ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເອກອັກຄະລັດຖະທູດ Haley ຮຽກຮ້ອງໃຫ້ ຄອງໂກ ຈັດການເລືອກຕັ້ງ ໃນປີ 2018


ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປຊ ທ່ານນາງ Nikki Haley ຖືກຕ້ອນຮັບ ເວລາທ່ານນາງ ເດີນທາງໄປເຖິງ
ສະນາມບິນສາກົນ N'Djili ໃນະຄອນ Kinshasa ປະເທດຄອງໂກ. (25 ຕຸລາ 2017)
ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປຊ ທ່ານນາງ Nikki Haley ຖືກຕ້ອນຮັບ ເວລາທ່ານນາງ ເດີນທາງໄປເຖິງ ສະນາມບິນສາກົນ N'Djili ໃນະຄອນ Kinshasa ປະເທດຄອງໂກ. (25 ຕຸລາ 2017)

ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ Nikki
Haley ກ່າວວ່າ ສາທາລະນະລັດປະຊາທິປະໄຕຄອງໂກຕ້ອງຈັດການເລືອກຕັ້ງ ທີ່ມີ
ການຄອງຄອຍຖ້າ ມາເປັນເວລາດົນນານແລ້ວນັ້ນ ໃນປີໜ້າ ຫຼືຖ້າບໍ່ດັ່ງນັ້ນແລ້ວ ປະ ເທດດັ່ງກ່າວ ກໍຈະບໍ່ໄດ້ຮັບ ຄວາມຊ່ອຍເຫຼືອ ຈາກນາໆຊາດ ກ່ຽວກັບການເລືອກຕັ້ງ
ເລີຍ.

ທ່ານນາງ Haley ກ່າວຕໍ່ພວກຂ່າວ ທີ່ນະຄອນຫລວງ Kinshasa ຂອງຄອງໂກຫຼັງ
ຈາກໄດ້ພົບປະ ກັບຄະນະກຳມາທິການເລືອກຕັ້ງ ຂອງປະເທດດັ່ງກ່າວ ໃນວັນສຸກ
ວານນີ້.

ທ່ານນາງເວົ້າວ່າ “ພວກເຮົາຢາກໃຫ້ມີການເລືອກຕັ້ງທີ່ເສລີແລະເປັນທຳເກີດຂຶ້ນໃນ
ປີ 2018 ເປັນຢ່າງຊ້າ ແລະບໍ່ແມ່ນໃນທ້າຍປີ 2018 ພວກເຮົາຢາກໃຫ້ມີການເລືອກ
ຕັ້ງໄວກວ່ານັ້ນ.” ທ່ານນາງຮຽກຮ້ອງໃຫ້ປະທານາທິບໍດີ​ Joseph Kabila ປະກາດວ່າ
ການເລືອກຕັ້ງຈະມີຂຶ້ນໃນປີໜ້າ.

ປະທານາທິບໍດີ Joseph Kabila
ປະທານາທິບໍດີ Joseph Kabila

ສາທາລະນະລັດປະຊາທິປະໄຕຄອງໂກ ຄວນຈັດໃຫ້ມີການເລືອກຕັ້ງ ໃນປີ​ 2016 ແຕ່ວ່າບໍ່ໄດ້ມີຂຶ້ນເລີຍ ແລະປະທານາທິບໍດີ Kabila ໄດ້ປະຕິເສດທີ່ຈະລົງຈາກຕຳ
ແໜ່ງທັງໆທີ່ການດຳລົງຕຳແໜ່ງສະໄໝທີ​ 2 ຂອງທ່ານໄດ້ສິ້ນສຸດລົງ ໃນເດືອນທັນ
ວາປີກາຍ.

ຄະນະກຳມາທິການເລືອກຕັ້ງ ຂອງຄອງໂກ ກ່າວວ່າ ຕົນຍັງບໍ່ພ້ອມເທື່ອທີ່ຈະຈັດ
ການເລືອກຕັ້ງໃດໆ ຈົນເທົ່າເດືອນເມສາ ປີ 2019 ເປັນຢ່າງໄວ. ພວກຝ່າຍຄ້ານ
ໄດ້ກ່າວຫາທ່ານ Kabila ວ່າ ພະຍາຍາມທີ່ຈະແກ່ຍາວເວລາໄປຈົນເທົ່າທ່ານສາ
ມາດປ່ຽນແປງລັດຖະທຳມະນູນ ແລະລຶບລ້າງ ການຈຳກັດ ສະໄໝການດຳລົງຕຳ
ແໜ່ງ.

ທ່ານນາງ Haley ກ່າວໃນວັນສຸກວານນີ້ວ່າ “ສະຫະລັດຈະບໍ່ໃຫ້ການສະໜັບສະ
ໜູນໃດໆໃນປີ 2019. ປະຊາຄົມນາໆຊາດ ກໍຈະບໍ່ໃຫ້ ການສະໜັບສະໜູນຫຍັງ
ເລີຍໃນປີ 2019.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG