ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທູດພິເສດຂອງສະຫະລັດ ຄິດ​ໃນ​ທາງບວກ ດ້ວຍຄວາມ​ລະ​ວັງ ກ່ຽວ​ກັບ​ການມີ​​ສັນ​ຕິພາບ ໃນອັຟການິສຖານ


ທູດພິເສດຂອງສະຫະລັດ ສຳລັບການທ້ອນໂຮມອັຟການິສຖານ, ຊ້າຍ, ກາ​ບູ​ລ, 10 ພະ​ຈິກ 2018.
ທູດພິເສດຂອງສະຫະລັດ ສຳລັບການທ້ອນໂຮມອັຟການິສຖານ, ຊ້າຍ, ກາ​ບູ​ລ, 10 ພະ​ຈິກ 2018.

​ທູດ​ພິ​ເສດ​ຂອງສະ​ຫະ​ລັດ ສຳລັບການ​ທ້ອນ​ໂຮ​ມອັ​ຟ​ກາ​ນິ​ສ​ຖານ ກ່າວ​ວ່າ
ເຖິງ​ແມ່ນ​ວ່າ ຈະມີ​ການ​ທ້າ​ທາຍ​ຫຼາຍ​ຢ່າງ​ແລະ​ຫຍຸ້ງ​ຍາກຂອງ​ທ່ານ “ທີ່​ຈະ​ຕ້ອງ​
ລະ​ວັງ ຫຼື​ບໍ່ ກໍ່​ຊ່ອຍ​ຫຍັງ​ໄດ້​ບໍ່”
ກ່ຽວ​ກັບ​ການ​ໄກ່​ເກ່ຍ​ການ​ເຈ​ລະ​ຈາເລື້ອງ​ສັນ​ຕິ​ພາບ
​ພາຍ​ໃນ ທີ່​ຈະ​ຍຸ​ຕິ​ສົງ​ຄວາມ​ຍືດເຍື້ອ​ເປັນ​ເວລາ 17 ປີ ນັ້ນ.

ທ່ານ (Zalmay Khalilzad) ແຊ​ລ​ເມ ຄາ​ລີ​ຊາດ, ທູດ​ອາ​ເມ​ຣິ​ກັນ​ທີ່​ເກີດ​ໃນອັ​ຟ​ກາ
​ນິ​ສ​ຖານ, ໄດ້​ກ່າວຕໍ່​ພວກ​ນັກ​ຂ່າວ ໃນ​ວັນ​ອາ​ທິດ​ວານ​ນີ້, ນຶ່ງ​ມື້ ຫຼັງ​ຈາກທີ່​ກັບ​ໄປ​ຍັງ
​ເມືອງ​ຫຼວງ​ຂອງອັ​ຟ​ກາ​ນິ​ສ​ຖານ ຈາກ​ການເຈ​ລະ​ຈາ​ກັບ ​ທູດ​ພິ​ເສດທາງ​ການ​ເມືອງ
ຂອງ​ຕາ​ລີ​ບານ ທີ່​ມີທີ່ໝັ້ນ​ໃນກາ​ຕາ ​ຕິດ​ຕໍ່​ກັນ 3 ມື້​ນັ້ນ. ທ່ານ​ໄດ້​ກ່າວ​ກັບ​ບັນ​ດາ​
ນັກ​ການ​ເມືອງ​ອັ​ຟ​ກາ​ນິ​ສ​ຖານ ພາຍ​ໃນ​ແລະ​ພາຍນອກ ຂອງ​ລັດ​ຖະ​ບານ ກ່ອນ​ການ
​ເດີນ​ທາງ ໄປ​ຍັງ​ປະ​ເທດອ່າວ​ດັ່ງ​ກ່າວ, ບ່ອນ​ທີ່​ພວກ​ຫົວ​ຮຸນ​ແຮງ ມີ​ຫ້ອງ​ການ
“ການ​ເມືອງ​ຢູ່​ທີ່​ນັ້ນ.”

“ຂ້າ​ພະ​ເຈົ້າ​ຮູ້​ດີ​ວ່າ ລັດ​ຖະ​ບານ​ຂອງ​ອັ​ຟ​ກາ​ນິ​ສ​ຖານ​ຕ້ອງ​ການສັນ​ຕິພາບ. ກຸ່ມຕາ
​ລີ​ບານ ກ່າວ​ວ່າ ພວກ​ເຂົາ​ບໍ່​ເຊື່ອ​ວ່າ ພວກ​ເຂົາ​ຈະ​ສຳ​ເລັດ​ທາງ​ການ​ທະ​ຫານ
ທີ່​ພວກ​ເຂົາ​ຕ້ອງ​ການ​ຢາກ​ຈະ​ເຫັນ​ບັນ​ຫາ​ທີ່​ຍັງ​ຄ້າງ​ຄາ​ທີ່​ຍັງ​ບໍ່​ທັນ​ໄດ້​ແກ້​ໄຂ​
ຢ່າງ​ສັນ​ຕິ, ໂດຍ​ພວກ​ໄກ່​ເກ່ຍ​ທາງ​ການ​ເມືອງ,”
ຊຶ່ງ​ທູດ​ພິ​ເສດສະ​ຫະ​ລັດ ໄດ້​ຮັບ
​ຊາບ ໂດຍ​ປາດ​ສະ​ຈາກ ການ​ແບ່ງ​ປັນລາຍ​ລະ​ອຽດ ກ່ຽວກັບການ​ພົບ​ປະ​ກັບ​ພວກ
​ເຈ​ລະ​ຈາ​ຕາ​ລີ​ບານ ທີ່​ກ່າວ​ໄວ້.

​ປະ​ທາ​ນາ​ທິ​ບໍ​ດີອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ຊ​ຣາ​ຟ ກາ​ນີ (Ashraf Ghani), ຂວາ, ​ແລະທ່ານແຊລເມ ຄາລີຊາດ (Zalmay Khalilzad) ທູດພິເສດຂອງສະຫະລັດ ສຳລັບການທ້ອນໂຮມອັຟການິສຖານ, ຊ້າຍ, ​ພົບ​ປະ​ກັນ​ທີ່​ກາ​ບູ​ລ, 10 ພະ​ຈິກ 2018.
​ປະ​ທາ​ນາ​ທິ​ບໍ​ດີອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ຊ​ຣາ​ຟ ກາ​ນີ (Ashraf Ghani), ຂວາ, ​ແລະທ່ານແຊລເມ ຄາລີຊາດ (Zalmay Khalilzad) ທູດພິເສດຂອງສະຫະລັດ ສຳລັບການທ້ອນໂຮມອັຟການິສຖານ, ຊ້າຍ, ​ພົບ​ປະ​ກັນ​ທີ່​ກາ​ບູ​ລ, 10 ພະ​ຈິກ 2018.

“ຂ້າ​ພະ​ເຈົ້າ ຄິດ​ວ່າ ມັນ​ມີ​ໂອ​ກາດ ທີ່​ຈະ​ທ້ອນ​ໂຮມ​ກັນ​ແລະ​ມີສັນ​ຕິພາບ… ຂ້າ​ພະ​ເຈົ້າ
ບໍ່​ມີ​ຫຍັງ​ທີ່ຈະໄດ້​ປະ​ກາດ​ອອກ​ໄປ​ໃນ​ມື້​ນີ້, ແຕ່​ວ່າ ຂ້າ​ພະ​ເຈົ້າຍັງ​ຄິດ​ໃນ​ທາງບວກ​ຢ່າງ​
ລະ​ມັດ​ລະ​ວັງ ແລະ ຫວັງ​ວ່າ​ຈະ​ໄດ້​ແກ້​ໄຂ​ຢ່າງ​ສັນ​ຕິ ໃນ​ຄວາມ​ສະ​ຫລັບ​ສັບ​ຊ້ອນ​ທີ່​ມີ​ຢູ່​
ແລ້ວ​ນັ້​ນ, ຂ້າ​ພະ​ເຈົ້າບໍ່​ຢາກຕີ​ລາ​ຄາ​ຕ່ຳ​ເກີນ​ໄປ ໃນ​ການ​ທ້າ​ທາຍ ແລະຂ້າ​ພະ​ເຈົ້າ
ບໍ່ຢາກ​ທີ່​ຈະ​ຄາດ​ຫວັງ​ໃນ​ທາງ​ທີ່​ຜິດ​ໆ,”
​ຊຶ່ງທ່ານຄາ​ລີ​ຊາດ ໄດ້​ກ່າວ​ໄວ້.

ໃນ​ວັນເສົາ​ທີ່​ຜ່ານ​ມາ, ​ຫຼາຍແຫຼ່ງ​ຂ່າວຂອງ​ກຸ່ມ​ຕາ​ລີ​ບານ ຍັງ​ໄດ້​ຮັບ​ຮູ້​ເຖິງ​ທັງ​ສອງ​ຝ່າຍວ່າ
ເປັນ​ໄປ​ໃນ​ທາງບວກ ກ່ຽວ​ກັບ ຂັ້ນ​ຕອນ​ການ​ເຈລະ​ຈາ ກັບ​ຄະ​ນະ​ຂອງ​ທ່ານຄາ​ລີ​ຊາດ.

ທ່ານ​ບໍ່​ສາ​ມາດ​ທີ່​ຈະ​ກ່າວ​ວ່າ ກຸ່ມ​ຕາ​ລີ​ບານ ແມ່ນ​ຈະ​ຍອມ​ຮັບຈຸດ​ສຳ​ຄັນທີ່​ຕ້ອງ​ການ
ແລະ​ຢືນ​ຢັນ​ຄວາມ​ຕ້ອງ​ການ​ຂອງ​ອັ​ຟ​ກາ​ນິ​ສ​ຖານເອງ ເພື່ອ​ໂອ້​ລົມ​ສົນ​ທະ​ນາ ກ່ຽວ​ກັບ​
ບັນ​ຫາ​ຕ່າງໆ ໃນຕອນທີ່​ອີກ​ຝ່າຍ ເຂົ້າ​ມາ​ໃນ​ໂຕະ​ເຈ​ລະ​ຈາ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ພາຍ​ພົນ​ໂຈ​ເຊັ​ຟ ດັນ​ຟອດ ​ຜູ້​ບັນ​ຊາ​ການເສ​ນາ​ທິ​ການ​ຂອງ​ແນວ​ໂຮມ, ກ່າວ​ໃນ​ກອງ​ປະ​ຊຸມ ຄະ​ນະ​ກຳ​ມະ​ການ​ສັນ​ຕິ​ພາບ ທີ່​ທຳ​ນຽບ​ຂາວ, 18 ພຶດ​ສະ​ພາ 2018.
ພາຍ​ພົນ​ໂຈ​ເຊັ​ຟ ດັນ​ຟອດ ​ຜູ້​ບັນ​ຊາ​ການເສ​ນາ​ທິ​ການ​ຂອງ​ແນວ​ໂຮມ, ກ່າວ​ໃນ​ກອງ​ປະ​ຊຸມ ຄະ​ນະ​ກຳ​ມະ​ການ​ສັນ​ຕິ​ພາບ ທີ່​ທຳ​ນຽບ​ຂາວ, 18 ພຶດ​ສະ​ພາ 2018.

XS
SM
MD
LG