marc Grossman ທູດ​ພິ​ເສດ​ສະຫະລັດ​ປະ​ຈໍາ​ອັຟກາ​ນີສຖານ ​ແ​ລະ​ປາ​ກີ​ສຖານ ​ທີ່ຂໍລາອອກ​ຈາກ​ຕໍາ​ແໜ່​ງ.
ທູດ​ພິ​ເສດ​ສະຫະລັດ​ປະ​ຈໍາ​ອັຟກາ​ນີສຖານ ​ແ​ລະ​ປາ​ກີ​ສຖານ ​ຂໍລາອອກ​ຈາກ​ຕໍາ​ແໜ່​ງ.

ກະຊວງ​ຕ່າງປະ​ເທດສະຫະລັດ​ເວົ້າ​ວ່າ ທ່ານ Marc Grossman ຈະລາ​ອອກ​ຈາກຕໍາ​ແໜ່​ງທູດ​ພິ​ເສດ​ດັ່ງກ່າວ ​ໃນ​ເດືອນ​ໜ້າ​ນີ້ ​ເພື່ອ​ກັບ​ຄືນ​ສູ່​ຊີວິດ​ສ່ວນ​ຕົວ ແລະ ​ທ່ານ David Pearce ຜູ້​ຮອງ​ຂອງ​ທ່ານ ຈະ​ເຂົ້າຮັບ​ຕໍາ​ແໜ່​ງ​ແທນ.

ທ່ານ Grossman ຊຶ່ງ​ອອກ​ກິນ​ເບ້ຍ​ບຳນານ​ແລ້ວນັ້ນ​ໄດ້​ເຂົ້າຮັບ​ຕຳ​ແໜ່​ງ ທູດ​ພິ​ເສດຂອງ​ສະຫະລັດ​ໃນຕົ້ນປີນີ້ ລຸນ​ຫຼັງການ​ເສຍ​ຊີວິດ​ຢ່າງ​ກະທັນຫັນ​ຂອງ​ທູດ​ພິ​ເສດຄົນ​ກ່ອນ ທ່ານ Richard Holbrooke.

​ໃນໄລຍະການ​ດໍາ​ລົງຕໍາ​ແໜ່​ງຂອງ​ທ່ານ ໂຮມ​ທັງ​ຄວາມສໍາພັນ​ທີ່​ເຄັ່ງ​ຕຶງ ລະຫວ່າງ​ສະຫະ ລັດ​ແລະ​ປາ​ກີ​ສຖານ ກ່ຽວ​ກັບ​ບັນຫາ​ການ​ໂຈມ​ຕີ​ຂອງ​ເຮືອ ບິນ​ບໍ່​ມີ​ຄົນ​ຂັບຂອງ​ສະຫະລັດ​ ໃນ​ດິນ​ແດນ​ປາ​ກີ​ສຖານ ​ແລະການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອະ​ເມ​ຣິກັນທີ່​ໄດ້​ສັງຫານ​ທະ ຫານ​ປາ​ກີ​ສຖານ 24 ຄົນ​ດ້ວຍ​ຄວາມ​ເຂົ້າ​ໃຈ​ຜິດ ​ແລະ​ການ​ບຸກ​ເຂົ້າ​ໄປສັງຫານນາຍ Osama Bin Laden ຫົວໜ້າ​ກຸ່ມກໍ່​ການ​ຮ້າຍອາລຄາ​ອີ​ດາ ຂອງສະຫະລັດ ທີ່​ເມືອງ Abbotabad. ທ່ານ Grossman ຍັງ​ໄດ້​ປະຕິບັດ​ງານ​ເພື່ອ​ສະໜັບສະ ໜຸນ​ຂັ້ນ​ຕອນ​ການ​ສ້າງ​ສັນຕິພາບໃນອັຟກາ​ນີສຖານ ​ແລະ​ໄດ້​ເນັ້ນ​ຍໍ້າເຖິງ​ຄວາມ​ຈໍາ​ເປັນ​ສໍາລັບ​ປາ​ກີ​ສຖານເພື່ອໃຫ້​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ສ້າງ ຄວາມ​ປອງ​ດອງ​ຊາດ​ດັ່ງກ່າວ.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ຕອນ​ແລງ​ຂອງ​ວັນ​ອັງ ຄານ​ວານ​ນີ້ທ່ານ​ນາງ Hillary Clinton ລັດຖະມົນຕີ​ຕ່າງປະ​ເທດ​ສະຫະ ລັດໄດ້​ກ່າວ​ຂອບ​ໃຈທ່ານ Grossman ​ໃນ​ຄວາມ​ມຸ້ງ​ໝັ້ນ​ຂອງ​ທ່ານ​ເພື່ອ​ນໍາພາ​ການ​ເຈລະຈາດ້ານທາງ​ການ​ທູດ ຊຶ່ງ ທ່ານ​ນາງ​ກ່າວ​ວ່າ ​ທີ່ໄດ້​ນໍາ​ໄປ​ສູ່​ເຄືອ​ຂ່າຍ​ໃຫ້ການ​ສະໜັບສະ​ໜຸນ​ລະດັບ​ຂົງເຂດ​ ແລະ​ ລະດັບ​ນານາ​ຊາດ​ສໍາລັບ​ອັຟກາ​ນີສຖານ ຫຼັງຈາກ​ປີ 2014 ນັ້ນ.
XS
SM
MD
LG