ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດ ຂອງສະຫະລັດ ສົນທະນາກ່ຽວກັບສັນຕິພາບ ກັບກຸ່ມຕາລີບານ ໃນ ອັຟການິສຖານ


ຊາຍອັຟການິສຖານຜູ້ນຶ່ງໃສ່ໜ້າກາກປິດປາກໄວ້ ຍ່າງຜ່ານຮູບແຕ້ມຂອງທ່ານ Zalmay Khalilzad, ທູດພິເສດຂອງສະຫະລັດ ຮັບຜິດຊອບກ່ຽວກັບອັຟການິສຖານ ແລະ Mullah Abdul Ghani Baradar, ຫົວໜ້າຄະນະຜູ້ແທນເຈລະຈາຂອງກຸ່ມຕາລີບານ ໃນນະຄອນກາບູລ ຂອງອັຟການິສຖານ (ວັນທີ 13 ເມສາ, 2020)
ຊາຍອັຟການິສຖານຜູ້ນຶ່ງໃສ່ໜ້າກາກປິດປາກໄວ້ ຍ່າງຜ່ານຮູບແຕ້ມຂອງທ່ານ Zalmay Khalilzad, ທູດພິເສດຂອງສະຫະລັດ ຮັບຜິດຊອບກ່ຽວກັບອັຟການິສຖານ ແລະ Mullah Abdul Ghani Baradar, ຫົວໜ້າຄະນະຜູ້ແທນເຈລະຈາຂອງກຸ່ມຕາລີບານ ໃນນະຄອນກາບູລ ຂອງອັຟການິສຖານ (ວັນທີ 13 ເມສາ, 2020)

ທ່ານຊາລເມ ຄາລີລຊາດ (Zalmay Khalilzad), ທູດພິເສດຂອງສະຫະລັດ ຮັບຜິດຊອບກ່ຽວກັບອັຟການິສຖານ ໄດ້ພົບປະກັບພວກຜູ້ນໍາຂອງກຸ່ມຕາລີບານ ໃນກາຕາ ເພື່ອທົບທວນການປະຕິບັດຂໍ້ຕົກລົງສັນຕິພາບກັບກຸ່ມກະບົດອິສລາມທີ່ມີຈຸດປະສົງທີ່ ຈະເຮັດໃຫ້ການຂັດແຍ້ງກັນທີ່ແກ່ຍາວມາເກືອບຮອດສອງທົດ ສະວັດແລ້ວ ຢູ່ໃນອັຟການິສຖານນັ້ນ ສິ້ນສຸດລົງ.

ໂຄສົກຂອງກຸ່ມຕາລີບານ, ໃນຂະນະທີ່ເປີດເຜີຍລາຍລະອຽດຂອງການປະຊຸມໃນວັນອາ ທິດວານນີ້ຢູ່ໃນນະຄອນໂດຮາຂອງກາຕານັ້ນ ໄດ້ເວົ້າວ່າ ທ່ານຄາລີລ ຊາດ ມີນາຍພົນສກອດ ມີລເລີ (Scott Miller), ຜູ້ບັນຊາການທະຫານນາໆ ຊາດຂອງສະຫະລັດຢູ່ໃນອັຟການິສຖານຕິດຕາມໄປນໍາ.

“ທັງສອງຝ່າຍໄດ້ໂອ້ລົມກັນເຖິງການປ່ອຍຕົວພວກຊະເລີຍຢ່າງໄວວາແລະເປີດ ການເຈລະຈາພາຍໃນອັຟການິສຖານຂຶ້ນ, ນອກຈາກບັນຫາທີ່ກ່ຽວພັນອັນອື່ນໆ ແລ້ວ,” ນັ້ນຄືຄໍາເວົ້າຂອງຊູເຮລ ຊາຮີນ (Suhail Shaheen) ທີ່ເວົ້າຕາງໜ້າ ໃຫ້ແກ່ຫ້ອງການ ການເມືອງຂອງກຸ່ມຕາລີບານ ຢູ່ນະຄອນໂດຮາ.

ທ່ານຊາຮີນ ກ່າວວ່າ ທ່ານ ມູລລາ ອັບດູລ ການີ ບາຣາດາ (Mullah Abdul Ghani Baradar) ຮອງຫົວໜ້າຂອງກຸ່ມຕາລີບານ ທີ່ຮັບຜິດຊອບ ຝ່າຍການ ເມືອງໄດ້ນໍາພາຄະນະຜູ້ແທນໃນການເຈລະຈາໃນວັນອາທິດວານນີ້. ທ່ານໃຫ້ຄໍາ ເຫັນວ່າ ທູດພິເສດຂອງກະຊວງການຕ່າງປະເທດກາຕາ, ທ່ານ ມຸດລັກ-ອາລ ກາຕານີ (Mutlaq al-Qahtani) ກໍໄດ້ເຂົ້າຮ່ວມກອງປະຊຸມນີ້ເຊັ່ນກັນ.

ຢູ່ໃນການປະກາດກ່ອນການໄປຢ້ຽມຢາມໃນອາທິດແລ້ວນີ້ ກະຊວງການຕ່າງ ປະເທດສະຫະລັດເວົ້າວ່າ “ຈຸດເພັ່ງເລັງຕົ້ນຕໍ” ຂອງການເດີນທາງຂອງທ່ານ ຄາລີລ ຊາດ ຈະແມ່ນເພື່ອ “ເອົາຂໍ້ຕົກລົງລະຫວ່າງພັກຝ່າຍຕ່າງໆ ຂອງອັຟ ການິສຖານ ກ່ຽວກັບການປະຕິບັດຕົວຈິງໃນຂັ້ນຕໍ່ໄປ ທີ່ຈໍາເປັນເພື່ອເຮັດໃຫ້ ມີການເຈລະຈາ ພາຍໃນອັຟການິສຖານ ເລີ້ມຕົ້ນຂຶ້ນຢ່າງສະດວກດີ.”

ອ່ານຂ່າວນີ້ເປັນພາສາອັງກິດເພີ້ມ

XS
SM
MD
LG