ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ທູດພິເສດຂອງສະຫະລັດ ມີຄວາມກັງວົນ ກ່ຽວກັບການ​ເຄື່ອນ​ໄຫວທາງທະຫານ ໃນ ເອທິໂອເປຍ ອາດຈະໄວກວ່າທາງການທູດ


ບັນດານັກເຄື່ອນໄຫວ ພາກັນຟັງຜູ້ເວົ້າ ໃນການສະໜັບສະໜຸນລັດຖະບານຂອງເອທິໂອເປຍ ໃນລະຫວ່າງການປະທ້ວງ ຕໍ່ໜ້າທໍານຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 21 ພະຈິກ 2021 ເພື່ອຮຽກຮ້ອງໃຫ້ຢຸດ ໃນສິ່ງທີ່ພວກເຂົາເຈົ້າກ່າວວ່າ ອາເມຣິກາ ເປັນຜູ້ສະໜັບສະໜຸນກຸ່ມແນວໂຮມປົດປ່ອຍປະຊາຊົນທິເກຣ.

ນັກການທູດລະດັບສູງຂອງສະຫະລັດ ກ່າວໃນວັນອັງຄານວານນີ້ວ່າ ທ່ານມີຄວາມກັງວົນທີ່ການເຄື່ອນ​ໄຫວທາງທະຫານຢູ່ໃນເອທິໂອເປຍ ກໍາລັງແຊງໜ້າຄວາມພະຍາຍາມໃນການຍຸຕິ​ບັນ​ຫາຂັດແຍ້ງທີ່ນອງເລືອດມານຶ່ງ​ປີຂອງປະເທດດັ່ງກ່າວ.

ໃນການກ່າວກັບນັກຂ່າວ ລຸນຫລັງທີ່​ໄດ້ກັບມາຈາກ ການເດີນທາງໄປເອທິໂອເປຍ, ທູດພິເສດຂອງສະຫະລັດປະຈໍາເຂດ​ແຫຼມ​ຮອນ​ອາຟຣິກາ ທ່ານເຈັບຟຣີ ເຟລຕ໌ແມນ (Jeffrey Feltman) ໄດ້ກ່າວວ່າ ທ່ານ ແລະພະນັກງານທາງການທູດຄົນອື່ນໆ ໄດ້ພະຍາຍາມທີ່ຈະຫຼຸດລະດັບຄວາມຮຸນແຮງ ແລະ​ໃຫ້​ມີ​ການຢຸດຍິງ ລະຫວ່າງລັດຖະບານກາງເອທິໂອເປຍ ແລະກອງກໍາລັງທີ່ນໍາໂດຍແນວໂຮມປົດປ່ອຍຂອງປະຊາຊົນຊາວທິເກຣ ຫຼື TPLF. ແນວ​ໂຮມ TPLF ກ່າວວ່າ ກອງກໍາລັງເຫຼົ່ານັ້ນ ແມ່ນກອງກໍາລັງຮັກສາຄວາມໝັ້ນຄົງທິເກຣ ຫຼື TDF. ແຕ່ລັດຖະບານເວົ້າວ່າ TPLF ແມ່ນກຸ່ມ ທີ່ຖືກ​ລະ​ບຸວ່າ ເປັນກຸ່ມກໍ່ການຮ້າຍ.

ທ່ານເຟລຕ໌ແມນ ກ່າວວ່າ ການເຈລະຈາແມ່ນມີຄວາມຄືບໜ້າ, ແຕ່ຍອມຮັບວ່າທັງສອງຝ່າຍ ແມ່ນຍັງຄົງມີຄວາມພ້ອມ ໃນການປະທະກັນຫລາຍຂຶ້ນ.

ນາຍົກລັດຖະມົນຕີຂອງເອທິໂອເປຍ ທ່ານອາບີ ອາເມດ (Abiy Ahmed) ປະກາດອອກສື່ສັງຄົມໃນມື້ວັນຈັນທີ່ຜ່ານມາວ່າ ທ່ານຈະໄປທີ່ສະໜາມລົບເພື່ອນໍາ​ພາກອງກໍາລັງດ້ວຍໂຕເອງ, ແລະທ່ານກໍຮຽກຮ້ອງໃຫ້ປະຊາຊົນເຂົ້າຮ່ວມນໍາດ້ວຍ.

ໃນຂະນະດຽວກັນ, ກອງກໍາລັງທີ່ນໍາ​ພາໂດຍ TPLF ຜູ້ທີ່ໄດ້ບຸກ​ລົງ​ມາທາງໃຕ້ໄປສູນະຄອນຫລວງ ອາດິສ ອາບາບາ, ໄດ້ຮັບລາຍງານໃນມື້ວັນຈັນທີ່ຜ່ານມາວ່າ ​ໄດ້​ເຂົ້າ​ຢຶດ​ເອົາເມືອງນຶ່ງ ເຊິ່ງປະມານ 220 ກິໂລແມັດ ຫ່າງຈາກນະ​ຄອນ​ຫຼວງ.

ໃນວັນອັງຄານວານນີ້, ທ່ານເຟລຕ໌ແມນ ໄດ້ຮຽກ​ຮ້ອງໃຫ້ທັງສອງຝ່າຍຖອຍ​ກຳລັງ​ຂອງ​ຕົນ ຈາກ​ເຂດ​ທີ່​ຈະ​ເຮັດ​ໃຫ້​ສົງ​ຄາມ​ເພີ້ມຄວາມທະວີຮຸນແຮງຂຶ້ນນັ້ນ.

ທ່ານກ່າວວ່າ “ຫລັງຈາກການຕໍ່ສູ້ເປັນເວລາຫລາຍກວ່ານຶ່ງປີ ອັນເຮັດໃຫ້ມີຜູ້ບາດເຈັບລົ້ມຕາຍຈໍານວນຫຼາຍແສນຄົນ ແລະ​ປະ​ຊາ​ຊົນຕ້ອງໄດ້​ອົບ​ພະ​ຍົບ​ຫຼົບໄພຍ້ອນການຕໍ່ສູ້ນັ້ນ, ມັນ​ຄວນເປັນທີ່ແຈ່ມແຈ້ງແລ້ວວ່າ ​ມີຈະບໍ່ມີການແກ້ໄຂທາງທະຫານໄດ້ເລີຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG