ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຈົ້າໜ້າທີ່ ສຫລ ວ່າ ເຂດຄາລີເຟດ ຂອງກຸ່ມ IS ​ທີ່​​ພັງ​ທະ​ລາຍ ບໍ່ເຮັດ​ໃຫ້ ການສູ້ລົບ ສິ້ນ​ສຸດ​ລົງ


ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ຈາກເຂດທີ່ໝັ້ນທີ່ຍັງຫຼົງເຫຼືອ ແຫ່ງສຸດທ້າຍ ໃນເມືອງບາກຮູຊ ໃນລະຫວ່າງການສູ້ລົບ ກັບກອງກຳລັງເພື່ອປະຊາທິປະໄຕ ຂອງຊີເຣຍ ຫຼື (SDF), ຢູ່ຊານເມືອງ ຂອງແຂວງເດຍຣ ແອລ-ຊູຣ (Deir el-Zour) ຕັ້ງຢູ່ທາງພາກຕາເວັນອອກຂອງຊີເຣຍ, ວັນທີ 20 ມີນາ 2019.
ຄວັນພຸ່ງຂຶ້ນສູ່ທ້ອງຟ້າ ຈາກເຂດທີ່ໝັ້ນທີ່ຍັງຫຼົງເຫຼືອ ແຫ່ງສຸດທ້າຍ ໃນເມືອງບາກຮູຊ ໃນລະຫວ່າງການສູ້ລົບ ກັບກອງກຳລັງເພື່ອປະຊາທິປະໄຕ ຂອງຊີເຣຍ ຫຼື (SDF), ຢູ່ຊານເມືອງ ຂອງແຂວງເດຍຣ ແອລ-ຊູຣ (Deir el-Zour) ຕັ້ງຢູ່ທາງພາກຕາເວັນອອກຂອງຊີເຣຍ, ວັນທີ 20 ມີນາ 2019.

ສະຫະລັດ ກຳລັງເຕືອນວ່າ ການກຳຈັດດິນແດນທີ່ກຸ່ມລັດອິສລາມ ໄດ້ປະກາດ ເປັນລັດ
ຂອງອິສລາມ ຫຼື ຄາລີເຟດ ນັ້ນ ຈະບໍ່ເປັນທີ່ພຽງພໍ ທີ່ຈະເຮັດໃຫ້ການ ປະລາໄຊຂອງກຸ່ມ
ກໍ່ການຮ້າຍນີ້ ຍືນຍົງໄປໄດ້ ອັນເປັນຂໍ້ຄວາມ ທີ່ວໍຊິງຕັນ ໄດ້ແຈ້ງໃຫ້ຊາບ ເຖິງຢ່າງນັ້ນ
ກໍຕາມ ໃນຂະນະດຽວກັນ ຕົນກໍພວມຖອນກຳລັງທະຫານ ສະຫະລັດ ຂະໜາດໃຫຍ່
ອອກຈາກຊີເຣຍ.

ກອງກຳລັງທີ່ໄດ້ຮັບການໜຸນຫຼັງໂດຍສະຫະລັດ ໄດ້ປະກາດໄຊຊະນະ ໃນການຜາບ
ແພ້ ກຸ່ມລັດອິສລາມ ໃນດິນແດນຄາລີເຟດເມື່ອວັນເສົາຜ່ານມານີ້ໂດຍການປົດປ່ອຍ
ເມືອງບາກຮູຊ ຢູ່ໃນເຂດດັ່ງກ່າວ ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອ ຂອງຊີເຣຍ
ຫຼັງຈາກທີ່ໄດ້ ເປີດສາກການໂຈມຕີທາງອາກາດຕິດຕໍ່ກັນຫຼາຍບັ້ນ ຖະຫຼົ່ມພວກນັກ
ລົບຫຼາຍຮ້ອຍຄົນ ຜູ້ທີ່ບໍ່ຍອມຈຳນົນ.

ນັບຕ້ອງແຕ່ນັ້ນມາ ກອງກຳລັງເພື່ອປະຊາທິປະໄຕຂອງຊີເຣຍ ຫຼືເອີ້ນຫຍໍ້ວ່າ SDF ກໍ
ໄດ້ມີສ່ວນຮ່ວມໃນປະຕິບັດກວດລ້າງ ໂດຍການຊອກຄົ້ນຫາ ຢ່າງລະມັດລະວັງ ວັດຖຸ
ລະເບີດ ແລະກັບດັກຕ່າງໆ ໃນສິ່ງທີ່ຫລົງເຫຼືອ ຈາກຄ້າຍທີ່ ໝັ້ນຂອງກຸ່ມດັ່ງກ່າວ ພ້ອມ
ກັນນັ້ນ ຍັງຕ້ອງໄດ້ຊອກຄົ້ນຫາພາຍໃນຖ້ຳ ແລະ ອຸໂມງ ທີ່ສະຫລັບຊັບຊ້ອນ ຊຶ່ງໄດ້ຖືກ
ນຳໃຊ້ ເປັນບ່ອນຫຼົບລີ້ຂອງພວກນັກລົບ ແລະຄອບຄົວຂອງພວກເຂົາເຈົ້າຫຼາຍພັນຄົນ
ຈົນກວ່າເມືອງນີ້ ຈະຖືກປົດປ່ອຍ.

ເຖິງແມ່ນວ່າ ບັນດາເຈົ້າໜ້າທີ່ຂອງກຸ່ມກຳປະຊົມຈຳນວນນຶ່ງ ໄດ້ສະແດງຄວາມຫວັງ ໃນ
ແງ່ດີກໍຕາມ ຜູ້ຕາງໜ້າພິເສດ ຂອງສະຫະລັດ ສຳລັບຊີເຣຍ ກໍໄດ້ເຕືອນ ວ່າ ໄຊຊະນະ
ທີ່ຍືນຍົງ ແມ່ນຍັງໄກຢູ່.

“ອັນນີ້ ບໍ່ແມ່ນການສິ້ນສຸດ ຂອງການສູ້ລົບຕໍ່ຕ້ານກຸ້ມ ISIS” ເປັນຄຳເວົ້າຂອງທູດ
ພິເສດ ປະຈຳ ຊີເຣຍຂອງສະຫະລັດ ທ່ານ ເຈມສ໌ ແຈັບຟຣີ ໄດ້ກ່າວບອກ ບັນດານັກ
ຂ່າວ ໃນວັນຈັນວານນີ້ ໂດຍໃຊ້ຄຳຫຍໍ້ຂອງກຸ່ມກໍ່ການຮ້າຍ ລັດອິສລາມ. ທ່ານກ່າວຕື່ມ
ວ່າ “ອັນນັ້ນ ຈະສືບຕໍ່ໄປ ແຕ່ມັນຈະເປັນແບບການຕໍ່ສູ້ ທີ່ແຕກຕ່າງກັນ.”

“ພວກເຂົາເຈົ້າ ກຳລັງກໍ່ຕັ້ງຂຶ້ນໃໝ່ເປັນກຸ່ມນ້ອຍໆ ປະຕິບັດການ ໃນຄວາມມືດ ແບບ
ການຮຸກຮານໃນລະດັບຂະໜາດນ້ອຍ”
ທ່ານແຈັບຟຣີ ໄດ້ກ່າວເພີ້ມອີກວ່າ ຜົນກະທົບ
ຢ່າງເຕັມສ່ວນ ແມ່ນຍັງບໍ່ທັນໄດ້ຮັບເທື່ອ ຢູ່ໃນຊີເຣຍບ່ອນທີ່ກອງກຳລັງຂອງກຸ່ມດັ່ງກ່າວ
“ກຳລັງຕື່ນຕົກໃຈ ຈາກການສູນເສຍດິນແດນນີ້ໄປ.”

ທ່ານແຈັບຟຣີ ພ້ອມກັນກັບ ບັນດາເຈົ້າໜ້າທີ່ກຳລັງປະສົມຄົນອື່ນໆກະປະມານວ່າ
ກຸ່ມລັດອິສລາມ ຍັງຈະໂອ້ອວດເຖິງ ກຳລັງນັກລົບຂອງຕົນ ທີ່ກະປະມານ ໄດ້ວ່າ ມີຢູ່
15,000 ຫາ 20,000 ຄົນ ທີ່ຢູ່ໃນທົ່ວຊີເຣຍ ແລະອີຣັກ ແຕ່ວ່າ ທ່ານໄດ້ເຕືອນວ່າ ການຄາດຄະເນເຊັ່ນນີ້ ແມ່ນ “ບໍ່ໜ້າເຊື່ອຖືໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG