ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດສະຫະລັດ ຮຽກຮ້ອງ ໃຫ້ເອົາໃຈໃສ່ ຕໍ່ຄວາມຕ້ອງການ ສຳຫລັບຕອບໂຕ້ ຕໍ່ເຊື້ອອີໂບລາ


ເອກອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ສະຫະ​ປະຊາ​ຊາດ ຮຽກ
ຮ້ອງ​ໃຫ້​ເອົາ​ໃຈ​ໃສ່​ຕໍ່ຄວາມ​ຕ້ອງການສຳ​ຫລັບ​ການ​ຕອບ​ໂຕ້​
ຫຼາຍ​ຂຶ້ນ​ອີກຕໍ່ການລະບາດ​ຂອງ​ເຊື້ອ​ອີ​ໂບລາ ທີ່​ໄດ້​ເອົາ​ຊີວິດ​
ຜູ້​ຄົນ​ໄປ​ແລ້ວ​ເກືອບ 5 ພັນ​ຄົນ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ.

ທ່ານ​ນາງ Samantha Power ​ໄດ້​ຂຽນລົງໃນ Twitter ​ໃນ
ຕອນເຊົ້າ​ວັນ​ຈັນ​ມື້​ນີ້ ຫຼັງ​ຈາກ​ໄປ​ພັກ​ຢູ່​ໃນ​ກີ​ນີ ​ເປັນ​ເວລາ​ນຶ່ງ​ມື້
​ແລ້ວ ​ວ່າ “ຂະໜາດ​ຂອງຄວາມ​ຕ້ອງການ​ນັ້ນ​ແມ່ນ​ໃຫຍ່​
ມະຫາສານ”
​ແລະ​ວ່າ “​ຊັບພະຍາກອນ​ຂັ້ນ​ພື້ນຖານ​ທີ່​ສຸດ
ຈະ​ຊ່ອຍ​ຊີວິດ​ຜູ້​ຄົນ​ໄວ້​ໄດ້.”

ທ່ານ​ນາງ Power ກຳລັງ​ເດີນທາງ​ຢ້ຽມຢາມ ​ຫຼາຍ​ບ່ອນ​ໃນ​ສັບປະດາ​ນີ້ ໃນ​ພວກ​ປະ​ເທດ​
ທີ່​ໄດ້​ຖືກ​ກະທົບ​ໜັກ​ທີ່​ສຸດ ຮວມທັງ​Sierra Leone ​ແລະ​ໄລ​ເບ​ເຣຍ.

ທ່ານ​ນາງ Power ​ໄດ້​ເນັ້ນ​ເຖິງ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ພວກ​ຜູ້​ຄົນ​ທີ່​ກຳລັງ​ເຮັດ​ວຽກ​ຢູ່​ໃນ​ກີ​ນີນັ້ນ​ແລ້ວ ທີ່​ທຳ​ການ​ປິ່ນປົວ​ພວກ​ຄົນ​ເຈັບ ກໍ່ສ້າງ​ສະຖານ​ທີ່​ປິ່ນປົວ ​ແລະ​ສິດສອນ​ໃຫ້​ຜູ້​ຄົນຮູ້​ຈັກ ທີ່​ຮວມທັງພວກ​ນາຍ​ແພດ​ບໍ່​ມີ​ພົມ​ແດນ ຫຼື Doctors Without Borders ​ແລະ​ສູນ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດ​ຂອງ​ສະຫະລັດ.

ebola27october14
please wait
Embed

No media source currently available

0:00 0:02:00 0:00

ທ່ານ​ນາງ​ກໍ​ໄດ້​ເຂົ້າ​ຮ່ວມໂດຍ​ທາງວີ​ດີ​ໂອ​ໃນ​ວັນ​ອາທິດ​ວານ​ນີ້ ​ໃນກອງ​ປະຊຸມ​ຂອງ​ປະທາ
ນາທິບໍດີ ​ບາຣັກ ​ໂອ​ບາ​ມາ ​ກັບ​ບັນດາ​ທີ່​ປຶກສາດ້ານ​ສາທາລະນະ​ສຸກ ​ແລະ​ດ້ານ​ຮັກສາ​ຄວາມ​ໝັ້ນຄົງແຫ່ງ​ຊາດ ​ເພື່ອຫາລື​ກັນ​ເລື້ອງ​ທີ່​ທຳນຽບຂາວ​ເອີ້ນ​ວ່າ ການ​ເອົາ “ມາດ​ຕະ
ການ​ທີ່​ເໝາະສົມ”
​ເພື່ອ​ຄວບຄຸມ​ການລະບາດ ​ຂອງ​ການຕິດ​ເຊື້ອ​ອີ​ໂບລາ ຢູ່​ພາຍ​ໃນ​ປະ​ເທດ​.

US Health Official Criticizes Ebola Quarantine Protocols in NY, NJ
please wait

No media source currently available

0:00 0:02:24 0:00

XS
SM
MD
LG