ທູດພິເສດຂອງສະຫະລັດ ຮັບຜິດຊອບກ່ຽວກັບດ້ານສິດທິມະນຸດຂອງເກົາຫລີເໜືອ
ກ່າວວ່າ ເກົາຫລີເໜືອຄວນເອົາແບບຢ່າງຂອງມຽນມາ ໃນການປະຕິຮູບການເມືອງ
ແລະເສດຖະກິດເພື່ອພາໃຫ້ມີການສະໜອງຕອບທີ່ດີຈາກນາໆຊາດ.
ທ່ານ Robert King ໄດ້ກ່າວຕໍ່ບັນດານັກຂ່າວທີ່ກຸງໂຕກຽວໃນວັນສຸກວານນີ້ວ່າ
ເກົາຫລີເໜືອຄວນມຸ້ງໜ້າໄປໃນ "ທິດທາງທີ່ດີ” ທີ່ຈະອະນຸຍາດໃຫ້ຄະນະ ກວດກາ
ຂອງນາໆຊາດເຂົ້າໄປໃນປະເທດເພື່ອຕິດຕາມເບິ່ງໂຄງການນີວເຄລຍ ຂອງຕົນ ເຖິງ
ປານນັ້ນກໍຕາມ ທ່ານເວົ້າວ່າ ການເຄື່ອນໄຫວດັ່ງກ່າວນີ້ອາດຈະ ບໍ່ເປັນຜົນໃຫ້
ສະຫະລັດເລີ້ມໃຫ້ການຊ່ວຍເຫຼືອທາງດ້ານອາຫານຄືນໃໝ່ແກ່ພຽງ ຢາງໃນທັນທີ.
ທ່ານກ່າວອີກວ່າ ການຜ່ອນຜັນໃນການຈຳກັດຮັດແຄບຂອງມຽນມາ ແກ່ປະຊາຊົນ
ຂອງຕົນ ແມ່ນ “ເປັນຕົວຢ່າງອັນດີເລີດ” ຂອງການປ່ຽນແປງທີ່ສະຫະລັດ ຢາກເຫັນ
ເກີດຂຶ້ນຢູ່ໃນເກົາຫຼີເໜືອ. ທ່ານໃຫ້ຂໍ້ສັງເກດວ່າ ການປ່ຽນແປງຂອງ ມຽນມາ ໄດ້
ເປັນຜົນພາໃຫ້ມີການຍົກເລິກການລົງໂທດແກ່ປະເທດດັ່ງກ່າວ ທີ່ບັນດາສະມາຊິກ
ພັກການເມືອງຝ່າຍຄ້ານ ຫາກໍໄດ້ຮັບອະນຸຍາດໃຫ້ເຂົ້າໄປນັ່ງຢູ່ໃນສະພາ.
ທ່ານ King ກ່າວວ່າ ທ່ານຄາດວ່າ ການປ່ຽນແປງຄືກັນນີ້ຢູ່ໃນເກົາຫລີເໜືອ ຈະພາ
ໃຫ້ມີການຕອບຮັບທີ່ຄ້າຍຄືກັນ. ທ່ານກ່າວວ່າ ການຊ່ວຍເຫລືອດ້ານອາຫານຈະບໍ່ມີ
ຂຶ້ນໃນທັນທີ ແຕ່ອາດຈະໄດ້ຮັບການພິຈາລະນາໃນຂັ້ນຕໍ່ໄປ.
ທ່ານກ່າວວ່າ ສະຫະລັດບໍ່ສາມາດທີ່ຈະສົ່ງອາຫານໄປໃຫ້ເກົາຫລີເໜືອໄດ້ ຖ້າປາດ
ສະຈາກການໄດ້ຮັບອະນຸຍາດໃຫ້ຕິດຕາມເບິ່ງວ່າ ອາຫານທີ່ສົ່ງໄປນັ້ນໄດ້ຕົກໄປເຖິງ
ມືປະຊາຊົນຜູ້ທີ່ມີຄວາມຕ້ອງການຫລາຍທີ່ສຸດ.
ສະຫະລັດໄດ້ຖອນການສະເໜີໃຫ້ຄວາມຊ່ວຍເຫລືອໃຫ້ແກ່ເກົາຫລີເໜືອ ຫລັງຈາກ
ພຽງຢາງ ໄດ້ພະຍາຍາມ ແຕ່ບໍ່ເປັນຜົນສໍາເລັດ ໃນການສົ່ງຈະຫຼວດເມື່ອເດືອນເມສາ
ຜ່ານມາ. ໃນຂະນະທີ່ພຽງຢາງກ່າວວ່າ ຕົນພະຍາຍາມຈະສົ່ງດາວທຽມຂື້ນສູ່ວົງໂຄ
ຈອນເທົ່ານັ້ນ ບັນດາປະເທດຕາເວັນຕົກເຊື່ອກັນວ່າ ມັນເປັນການປິດບັງ ໃນການທົດ
ລອງຈະຫລວດ.
ຜ່ານມາ ມຽນມາ ແລະເກົາຫລີເໜືອ ໄດ້ເປັນພັນທະມິດທີ່ໃກ້ຊິດກັນ.