ທູດພິເສດສະຫະລັດ ຮັບຜິດຊອບເລື້ອງອັຟການິສຖານ ທ່ານຊາລເມ ຄາລິລຊາດ ໄດ້
ພົບປະໃນວັນຈັນວານນີ້ ກັບປະທານາທິບໍດີອັຟການິສຖານທ່ານອາສຣັຟ ການີ ແລະ
ທ່ານອັບດູລລາ ອັບດຸລລາ ຫົວໜ້າສະພາສັນຕິພາບ ຂອງອັຟການິສຖານ ເພື່ອຫາລື
ກ່ຽວກັບການເອົາກ້າວຕ່າງໆເພື່ອເລັ່ງລັດຂັ້ນຕອນທີ່ອາດ ສິ້ນສຸດສົງຄາມທີ່ດຳເນີນມາ
ຢູ່ໃນປະເທດດັ່ງກ່າວເປັນເວລາຫຼາຍທົດສະວັດນັ້ນ.
ທ່ານອັບດູລລາ ຜູ້ທີ່ນຳພາສະພາສູງໃນການສ້າງຄວາມປອງດອງຊາດ ຫຼື HCNR ຂຽນ
ລົງໃນທວີດເຕີ້ວ່າ “ພວກເຮົາໄດ້ຫາລືກັນ ກ່ຽວກັບຂັ້ນຕອນ ສັນຕິພາບ ການເຈລະຈາຢູ່
ໂດຮາ ການທົບທວນຂອງສະຫະລັດໃນປັດຈຸບັນ ແລະການເອົາບາດກ້າວໄປໜ້າ.”
ກະຊວງຕ່າງປະເທດສະຫະລັດໄດ້ປະກາດໃນວັນອາທິດທີ່ຜ່ານມາວ່າ ເປົ້າໝາຍການ
ເດີນທາງຂອງທ່ານຄາລິລຊາດ ແມ່ນເປີດການຫາລືຄືນໃໝ່ ກັບທຸກພັກຝ່າຍທັງໝົດ ຮວມ
ທັງກຸ່ມຕາລິບານ ແລະບັນດາປະເທດຢູ່ໃນຂົງເຂດ ເພື່ອຊອກຫາຊ່ອງທາງ ໃຫ້ບັນລຸ “ການ
ແກ້ໄຂທາງການເມືອງທີ່ເປັນທໍາ ແລະຍືນຍົງ ແລະການຢຸດຍິງທີ່ຖາວອນແລະຮອບດ້ານ.”
ນີ້ແມ່ນການເດີນທາງຂອງທ່ານຄາລີລຊາດ ເທື່ອທຳອິດໄປຍັງຂົງເຂດນັບແຕ່ ປະທານາທິ
ບໍດີໂຈ ໄບເດັນ ໄດ້ເຂົ້າຮັບຕຳແໜ່ງ ແລະມີຂຶ້ນ ຫຼັງຈາກຄະນະເຈລະຈາຂອງລັດຖະບານ
ອັຟການິສຖານ ແລະກຸ່ມຕາລິບານ ໄດ້ພົບປະກັນ ໃນນະຄອນໂດຮາ ປະເທດກາຕາອາ
ທິດແລ້ວນີ້່ ຫຼັງຈາກຫຼາຍກວ່ານຶ່ງເດືອນ ໄດ້ມີການຢຸດເຊົາ.