ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທູດພິເສດ ສະຫະລັດ ກ່າວວ່າ ຣັດເຊຍ ເປັນຜູ້ຮັບຜິດຊອບ ສຳລັບ ສົງຄາມຮ້ອນໃນ ຢູເຄຣນ


ເອກອັກຄະລັດຖະທູດ ສະຫະລັດ ທ່ານ Kurt Volker.
ເອກອັກຄະລັດຖະທູດ ສະຫະລັດ ທ່ານ Kurt Volker.

ຣັດເຊຍ ເປັນຜູ້ຮັບຜິດຊອບຕໍ່ “ສົງຄາມຮ້ອນ” ທີ່ເກີດຂຶ້ນໃນພາກຕາເວັນອອກຂອງປະ
ເທດ ຢູເຄຣນ, ອີງຕາມການກ່າວຂອງທູດພິເສດ ສະຫະລັດ ປະຈຳ ຢູເຄຣນ ທີ່ຫາກໍຖືກ
ແຕ່ງຕັ້ງໃໝ່.

ທ່ານ Kurt Volker ຜູ້ທີ່ຖືກແຕ່ງຕັ້ງໂດຍກະຊວງການຕ່າງປະເທດໃນຕົ້ນເດືອນນີ້ ເພື່ອເຈລະຈາການສິ້ນສຸດການຕໍ່ສູ້ກັນທີ່ໄດ້ເຮັດໃຫ້ປະຊາຊົນເສຍຊີວິດ 10,000 ຄົນ ເຊິ່ງ
ດຳເນີນມາໄດ້ ດົນກວ່າສາມປີນັ້ນ, ໄດ້ເດີນທາງໄປ ປະເທດ ຢູເຄຣນ ໜຶ່ງມື້ ກ່ອນການ
ລົມກັນທາງໂທລະສັບ ລະຫວ່າງພວກຜູ້ນຳຂອງພວກເຂົາເຈົ້າ ກັບຄູ່ຮ່ວມງານຈາກ
ຣັດເຊຍ, ເຢຍຣະມັນ ແລະ ຝຣັ່ງ.

ທ່ານ Volker ໄດ້ກ່າວໃນເມືອງ Karamatorsk ຕັ້ງຢູ່ພາກພື້ນ Donetsk ທີ່ຖືກທຳ
ລາຍໂດຍສົງຄາມວ່າ “ນີ້ບໍ່ແມ່ນຄວາມຂັດແຍ້ງທີ່ໄດ້ຢຸດເຊົາ ແລະ ເຢັນແລ້ວ, ນີ້ແມ່ນ
ສົງຄາມຮ້ອນ ແລະ ມັນແມ່ນວິກິດການໃນປັດຈຸບັນທີ່ພວກເຮົາທຸກຄົນຕ້ອງແກ້ໄຂໃຫ້
ໄວເທົ່າທີ່ຈະໄວໄດ້.”

ທ່ານໄດ້ກ່າວເພີ່ມເຕີມວ່າ “ມັນແມ່ນຄວາມທຸກທໍລະມານທີ່ມີລະດັບສູງຢ່າງແທ້ຈິງ,
ມັນມີຄວາມເສຍຫາຍທາງດ້ານມະນຸດຢ່າງສູງ ໃນຄວາມຂັດແຍ້ງນີ້ ແລະ ນັ້ນແມ່ນອີກ
ເຫດຜົນໜຶ່ງທີ່ມັນມີຄວາມຮີບດ່ວນຫຼາຍທີ່ຈະຕ້ອງແກ້ໄຂ.”

ການຢ້ຽມຢາມຂອງທ່ານ Volker ໄດ້ມີຂຶ້ນ ຫຼັງຈາກສັບປະດາທີ່ມີການນອງເລືອດທີ່
ພິເສດໃນພາກຕາເວັນອອກຂອງ ຢູເຄຣນ, ຊຶ່ງມີປະຊາຊົນຢ່າງໜ້ອຍ 11 ຄົນຖືກຂ້າ
ຕາຍໃນສອງສາມມື້ທີ່ຜ່ານມາ, ເປັນຄວາມຮຸນແຮງທີ່ຮ້າຍແຮງທີ່ສຸດ ໃນບໍ່ເທົ່າໃດ
ເດືອນທີ່ຜ່ານມານີ້.

ລັດຖະສະພາ ສະຫະລັດ ມີກຳນົດທີ່ຈະລົງຄະແນນສຽງໃນສັບປະດານີ້ ກ່ຽວກັບ ຍັດຕິ ຮຽກຮ້ອງໃຫ້ເອົາມາດຕະການລົງໂທດເພີ່ມເຕີມຕໍ່ ຣັດເຊຍ, ເຊິ່ງບໍ່ພຽງແຕ່ສຳລັບການ
ເຂົ້າແຊກແຊງໃນການເລືອກຕັ້ງ ສະຫະລັດ ເມື່ອລະດູໃບໄມ້ຫຼົ່ນທີ່ຜ່ານມາເທົ່ານັ້ນ, ແຕ່
ກໍແມ່ນສຳລັບການເຂົ້າຮຸກຮານແຫຼມ ຄຣາຍເມຍ ຂອງ ຢູເຄຣນ ໃນປີ 2014 ນຳເຊັ່ນ
ກັນ.

XS
SM
MD
LG