ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທູດພິເສດຂອງ ສຫລ ແລະກຸ່ມຕາລີບານ ຕ້ອງຕິທ່ານການີວ່າ ເຮັດໃຫ້ແຜນການ ໂອນອໍານາດຢ່າງສັນຕິ ພັງທະລາຍລົງ


ພວກຜູ້ຊາຍຊາວອັຟການິສຖານຢືນຢູ່ໃກ້ຮູບຂອງປະທານາທິບໍດີ ອັຟການິສຖານ, ທ່ານ Ashraf Ghani ທີ່ຖືກສີກຂາດຢູ່ສະໜາມບິນສາກົນຂອງນະຄອນຫລວງກາບູລ, ວັນທີ 16 ສິງຫາ, 2021
ພວກຜູ້ຊາຍຊາວອັຟການິສຖານຢືນຢູ່ໃກ້ຮູບຂອງປະທານາທິບໍດີ ອັຟການິສຖານ, ທ່ານ Ashraf Ghani ທີ່ຖືກສີກຂາດຢູ່ສະໜາມບິນສາກົນຂອງນະຄອນຫລວງກາບູລ, ວັນທີ 16 ສິງຫາ, 2021

ທູດພິເສດສັນຕິພາບຂອງສະຫະລັດສຳລັບອັຟການິສຖານກ່າວວ່າ ທ່ານໄດ້ຮັບປະກັນ ຂໍ້ຕົກລົງກ່ຽວກັບນາທີສຸດທ້າຍ ກັບພວກຕາລີບານໃນກາງເດືອນສິງຫາ ເພື່ອໃຫ້ພວກກະບົດ ຢູ່ນອກນະຄອນຫຼວງກາບູລໃນຕອນທີ່ພວກເຂົາ ເຈົ້າເຈລະຈາ ກ່ຽວກັບການຫັນປ່ຽນ ທາງການເມືອງຢູ່ນັ້ນ. ແຕ່ທ່ານເວົ້າວ່າ ການຕັດສິນໃຈຂອງປະທານາທິບໍດີອາຊຣາຟ ການີ (Ashraf Ghani) ໃນການຫລົບໜີອອກຈາກປະເທດ ໄດ້ເຮັດໃຫ້ແຜນການດັ່ງກ່າວລົ້ມລະລາຍ.

ທູດພິເສດທີ່ເກີດຢູ່ໃນອັຟການິສຖານ, ທ່ານຊາລເມ ຄາລີລຊາດ (Zalmay Khalilzad) ໄດ້ເປີດເຜີຍເລື້ອງນີ້ ຢູ່ໃນການສຳພາດກັບໜັງສືພິມ Financial Times, ໂດຍກ່າວວ່າ ທ່ານໄດ້ເຈລະຈາໃຫ້ມີໄລຍະຫ່າງເປັນເວລາສອງອາທິດກ່ອນທີ່ນະຄອນຫຼວງຂອງອັຟການິສຖານ ຈະຕົກໄປເປັນຂອງກຸ່ມຕາລີບານ ໃນວັນທີ 15 ສິງຫາ. ທ່ານກ່າວອີກວ່າ ແຕ່ການຫຼົບໜີຂອງທ່ານການີ ໄດ້ເຮັດໃຫ້ເກີດມີຊ່ອງຫວ່າງຄວາມປອດໄພ ຢູ່ໃນຕົວເມືອງດັ່ງກ່າວ, ຊຶ່ງໄດ້ກະຕຸ້ນໃຫ້ກຸ່ມ ອິສລາມຫົວຮຸນແຮງເດີນເຂົ້າໄປໃນເມືອງໃນມື້ນັ້ນເລີຍ.
ທ່ານຄາລີລຊາດ (Khalilzad) ອະທິບາຍວ່າ ຂໍ້ຕົກລົງດັ່ງກ່າວຈະອະນຸຍາດໃຫ້ທ່ານການີຢູ່ໃນຕຳແໜ່ງຂອງທ່ານຕໍ່ໄປ ຈົນກວ່າຈະມີການຕົກລົງກັນໄດ້ຢູ່ໃນໂດຮາ ກ່ຽວກັບການຕັ້ງລັດຖະບານໃນອະນາຄົດ ເຖິງແມ່ນວ່າກຸ່ມຕາລີບານຈະໄດ້ຢືນລໍຖ້າຢູ່ທີ່ປະຕູຂອງນະຄອນຫຼວງກໍຕາມ.

ເຈົ້າໜ້າທີ່ຕາລີບານຄົນນຶ່ງ ໃນວັນພຸດວານນີ້ ໄດ້ຢືນຢັນລາຍລະອຽດ ກ່ຽວກັບຄວາມເຂົ້າໃຈທີ່ເຂົາເຈົ້າໄດ້ບັນລຸກັບທ່ານຄາລີລຊາດ (Khalilzad) ຢູ່ໃນນະ ຄອນຫຼວງໂດຮາ ຂອງກາຕາ ບ່ອນທີ່ພວກກະບົດໄດ້ມີຫ້ອງທາງການເມືອງຂອງເຂົາເຈົ້າດໍາເນີນວຽກງານຢູ່ນັ້ນ.

ໂຄສົກກຸ່ມຕາລີບານ, ທ່ານຊູເຮລ ຊາຮີນ (Suhail Shaheen) ກ່າວຕໍ່ວີໂອເອຈາກນະຄອນຫລວງໂດຮາວ່າ "ແມ່ນແລ້ວ, ມີຄຳເວົ້າແບບສຸພາບບຸລຸດ ຈາກຝ່າຍຂອງພວກເຮົາວ່າ ກຳລັງຂອງພວກເຮົາ ຈະບໍ່ເຂົ້າໄປໃນນະຄອນຫລວງກາບູລ ແລະພວກເຮົາຈະເຈລະຈາ ກ່ຽວກັບການໂອນອຳນາດໂດຍສັນຕິວິທີ".

ທ່ານຄາລີລຊາດໄດ້ບອກກັບໜັງສືພິມ Financial Times ວ່າ ທ່ານບໍ່ມີສິ່ງທີ່ພາໃຫ້ຄິດເລີຍວ່າ ທ່ານການີຕັ້ງໃຈ ທີ່ຈະຫລົບໜີໄປລີ້ໄພຢູ່ໃນສະຫະລັດອາຣັບເອມີເຣສ.

"ມີຄຳຖາມກ່ຽວກັບກົດໝາຍແລະຄວາມເປັນລະບຽບຮຽບຮ້ອຍຢູ່ໃນນະຄອນ ຫຼວງກາບູລຫຼັງຈາກທ່ານການີໄດ້ຫຼົບໜີໄປ ... ພວກຕາລີບານ [ຈາກນັ້ນ] ... ກໍເວົ້າວ່າ: 'ເຈົ້າຈະຮັບຜິດຊອບໃນການຮັກສາຄວາມປອດໄພຂອງກາບູລໃນເວລານີ້ບໍ?' ແລະຈາກນັ້ນ ທ່ານກໍຮູ້ວ່າມີຫຍັງເກີດຂຶ້ນ, ພວກເຮົາຈະບໍ່ຮັບເອົາຄວາມຮັບຜິດຊອບ,” ນັ້ນຄືຄໍາເວົ້າຂອງທູດພິເສດສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG