ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສະ​ຫະ​ລັດ ປະ​ຈຳ ຈີນ ​ຢ້ຽມ​ຢາມ ຕິ​ເບ​ດ


​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສະ​ຫະລັດ ​ປະ​ຈຳປະ​ເທດ​ ຈີນ
ທ່ານ​ ແທ​ຣ​ຣີ ແບ​ຣນ​ສແທັດ ແລະ​ ພັນ​ລະ​ຍາ, ຕິ​ເບດ. ​ວັນ​ທີ 22 ພຶດ​ສະ​ພາ 2019.
​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສະ​ຫະລັດ ​ປະ​ຈຳປະ​ເທດ​ ຈີນ ທ່ານ​ ແທ​ຣ​ຣີ ແບ​ຣນ​ສແທັດ ແລະ​ ພັນ​ລະ​ຍາ, ຕິ​ເບດ. ​ວັນ​ທີ 22 ພຶດ​ສະ​ພາ 2019.

ຢູ່​ໃນ​ການ​ຢ້ຽມ​ຢາມ​ ຕິ​ເບດ ​ທີ່​ດົນໆ​ມີ​ຂຶ້ນ​ເທື່ອ​ນຶ່ງ ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ
​ລັດ ​ປະ​ຈຳປະ​ເທດ​ຈີນ ທ່ານ​ແທ​ຣ​ຣີ ແບ​ຣ​ສ​ຕາດ ໄດ້​ຮຽກ​ຮ້ອງ​ໃຫ້​ປັກ​ກິ່ງ​ເຂົ້າ​ຮ່ວມໃນ​
ການ​ສົນ​ທະ​ນາ​ທີ່​ສຳ​ຄັນ​ ກັບ​ຜູ້​ນຳສາ​ສ​ະໜາພັດ​ຖິ່ນ ​ທິ​ເບດ ອົງ​ດາ​ໄລ ລາ​ມາ, ອີງ​ຕາມ​
ການ​ກ່າວ​ຂອງໂຄ​ສົກ​ປະ​ຈຳ​ສະ​ຖານ​ທູດ​ ສະ​ຫະ​ລັດ ​ໄດ້ກ່າວ​ໃນ​ວັນ​ເສົາ​ວານ​ນີ້.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ ແບ​ຣ​ນສ​ແທັດ ຍັງ​ໄດ້ “ສ​ະ​ແດງ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບ​ລັດ​
ຖະ​ບານ​ ຈີນ ທີ່​ແຊກ​ແຊງ​ເສ​ລີ​ພາບຂອງຂອງ​ຊາວທິ​ເບດທີ່​ນັບ​ຖື​ສາ​ສະ​ໜາ​ພຸດ ໃນ
​ການ​ຈັດ​ຕັ້ງ​ ແລ​ະ​ປະ​ຕິ​ບັດ​ສາ​ສ​ໜາຂອງ​ເຂົາ​ເຈົ້າ”, ອີງ​ຕາມ​ການ​ກ່າວ​ຂອງ​ສະ​ຖານ​ທູດ.

ທູດ​ ສະ​ຫະ​ລັດ ຍັງ​ໄດ້​ຍົກ​ຄວາມ​ເປັນ​ຫ່ວງ​ທີ່​ມີ​ມາ​ດົນ​ນານ ກ່ຽວ​ກັບ​ ການບໍ່​ສາ​ມາດ​ເຂົ້າ​
ໄປ​ຂົງ​ເຂດທິ​ເບດ​ປົກ​ຄອງ​ຕົນ​ເອງ ຫຼື TAR ຢ່າງ​ສະ​ໝ່ຳ​ສະ​ເໝີ.

ຈີ​ນ​ ໄດ້​ຫ້າມຄົນ​ຕ່າງ​ປະ​ເທດເຂົ້າ​ໄປ​ໃນ​ ຕິເບດ ໂດຍ​ສະ​ເພາະ​ແມ່ນບັນ​ດາ​ນັກ​ຂ່າວ
ແລະ​ ນັກ​ການ​ທູດ. ແຕ່ໃນລະ​ຫວ່າງການ​ເດີນ​ທາງ​ທີ່ຖືກ​ຕ້ອນ​ຮັບ​ໂດຍ ລັດ​ທະ​ບານ​ພາກ
​ພື້ນ ຕິ​ເບດ ທີ່​ປົກ​ຄອງ​ຕົນ​ເອງນັ້ນ ທ່ານ​ແບ​ຣ​ສ​ແທັດ ໄດ້​ຮັບອະ​ນຸ​ຍາດ​ໃຫ້​ເຂົ້າ​ໄປໃນ​ສະ
​ຖານ​ທີ່​ທີ່​ສຳ​ຄັນ​ທາງ​ສາ​ສ​ໜາ ແລະ​ ວັດ​ທະ​ນາ​ທຳ, ຮວມ​ທັງ​ພະ​ລາດ​ຊະ​ວັງ ​ໂປ​ຕາ​ລາ,
ວັດ ​ຈັອກ​ຮັງ, ນໍ​ຣ​ບູ​ລິງ​ກາ ແລະ​ວັດເຊີ​ຣາ ຢູ່​ໃນ​ເມືອງຫຼວງ ​ລ​າ​ຊາ ຂອງ ຕິ​ເບດ. ທ່ານ​ຍັງ​
ໄດ້​ພົບ​ບັນ​ດາ​ຜູ້​ນຳອາ​ວຸ​ໂສທາງ​ສະ​ສະ​ໜາ ແລະ​ວັດ​ທະ​ນ​າ​ທຳ ຂອງ ຕິ​ເບດ, ອີງ​ຕາ​ການ
​ກ່າວ​ຂອງ ສະ​ຖານ​ທູດ.

ນອກ​ຈາກ ຕິ​ເບດ ແລ້ວ, ທ່ານ ​ແບ​ຣນ​ສແທັດ ຍັງ​ໄດ້​ຢ້ຽມ​ຢາມ​ແຂວງ​ ຈິງ​ໄຮ ທີ່​ຕັ້ງ​ຢູ່ໃກ້​
ຄຽງ​. ຈິງໄຮ​ ແມ່ນ​ເຂດ​ວັດ​ທະ​ນາ​ທຳ​ດັ້ງ​ເດີມ​ຂອງ ​ທິ​ເບດ ທີ່​ຮູ້​ກັນ​ວ່າ​ອຳ​ໂດ ແລະ​ ເປັນ
ບ່ອນ​ເກີດ​ຂອ​ງ​ອົງ​ດາ​ໄລ ລາ​ມະ ຜູ້​ນຳ​ສາ​ສ​ໜາ​ພຸດ​ພັດ​ຖິ່ນ ຕິ​ເບດ.

ລັດ​ຖ​ບາ​ນ​ ຈີນ​ ໄດ້ຖືກກ່າວ​ຫາ​ ກ່ຽວ​ກັບ ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ແລະ​ ໄດ້ວາງ​ມາດ​
ຕະ​ການ​ຫ້າມ​ທີ່ເຄັ່ງ​ຄັດ ໃນ​ການ​ປະ​ຕິ​ບັດສາ​ສໜາ ແລະ​ວັດ​ທະ​ນາ​ທຳ​ຢູ່​ໃນ​ຂົງ​ເຂດດັ່ງ​
ກ່າວ. ແຕ່​ວ່າ​ ປັກ​ກິ່ງ ​ເນັ້ນ​ໜັກ​ວ່າ ຊາວ​ສ​ ຕິ​ເບດ ໄດ້​ມີ​ສິດ ​ເສ​ລີ​ພາບ​ຢ່າງແຜ່ກວ້າງ
ແລະ ​ການ​ເ​ຕີບ​ໂຕດ້ານເສດ​ຖະ​ກິດ.

​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ປະ​ເທດ​ຈີນ ທ່ານແທຣ​ຣີ ແບ​ຣນ​ສ​ຕາດ ແລະ​ພັນ​ລ​ຍາ ທ່ານ​ນາງ​ຄ​ຣິສ​ຕິນ ໄດ້​ຖືກ​ຕ້ອນ​ຮັບ​ທີ່​ນະ​ຄອນ​ລ​າ​ຊາ ພາກ​ຕາ​ເວັນ​ຕົກ​ຂອງປະ​ເທດ​ຈີນ.
​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ປະ​ເທດ​ຈີນ ທ່ານແທຣ​ຣີ ແບ​ຣນ​ສ​ຕາດ ແລະ​ພັນ​ລ​ຍາ ທ່ານ​ນາງ​ຄ​ຣິສ​ຕິນ ໄດ້​ຖືກ​ຕ້ອນ​ຮັບ​ທີ່​ນະ​ຄອນ​ລ​າ​ຊາ ພາກ​ຕາ​ເວັນ​ຕົກ​ຂອງປະ​ເທດ​ຈີນ.

ກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ທູດພິ​ເສດ ​ສະ​ຫະ​ລັດ ນັ້ນໂຄ​ສົກ​ກະ​ຊວງ​ຕ່າງ​ປະ​ເທດ​ຈີນ
ທ່ານ​ລູ ກັງ ໄດ້ກ່າວ​ວ່າ ຈີນ​ ຍິນ​ດີ​ຕ້ອນ​ຮັບ​ທ່ານ ​ແບ​ຣ​ສ​ແທັດ ເພື່ອ​ເປັນ​ພິ​ຍານ ກ່ຽວ​ກັບ
“ການ​ປ່ຽນ​ແປງ​ທີ່​ສະ​ເທື່ອນໂລກ ໃນ​ການຜະ​ລິດຜົນ​ ແລະ ຊີ​ວິດຂອງ​ປະ​ຊາ​ຊົນ ນັບ​ຕັ້ງ
ແຕ່​ການປົດ​ປ່ອຍ​ຢ່າງ​ສັນ​ຕິ​ຂອງ​ ຕິ​ເບດ ກວ່າ 60 ປີ​ກ່ອນ.

ການ​ເດີນ​ທາງ​ຂອງ​ທ່ານ ​ແບ​ຣນ​ສ​ແທັດ ໄປ​ ຕິ​ເບດ ​ແມ່ນເທື່ອ​ທຳ​ອິດ​ໃນ​ຮອບ 4 ປີ ທີ່​
ທູດ​ພິ​ເສດ ອ​າ​ເມ​ຣິ​ກັນ ໄດ້​ເດີນ​ທາງ​ໄປ​ເຂດ​ດັ່ງ​ກ່າວ​ນັ້ນ. ການ​ຢ້ຽມາ​ຢາມ​ທີ່ດົນໆ​ເກີດ​
ຂຶ້ນ​ເທື່ອ​ນຶ່ງ​ໃນເຂດ​ປົກ​ຄອງ​ຕົນ​ເອງ ຕິ​ເບດ ແລະ​ ແຂວງ​ ຈິງ​ໄນ ທີ່​ຢູ່​ໃກ້​ຄຽງ ໄດ້​ມີ​ຂຶ້ນ
ຈາກວັນ​ທີ 19 ຫາ 25 ພຶດ​ສະ​ພາຜ່ານ​ມາ​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG