ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທູດພິເສດ ສຫລ ປະຈຳອີຣັກ ກ່າວວ່າ ກຸ່ມລັດ ອິສລາມ ຖືກປິດລ້ອມໄວ້ແລ້ວ ໃນເມືອງໂມຊູລ


ກຳລັງຂອງອີຣັກ ບຸກຄືບໜ້າ ໃນຂະນະທີ່ພວກເຂົ້າເຈົ້າ ສູ້ລົບ ກັບພວກຫົວຮຸນແຮງລັດອິສລາມ ໃນເມືອງໂມຊູລ ທາງ
ພາກຕາເວັນຕົກຂອງອີຣັກ, ວັນທີ 13 ມີນາ 2017.
ກຳລັງຂອງອີຣັກ ບຸກຄືບໜ້າ ໃນຂະນະທີ່ພວກເຂົ້າເຈົ້າ ສູ້ລົບ ກັບພວກຫົວຮຸນແຮງລັດອິສລາມ ໃນເມືອງໂມຊູລ ທາງ ພາກຕາເວັນຕົກຂອງອີຣັກ, ວັນທີ 13 ມີນາ 2017.

ບັນດາເຈົ້າໜ້າທີ່ ສະຫະລັດ ແລະ ອີຣັກ ກ່າວວ່າ ພວກນັກຮົບລັດອິສລາມໄດ້ຖືກປິດ
ລ້ອມ ແລະ ຕິດຄ້າງຢູ່ໃນພາກຕາເວັນຕົກຂອງເມືອງ ໂມຊູລ, ຫຼັງຈາກກອງທັບ ອີຣັກ
ໄດ້ເຂົ້າຄວບຄຸມຖະໜົນເສັ້ນສຸດທ້າຍທີ່ເປັນທາງອອກຈາກເມືອງໃນວັນອາທິດວານນີ້.

ພວກຄົນທີ່ຖືກຍົກຍ້າຍຖິ່ນຖ່ານ ພາກັນຫລົບໜີ ອອກຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ໃນຂະນະທີ່ ກຳລັງຂອງອີຣັກ ຕໍ່ສູ້ກັບພວກຫົວຮຸນແຮງ ລັດອິສລາມ, ໃນເມືອງໂມຊູລ ທາງພາກຕາເວັນຕົກ ຂອງອີຣັກ, ວັນທີ 12 ກຸມພາ 2017.
ພວກຄົນທີ່ຖືກຍົກຍ້າຍຖິ່ນຖ່ານ ພາກັນຫລົບໜີ ອອກຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ໃນຂະນະທີ່ ກຳລັງຂອງອີຣັກ ຕໍ່ສູ້ກັບພວກຫົວຮຸນແຮງ ລັດອິສລາມ, ໃນເມືອງໂມຊູລ ທາງພາກຕາເວັນຕົກ ຂອງອີຣັກ, ວັນທີ 12 ກຸມພາ 2017.

ທູດພິເສດ ສະຫະລັດ ທ່ານ Brett McGurk ໄດ້ກ່າວໃນນະຄອນຫຼວງ ແບກແດັດ ວັນ ອາທິດວານນີ້ວ່າ “ພວກ ISIS ໜີອອກໄປໃສບໍ່ໄດ້.. ພວກນັກຮົບຄົນໃດທີ່ຍັງເຫຼືອ
ໃນເມືອງ ໂມຊູລ, ພວກເຂົາຈະຕາຍຢູ່ຫັ້ນ.”
ນອກນັ້ນ ທ່ານຍັງໄດ້ຍົກຍ້ອງການເຮັດ
ສົງຄາມທາງອາກາດ ນຳໜ້າໂດຍ ສະຫະລັດ ໃນເມືອງ ໂມຊູລ, ໂດຍເອີ້ນມັນວ່າ
“ເປັນການຕໍ່ສູ້ທາງອາກາດທີ່ແນ່ນອນທີ່ສຸດໃນປະຫວັດສາດ ທັງດຸເດືອດ” ນຳ.

ທ່ານທູດພິເສດໄດ້ກ່າວໃນຂະນະທີ່ນາຍພົນ ອີຣັກ ທ່ານ Abdul Amir Rashid
Yarallah ໄດ້ລາຍງານວ່າ ກອງທັບທີ່ເກັ່ງທີ່ສຸດຂອງທະຫານປາບປາມລັດທິກໍ່ການ
ຮ້າຍ ອີຣັກ ໄດ້ນຳໜ້າ ໃນການຜັກດັນເຂົ້າໄປຂອບຂອງເມືອງ ໂມຊູລ ທີ່ມີປະຊາຊົນ ອາໄສຢູ່ຢ່າງໜາແໜ້ນ ອັນເປັນເມືອງເກົ່າທີ່ພວກ IS ຄວບຄຸມ.

ໂທລະພາບລັດຖະບານໃນວັນສຸກທີ່ຜ່ານມາ ໄດ້ກ່າວວ່າ ປະມານເຄິ່ງໜຶ່ງຂອງພາກ
ຕາເວັນຕົກ ຂອງເມືອງ ໂມຊູລ ຖືກຍຶດໄດ້ຄືນ ນັບຕັ້ງແຕ່ກອງກຳລັງ ອີຣັກ ໄດ້ເປີດ
ການໂຈມຕີໃນວັນທີ 19 ກຸມພາທີ່ຜ່ານມາ ເພື່ອປົດປ່ອຍຂົງເຂດພາກຕາເວັນຕົກຂອງ
ແມ່ນ້ຳ Tigris. ລາຍງານດັ່ງກ່າວເວົ້າວ່າ ພວກ ຈີຮາດທີ່ຍັງເຫຼືອຢູ່ ສ່ວນໃຫຍ່ ແມ່ນຢູ່
ໃຈກາງພາກສ່ວນເກົ່າ ຂອງເມືອງ ໂມຊູລ ຫຼືບໍ່ກໍ ໃນເມືອງເລັກໆນ້ອຍໆທີ່ຕັ້ງຢູ່ພາກເໜືອ.

ກອງກຳລັງ ອີຣັກ ໄດ້ຂັບໄລ່ພວກນັກຮົບ IS ອອກຈາກພາກຕາເວັນອອກຂອງເມືອງ
ໂມຊູລ ໃນເດືອນມັງກອນທີ່ຜ່ານມາ.

ການຕໍ່ສູ້ກັນໄດ້ກໍ່ໃຫ້ເກີດວິກິດການດ້ານມະນຸດສະທຳ ທີ່ອົງການສະຫະປະຊາຊາດ ແລະ
ບັນດາເຈົ້າໜ້າທີ່ອົບພະຍົບ ອີຣັກ ກ່າວວ່າ ໃນທີ່ສຸດມັນອາດຈະບັງຄັບໃຫ້ພົນລະເຮືອນ
ທີ່ຍັງເຫຼືອຢູ່ປະມານ 700,000 ຄົນຕ້ອງຫຼົບໜີອອກຈາກພາກຕາເວັນຕົກຂອງເມືອງ
ໂມຊູລໄປ.

Iraq Mosul
please wait
Embed

No media source currently available

0:00 0:01:39 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG