ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິ​ເສດ ສ​ຫລ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ ບາງ​ກຸ່ມ ຖອນ​ອອກ​ໄປ ຈາກ ແຂວງ​ອິດ​ລິບ ຂອງ​ ຊີ​ເຣຍ ແລ້ວ


ພວກ​ນັກ​ລົບ​ໃນ​ຊີ​ເຣຍ ທີ່​ຢືນ​ຢູ່​ຂ້າງ​ຫຼັງ ລົດ​ກະ​ບະ ໃນ​ຂະ​ນະ​ທີ່ ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ ຮັບ​ມື​ກັບ​ການ​ໂຈມ​ຕີ ຂອງ​ລັດ​ຖະ​ບານ ທີ່​ແຂວງ​ອິດ​ລິບ. (ວັນ​ທີ 14 ສິງ​ຫາ 2018)
ພວກ​ນັກ​ລົບ​ໃນ​ຊີ​ເຣຍ ທີ່​ຢືນ​ຢູ່​ຂ້າງ​ຫຼັງ ລົດ​ກະ​ບະ ໃນ​ຂະ​ນະ​ທີ່ ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ ຮັບ​ມື​ກັບ​ການ​ໂຈມ​ຕີ ຂອງ​ລັດ​ຖະ​ບານ ທີ່​ແຂວງ​ອິດ​ລິບ. (ວັນ​ທີ 14 ສິງ​ຫາ 2018)

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ສະ​ຫະ​ລັດ ກ່າວ​ວ່າ ບາງ​ສ່ວນ ບໍ່​ແມ່ນ​ທັງ​ໝົດ ຂອງ​ພວກ​ຫົວ​ຮຸນ​ແຮງ ທີ່​ຍັງ​ຕົກ​ຄ້າງ ໄດ້​ຖອນ​ຕົວ​ອອກ​ໄປ​ຈາກ​ເຂດ​ປອດ​ທະ​ຫານ ຢູ່​ໃນ​ແຂວງ​ອິດ​ລິບ ຂອງ​ຊີ​ເຣຍ​ແລ້ວ 2 ມື້ ຫຼັງ​ຈາກ​ເສັ້ນ​ຕາຍ​ທີ່​ສັ່ງ​ໃຫ້ ຖອນ​ກຳ​ລັງ​ຜ່ານ​ໄປ.

ຜູ້​ຕາງ​ໜ້າ​ພິ​ເສດ​ເຈມ​ສ໌ ເຈັ​ຟ​ຟ​ຣີ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ “ຍັງ​ມີ​ຄຳ​ຖາມ​ບາງ​ຢ່າງ​ຢູ່​ວ່າ ທຸກໆ​ຄົນ​ຈາກ​ກຸ່ມ​ຫົວ​ຮຸນ​ແຮງ ຮາ​ຢັດ ຕາ​ຫ໌​ຣີກ ອາ​ລ ແຊມ ທີ່​ເອີ້ນ​ຫຍໍ້​ວ່າ HTS ນັ້ນ ໄດ້​ຖອນ​ອອກ​ໄປ​ໝົດ​ແລ້ວ​ຫຼື​ບໍ່. ແຕ່​ປາ​ກົດ​ວ່າ ມີ​ພວກ​ກໍ່​ການ​ຮ້າຍ​ຈຳ​ນວນ​ນຶ່ງ ໄດ້​ຖອນ​ອອກ​ໄປ​ຈາກ​ເຂດ​ດັ່ງ​ກ່າວນັ້ນ​ແລ້ວ.”

ກຸ່ມ HTS ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ອາ​ລ​ກາ​ອີ​ດາ ເປັນ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ມີ​ອິດ​ທິ​ພົນ​ທີ່​ສຸດ ໃນ​ແຂວງ​ອິດ​ລິບຊຶ່ງ​ເປັນ​ເຂດ​ສຳ​ຄັນ​ແຫ່ງ​ສຸດ​ທ້າຍ​ຂອງ​ຊີ​ເຣຍ ທີ່​ຍັງ​ຄວບ​ຄຸມ​ໂດຍ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ​ຢູ່.

ພ້ອມ​ກັບ​ການ​ຖອນ​ກຳ​ລັງ​ບາງ​ສ່ວນ​ຂອງ​ພວກ​ຫົວ​ຮຸນ​ແຮງອອກ​ໄປ​ນັ້ນທ່ານເຈັ​ຟ ຟ​ຣີ ກ່າວ​ວ່າ ອາ​ວຸດ​ໜັກ​ທັງ​ໝົດ ໄດ້​ຖືກ​ຍົກ​ຍ້າຍ​ອອກ​ໄປ​ຈາກ​ເຂດ​ກັນ​ຊົນ​ແລ້ວ.

“ນີ້​ແມ່ນ​ບາດ​ກ້າວ​ທີ່​ສຳ​ຄັນ ຍ້ອນ​ວ່າ​ສິ່ງ​ທີ່​ໄດ້​ເຮັດ​ໄປ​ແລ້ວນັ້ນ ແມ່ນ​ເຮັດ​ໃຫ້​ບັນ​ຫາ​ຂັດ​ແຍ້ງ​ບໍ່​ມີ​ການ​ເໜັງ​ຕີ ບໍ່​ພຽງ​ແຕ່​ຢູ່​ທີ່ນັ້ນ ແຕ່​ບັນ​ຫາ​ຂັດ​ແຍ້ງຍັງ​ບໍ່​ມີ​ການ​ເໜັງ​ຕີ​ງ​ຢູ່​ໃນ​ເກືອບ​ວ່າ​ທຸກໆ​ແຫ່ງ.”

ແຂວງ​ອິດ​ລິບ​ແມ່ນ​ເຂດ​ສຳ​ຄັນ​ແຫ່ງ​ສຸດ​ທ້າຍ​ຂອງ​ຊີ​ເຣຍທີ່​ຍັງ​ຄວບ​ຄຸມ​ໂດຍ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ.

ພາຍ​ໃຕ້​ການ​ຕົກ​ລົງ ທີ່​ໄກ່​ເກ່ຍ​ໂດຍ​ຣັດ​ເຊຍ​ ຊຶ່ງ​ເປັ​ນ​ພັນ​ທະ​ມິດ​ທີ່​ສຳ​ຄັນ​ຂອງ​ຊີ​ເຣຍ ແລະ​ເທີ​ກີ ຊຶ່ງ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານນັ້ນ ກຳ​ລັງ​ຂອງ​ທັງ​ສອງ​ຝ່າຍ​ໄດ້​ຕົກ​ລົງ​ທີ່​ຈະ​ຖອນ​ກັບ​ຄືນ ແລະ​ສ້າງ​ຕັ້ງ​ເຂດ​ປອດ​ທະ​ຫານຢູ່​ໃນ​ແຂວງ​ອິດ​ລິບ ຕາມ​ເຂດ​ຊາຍ​ແດນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG