ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທູດ​​ສະ​ຫະ​ລັດ ເພັ່ງ​ເລັງ​ໃສ່ ການ​ຫຼອກ​ລວງ​ທາງ​ໄຊ​ເບີ້ ໃນ​ລະ​ຫວ່າງ​ ການ​ຢ້ຽມ​ຢາມ​ກຳ​ປູ​ເຈຍ


ແຟ້ມ - ຜູ້​ຊາຍ​ຄົນ​ນຶ່ງ ຖື​ຄອມ​ພິວ​ເຕີ້ແລບ​ທັອບ​ ຂະ​ນະ​ທີ່​ລະ​ຫັດ​ທາງ​ໄຊ​ເບີ້ ສາຍ​ໃສ່​ລາວ ເພື່ອ​ເປັນ​ການ​ສະ​ແດງ ເມືຶ່ອ​ວັນ​ທີ 13 ພຶດ​ສະ​ພາ 2017.
ແຟ້ມ - ຜູ້​ຊາຍ​ຄົນ​ນຶ່ງ ຖື​ຄອມ​ພິວ​ເຕີ້ແລບ​ທັອບ​ ຂະ​ນະ​ທີ່​ລະ​ຫັດ​ທາງ​ໄຊ​ເບີ້ ສາຍ​ໃສ່​ລາວ ເພື່ອ​ເປັນ​ການ​ສະ​ແດງ ເມືຶ່ອ​ວັນ​ທີ 13 ພຶດ​ສະ​ພາ 2017.

ທ່ານ​ນາງ​ຊິນ​ດີ ດາຍ​ເອີີ້ (Cyndy Dyer) ເອກ​ອັກ​ຄະ​ລັດ​ຖະ​ທູດ ຮັບ​ຜິ​ດ​ຊອບ​ໃນ​ການ​ສິ້ງ​ຊອມ​ແລະ​ປາບ​ປາມ​ການ​ຄ້າ​ມະ​ນຸດມີ​ແຜນ​ການ​ທີ່​ຈະ​ຊຸກ​ຍູ້​ໃຫ້​ລັດ​ຖະ​ບານ​ໃໝ່​ຂອງ​ກຳ​ປູ​ເຈຍ ເພີ້ມ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ ໃນ​ການ​ປາບ​ປາມ ການ​ຫຼອກ​ລວງ​ທາງ​ໄຊ​ເບີ້ ທີ່​ເຮັດ​ໃຫ້​ພວກ​ເຄາະ​ຮ້າຍ​ຫຼາຍ​ຄົນ ​ທີ່​ຕົກ​ເປັນ​ເຫຍື່ອ​ການ​ຄ້າ​ມະ​ນຸດ ມີ​ຊີ​ວິດ​ຄ້າຍ​ຄື​ກັນ​ກັບ​ຂ້າ​ທາດ.

ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ພະ​ນົມ​ເປັນທີ່​ຫາ​ກໍ​ສິ້ນ​ສຸດ​ລົງ​ເມື່ອ​ໄວໆ​ມານີ້ ຂອງ​ທ່ານ​ນາງ​ດາຍ​ເອີ້ “​ຈະ​ໃຊ້​ເປັນ​ໂອ​ກາດ​ໃນ​ການ​ແບ່ງ​ປັນ​ຂໍ້​ມູນແລະ​ປະ​ສານ​ງານໃນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຕໍ່​ຕ້ານ​ການ​ຄ້າ​ມະ​ນຸດ” ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ໃນ​ຖະ​ແຫຼງ​ຂ່າວ​ເມື່ອ​ອາ​ທິດ​ແລ້ວ.

ແຟ້ມ - ທ່ານ​ນາງ​ຊິນ​ດີ ດາຍ​ເອີ້ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຂອງ​ສະ​ຫະ​ລັດ ຈະ​ຕິດ​ຕາມ​ສິ້ງ​ຊອມ ແລະ​ປາບ​ປາມ​ການ​ຄ້າ​ມະ​ນຸດ ໃນ​ການ​ຖະ​ແຫຼງ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ເມື່ອ​ວັນ​ທີ 15 ພະ​ຈິກ 2023.
ແຟ້ມ - ທ່ານ​ນາງ​ຊິນ​ດີ ດາຍ​ເອີ້ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຂອງ​ສະ​ຫະ​ລັດ ຈະ​ຕິດ​ຕາມ​ສິ້ງ​ຊອມ ແລະ​ປາບ​ປາມ​ການ​ຄ້າ​ມະ​ນຸດ ໃນ​ການ​ຖະ​ແຫຼງ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ ເມື່ອ​ວັນ​ທີ 15 ພະ​ຈິກ 2023.

ທ່ານ​ນາງ​ດາຍ​ເອີ້ ໄດ້​ພົບ​ປະ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຫຼາຍໆ​ທ່ານ “ເພື່ອ​ຈຸດ​ປະ​ສົງ​ໃນ​ການ​ເສີມ​ຂະ​ຫຍາຍ​ຄວາມ​ສຳ​ພັນ​ກັບ​ລັດ​ຖະ​ບານ​ຊຸດ​ໃໝ່ ເພື່ອ​ການ​ປະ​ສານ​ງານ​ໃນ​ອະ​ນາ​ຄົດ​ແລະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຄວາມ​ກ້າວ​ໜ້າ​ໃນ​ຂົງ​ເຂດ​ວຽກ​ງານ​ທີ່​ສຳ​ຄັນ​ສຸດ ຮວມ​ທັງ​ເພີ້ມ​ການ​ສືບ​ສວນ​ແລະ​ການ​ດຳ​ເນີນ​ຄະ​ດີການ​ປະ​ຕິ​ບັດ​ງານ​ຫຼອກ​ລວງ​ທາງ​ໄຊ​ເບີ້” ລາຍ​ງານ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ທີ 15 ພະ​ຈິກ​ກ່າວ.

ບົດ​ບາດ​ຂອງ​ກຳ​ປູ​ເຈຍ ໃນ​ຖາ​ນະ​ປະ​ເທດ​ເຈົ້າ​ພາບ ຂອງ​ການ​ປະ​ຕິ​ບັດ​ງານ​ເພື່ອ​ຫຼອກ​ລວງ​ທາງ​ໄຊ​ເບີ້ ແມ່ນ​ເປັນ​ທີ່​ໂດດ​ເດັ່ນ​ ຢູ່​ໃນ​ສາ​ກົນ. ອົງ​ການ​ຂ້າ​ຫຼວງ​ໃຫຍ່​ເພື່ອ​ສິດ​ທິ​ມະ​ນຸດ​ຂອງ​ສະ​ຫະ​ປະ​ຊາ​ຊາດ ຫຼື UNHCHR ໄດ້​ເປີດ​ເຜີຍ​ລາຍ​ງານ ໃນ​ລະ​ດູ​ຮ້ອນ​ປີນີ້ ໂດຍ​ກະ​ປະ​ມານ​ວ່າ ມີ 100,000 ຄົນ​ໄດ້​ຕົກ​ເປັນ​ເຫຍື່ອ​ຂອງ​ອຸດ​ສາ​ຫະ​ກຳດັ່ງ​ກ່າວ ຢູ່​ໃນ​ກຳ​ປູ​ເຈຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG