ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າທູດພິເສດ ຂອງສະຫະລັດ ປະຈໍາອັຟການິສຖານ ລາອອກຈາກຕໍາແໜ່ງ


ທ່ານຊາລເມ ຄາລິລຊາດ, ທູດພິເສກເພື່ອສ້າງຄວາມປອງດອງຊາດໃນອັຟການິສຖານ, ກ່າວໃນລະຫວ່າງການພິຈາລະນາຂອງຄະນະກໍາມະການ ຄວາມສຳພັນລະຫວ່າງປະເທດຂອງສະພາສູງ ກ່ຽວກັບຄວາມສໍາພັນ ຂອງສະຫະລັດ ກັບອັຟການິສຖານຢູ່ຕຶກສະພາ ໃນວັນທີ 18 ພຶດສະພາ, ປີ 2021.
ທ່ານຊາລເມ ຄາລິລຊາດ, ທູດພິເສກເພື່ອສ້າງຄວາມປອງດອງຊາດໃນອັຟການິສຖານ, ກ່າວໃນລະຫວ່າງການພິຈາລະນາຂອງຄະນະກໍາມະການ ຄວາມສຳພັນລະຫວ່າງປະເທດຂອງສະພາສູງ ກ່ຽວກັບຄວາມສໍາພັນ ຂອງສະຫະລັດ ກັບອັຟການິສຖານຢູ່ຕຶກສະພາ ໃນວັນທີ 18 ພຶດສະພາ, ປີ 2021.

ຫົວໜ້າທູດພິເສດຂອງສະຫະລັດປະຈໍາອັຟການິສຖານທ່ານຊາລເມ ຄາລິລຊາດ (Zalmay Khalilzad), ລາອອກຈາກຕໍາແໜ່ງ, ພາຍໃນບໍ່ເຖິງສອງເດືອນຫລັງຈາກການຖອນກຳລັງທີ່ສັບສົນວຸ້ນວາຍຂອງສະຫະລັດອອກຈາກອັຟການິສຖານ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດທ່ານແອນໂທນີ ບລິງເກັນ ປະ ກາດການລາອອກຂອງທ່ານຄາລິລຊາດໃນຖະແຫລງການເມື່ອຕອນແລງວັນຈັນວານນີ້, ໂດຍກ່າວວ່າ ນັກການທູດທ່ານນີ້ຈະຖືກແທນທີ່ໂດຍຜູ້ຮອງຂອງທ່ານ ນັ້ນຄືທ່ານໂທມັສ ເວັສ໌ທ (Thomas West).

“ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ການຮັບໃຊ້ໜ້າທີ່ເພື່ອຊາວອາເມຣິກັນມາຫລາຍທົດສະວັດ,” ທ່ານບລິງເກັນກ່າວ.

ທ່ານ ຄາລິລຊາດ ເຄີຍເປັນທູດພິເສດສະຫະລັດ ປະຈໍາອັຟການິສຖານໃນຊ່ວງສາມປີທີ່ຜ່ານມາ, ໂດຍດໍາລົງຕໍາແໜ່ງ ໃນທັງສະໄໝ ປະທານາທິບໍດີທ່ານໂຈ ໄບເດັນ ແລະອະດີດປະທານາທິບໍດີ ທ່ານດໍໂນລ ທຣໍາ.

ກ່ອນໜ້ານັ້ນ, ທ່ານເຄີຍດໍາລົງຕໍາແໜ່ງເອກອັກຄະລັດຖະທູດ ສະຫະລັດ ປະຈໍາອົງການສະຫະປະຊາຊາດ, ອີຣັກ ແລະ ອັຟການິສຖານ ພາຍໃຕ້ອະດີດປະທາ ນາທິບໍດີທ່ານ ຈອຣ໌ຈ ດັບເບິລຢູ ບູສ (George W. Bush).

ທ່ານຄາລິລຊາດ, ຜູ້ເຊິ່ງເກີດຢູ່ໃນປະເທດອັຟການິສຖານ ຕ້ອງປະເຊີນກັບການຕ້ອງຕິ ຈາກບົດບາດຂອງຜູ້ນໍາ ໃນການເຈລະຈາກັບກຸ່ມຕາລິບານ ແລະ ລັດຖະບານ ອັຟການິສຖານ ທີ່ເລີ້ມຕົ້ນໃນປີ 2018.

ທ່ານຄາລິລຊາດບໍ່ປະສົບຜົນສຳເລັດໃນການໄກ່ເກ່ຍເພື່ອໃຫ້ຕັ້ງລັດຖະບານຄອງອຳນາດຮ່ວມກັນ ລະຫວ່າງສອງຝ່າຍ ແຕ່ໄດ້ເຈລະຈາຂໍ້ຕົກລົງລະຫວ່າງກຸ່ມຕາລິບານ ແລະ ສະຫະລັດ ໃນເດືອນກຸມພາ ປີ 2020, ເຊິ່ງນໍາໄປສູ່ການຖອນກໍາລັງທະຫານ ສະຫະລັດ ອອກຈາກ ອັຟການິສຖານ.

ໃນຂະນະທີ່ກອງກໍາລັງສະຫະລັດຖອນໂຕອອກຈາກປະເທດ ອັຟການິສຖານ ປີນີ້, ກຸ່ມຕາລິບານໄດ້ເຂົ້າຢຶດເມືອງຕ່າງໆທົ່ວອັຟການິດສະຖານຢ່າງໄວວາ, ອັນນໍາໄປສູ່ການຫລົ້ມສະຫລາຍຂອງລັດຖະບານ ທີ່ໄດ້ຮັບການສະໜັບສະໜຸນຈາກ ສະຫະລັດ ໃນນະຄອນຫລວງ ກາບູລ ໃນເດືອນສິງຫາທີ່ຜ່ານມາ.

ຄວາມໄວຂອງການຢຶດຄອງປະເທດຂອງກຸ່ມ ຕາລິບານ ອັນໄດ້ເຮັດໃຫ້ມີສ່ວນເກີດຄວາມສັບສົນວຸ້ນວາຍໃນການຖອນກໍາລັງທະຫານສະຫະລັດອອກຈາກ ອັຟການິສຖານ ເຊິ່ງໄດ້ເຮັດໃຫ້ພົນລະ ເມືອງຊາວ ອາເມຣິກາ ຫລາຍຮ້ອຍຄົນ ແລະ ປະຊາຊົນຊາວ ອັຟການິສຖານ ຫລາຍພັນຄົນທີ່ເຄີຍຊ່ວຍເຫລືອສົງຄາມຂອງ ສະຫະລັດ ໄດ້ພາກັນພະຍາຍາມໜີອອກຈາກປະເທດໃນມື້ສຸດທ້າຍຂອງການປະຕິບັດການທາງທະຫານຂອງ ສະຫະລັດ.

ຢູ່ໃນຈົດໝາຍ ທີ່ສົ່ງເຖິງທ່ານບລິງເກັນ, ທ່ານຄາລິລຊາດຍອມຮັບວ່າທ່ານບໍ່ສາມາດໄກເກ່ຍໃຫ້ບັນລຸຂໍ້ຕົກລົງໃນການຄອງອໍານາດຮ່ວມກັນ ລະຫວ່າງກຸ່ມ ຕາລິບານ ແລະ ລັດຖະບານທີ່ໄດ້ຮັບການສະໜັບສະໜຸນຈາກ ສະຫະລັດ ໃນນະຄອນຫລວງກາບູລ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG