ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາສູງເປີດເຜີຍຮ່າງກົດ ໝາຍພະລັງງານສະບັບ​ໃໝ່


ສະມາຊິກສະພາສູງສັງກັດພັກເດໂມແຄຣັດໄດ້ເປີດເຜີຍ
ຮ່າງກົດໝາຍວ່າດ້ວຍພະລັງງານສະບັບ​ນຶ່ງທີ່ຈະເພີ້ມ
ຄວາມຮັບຜິດຊອບໃຫ້ແກ່ບໍລິສັດນໍ້າມັນໃນກໍລະນີທີ່
ເກີດການຮົ່ວໄຫຼ ແຕ່ໄດ້ຍົກເລີກຂໍ້ກຳນົດບາງຢ່າງກ່ຽວກັບ
ການຄວບຄຸມດິນຟ້າອາກາດທີ່​ຮວມຢູ່​ໃນຮ່າງກົດໝາຍທີ່
ສະພາຕໍ່າສະຫະລັດໄດ້ຮັບຜ່ານໃນປີກາຍນີ້.

ຜູ້ນຳພັກເດໂມແຄຣັດໃນສະພາສູງສະຫະລັດ ທ່ານ
HARRY REID ໄດ້ປະກາດຮ່າງກົດໝາຍ​ສະບັບ​ປານີ
ປານ​ອມກັນ ໃນວັນອັງຄານວານນີ້ ​ແລະກ່າວວ່າ
ທ່ານຫວັງວ່າຈະນຳສະເໜີຮ່າງກົດໝາຍດັ່ງກ່າວຢ່າງເປັນທາງການພາຍໃນອາທິດນີ້.

ຂໍ້ສະເໜີຢູ່ໃນຮ່າງກົດໝາຍນີ້​ໄດ້​ລົບລ້າງວົງເງິນທີ່​ຈຳກັດ​ໄວ້ຄື 75 ລ້ານໂດລາທີ່​ທາງ​
ບໍລິ​ສັດ​ຕ້ອງຮັບຜິດຊອບ​ສໍາລັບຄວາມ​ເສຍ​ຫາຍທາງເສດຖະກິດ​ ໃນ​ກໍລະນີທີ່​ມີການ
ຮົ່ວໄຫຼຂອງນໍ້າມັນ ແລະບໍ່​ໄດ້​ວາງ​ຂີດຈຳກັດກ່ຽວກັບການປ່ອຍແກັສເຮືອນແກ້ວ ແຕ່ຈະ
ໃຫ້ສິນນໍ້າໃຈໃນການຊື້ລົດທີ່ແລ່ນໂດຍເຊື້ອໄຟທາງເລືອກ ແລະ​ໃນ​ການເຮັດໃຫ້
ເຮືອນຊານປະ​ຫຍັດ​ການ​ໃຊ້ພະລັງງານ​ໄດ້​ຫລາຍ​ຂຶ້ນ.

ພວກຜູ້ຊ່ອຍຂອງພັກເດໂມແຄຣັດກ່າວວ່າ ສະມາຊິກສະພາສູງຍັງບໍ່ມີຄະແນນສຽງ
ພຽງພໍໃນການທີ່ຈະຮັບຜ່ານຮ່າງກົດໝາຍວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ
ໃນຂອບເຂດກວ້າງຂວາງກ່ວານີ້.

XS
SM
MD
LG