ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລມຕ ຕ່າງປະເທດ John Kerry ເດີນທາງ ໄປເຖິງ ມົສກູ (ວີດີໂອ)


ທ່ານ John Kerry (ກາງ) ທ່ານ Yuri Filarov ຈາກກົມພິທີການທູດ ກະຊວງການຕ່າງປະເທດ (ຂວາ) ແລະທ່ານ Alexandr Darchiyev ກົມອາເມຣິກາເໜືອ ກະຊວງການຕ່າງປະເທດຣັດເຊຍ .
ທ່ານ John Kerry (ກາງ) ທ່ານ Yuri Filarov ຈາກກົມພິທີການທູດ ກະຊວງການຕ່າງປະເທດ (ຂວາ) ແລະທ່ານ Alexandr Darchiyev ກົມອາເມຣິກາເໜືອ ກະຊວງການຕ່າງປະເທດຣັດເຊຍ .
ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ​
ໄດ້​ເດີນ​ທາງໄປ​ເຖິງຣັດ​ເຊຍ ​ເພື່ອສົນທະນາ​ຫາລື ​ກ່ຽວ​ກັບ​ເ​ລື່ອງ​
ສົງຄາມ​ໃນຊີ​ເຣຍ ​ແລະ​ບັນຫາ​ອຶ່ນໆ.

ທ່ານ​ມີ​ກຳນົດ​ທີ່​ຈະພົບ​ປະ ໃນ​ວັນ​ອັງຄານ​ມື້​ນີ້​ ກັບປະທານາທິບໍ
ດີຣັດ​ເຊຍ ທ່ານ Vladimir Putin ​ຢູທີ່ກຸງມົສກູ.

​ຫລັງ​ຈາກ​ນັ້ນ ທ່ານ Kerry ຈະເຂົ້າຮ່ວມ​ປະຊຸມ​ສອງ​ຝ່າຍໂດຍ​ເຕັມ ກັບລັດຖະ ມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov. ​ເປັນ​ທີ່ຄາດ​ວ່າ​ ພວກ ທ່ານ​ທັງ​ສອງຈະ​ສົນທະນາຫາລື​ກັນ​ຢ່າງ​ກວ້າງ​ຂວາງກ່ຽວ​ກັບ​ບັນຫາ​ຕ່າງໆ ​ຮວມ​ທັງ​ເລື່ອງຊີ​ເຣຍ ​ໂຄງການ​ນິວ​ເຄລຍຂອງອີ​ຣ່ານ ​ແລະຂອງເກົາຫລີ​ເໜືອ ​ເລື່ອງ ອັຟກາ​ນິສຖານ ​ແລະ​ການ​ຄ້າ.

ທ່ານ Kerry ​ແລະ​ທ່ານ Lavrov ​ໄດ້​ພົບ​ປະ​ກັນ​ຫຼາຍ​ຄັ້ງ​ມາ​ແລ້ວໃນຮອບ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມາ ​ແຕ່​ນີ້ແມ່ນເປັນ​ການ​ເດີນທາງ​ຄັ້ງ​ທໍາ​ອິດ ໄປກຸງ​ມົສກູຂອງ​ທ່ານ Kerry ນັບ​ຕັ້ງ​ແຕ່​ໄດ້​ເຂົ້າ​ຮັບຕໍາ​ແໜ່​ງລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ​ໃນ​ເດືອນ​ກຸມພາ.

ການ​ຢ້ຽມຢາມ​ເປັນ​ເວລາ​ສອງ​ວັນ ມີ​ຂື້ນ​ກ່ອນການ​ປະຊຸມໃນ​ເດືອນ​ໜ້າລະຫວ່າງ ປະທານາທິບໍດີສະຫະລັດ ທ່ານ Barack Obama ​ແລະ​ທ່ານ Putin ຢູ່​ນ​ອກ ກອງ​ປະຊຸ​ມສຸດ​ຍອດຂອງ​ກຸ່ມ G-8​.

ສະຫະລັດ ​ແລະຣັດ​ເຊຍ ແມ່ນ​ບໍ່​ຄ່ອຍ​ລົງ​ຮອຍ​ກັນ​ປານ​ໃດ ກ່ຽວ​ກັບ​ວ່າຈະຮັບ​ມື ​ແບບ​ໃດດີ​ກັບ​ການ​ລຸກ​ຮື​ຂຶ້ນ​ຢູ່ໃນ​ຊີ​ເຣຍ. ຣັດ​ເຊຍແລະ​ຈີນ ໄດ້​ໃຊ້​ສິດ​ຢັບຢັ້ງຢູ່​ໃນ ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ຊໍ້າ​ແລ້ວ​ຊໍ້າ​ອີກ ຂັດຂວາງ​ການ​ລົງ​ໂທດ ທີ່​ໜັກ​ຂຶ້ນ ​ຂອງສະຫະ​ປະຊາ​ຊາດ ຕໍ່ປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad.

ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ​ພາກັນ​ເຕົ້າ​ໂຮມ​ກັນ​ທີ່​ກຸງ​ມົສກູ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ ​ເປັນ​ຂີດໝາຍ​ຄົບຮອບ​ປີ​ທຳ​ອິດໃນ​ການ​ເດີນ​ຂະ​ບວນຕໍ່ຕ້ານວັງ Kremlin ​ໃ​ນປີ ກາຍນີ້ ກາ​ນປະ​ທ້ວງ​ປີ​ກາຍ​ ທີ່ີສີ້​ນສຸດ​ລົງ​ດ້ວຍ​ຄວາມ​ຮຸນ​ແຮງ ​ແລະການ​ຈັບ​ກຸມ​ພວກ​ປະທ້ວງ​ຫລາຍ​ຮ້ອຍ​ຄົນ​.

ການ​ປະ​ທ້ວງ​ໃນ​ວັນ​ຈັນ​ວານ​ນີ້ຢູ່​ກຸງ​ມົສກູ ທີ່​ຈະ​ຕຸ​ລັດ Bolotnaya ໄດ້​ເປັນ​ຂີດ​ໝາຍ​ຄົບຮອບການ​ປະ​ທ້ວງປີ​ກາຍ​ນີ້ ຊຶ່ງ​ມີ​ຂຶ້ນ​ມື້​ນຶ່ງ​ກ່ອນ​ໜ້າທີ່​ທ່ານ Putin ສາ​ບານໂຕ​ເຂົ້າ​ຮັບຕໍາ​ແໜ່​ງ ເປັນປະທານາທິບໍດີສະ​ໄໝ​ທີ​ສາມ.

ບັນດາ​ຜູ້​ເຂົ້າ​ຮ່ວມ​ປະ​ທ້ວງ ​ໄດ້​ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່ປ່ອຍ​ໂຕ 26 ຄົນທີ່​ກໍາລັງ​ປະ​ເຊີນ​ໜ້າ​ກັບ​ການ​ກ່າວ​ຫາວ່າ ພົວພັນ​ກັບການ​ປະທ້ວງ​ໃນ​ປີ​ກາຍ​ນີ້.

ຜູ້​ນໍາ​ຝ່າຍ​ຄ້ານ ທ່ານ Alexei Navalny ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ປະ​ທ້ວງ "ຂັບ​ໄລ່​ທ່ານ Putin ອອກ​ຈາກວັງ Kremlin."​

Us Russia
please wait
Embed

No media source currently available

0:00 0:00:56 0:00
XS
SM
MD
LG