ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສິ້ນສຸດ ການປະຕິບັດງານ ຂອງສະຫະລັດ ຢູ່ອີຣັກ (ເບິ່ງວີດີໂອ)


ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta (ຂວາ) ແລະນາຍພົນ Lloyd Austin (ຊ້າຍ) ຜູ້ບັນຊາການ ກຳລັງສະຫະລັດໃນອີຣັກ ໃນລະຫວ່າງທີ່ທ່ານເດີນທາງໄປເຖິງ ນະຄອນຫຼວງແບັກແດັດ (15 ທັນວາ 2011)
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta (ຂວາ) ແລະນາຍພົນ Lloyd Austin (ຊ້າຍ) ຜູ້ບັນຊາການ ກຳລັງສະຫະລັດໃນອີຣັກ ໃນລະຫວ່າງທີ່ທ່ານເດີນທາງໄປເຖິງ ນະຄອນຫຼວງແບັກແດັດ (15 ທັນວາ 2011)

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon Panetta ກ່າວວ່າ ຄວາມ ໄຝ່ຝັນໃນການຢາກມີປະເທດອີຣັກ ທີ່ເປັນເອກກະລາດ ແລະມີອະທິປະໄຕນັ້ນ ເວລານີ້
ແມ່ນເປັນຄວາມຈິງແລ້ວ ໃນຂະນະທີ່ສະຫະລັດສະເຫຼີມສະຫຼອງເພື່ອເປັນຂີດໝາຍຂອງ
ການສິ້ນສຸດລົງໃນການປະຕິບັດງານຢູ່ອີຣັກ.

ທ່ານ Panetta ກ່າວໃນວັນພະຫັດມື້ນີ້ ຢູ່ໃນພິທີທີ່ຈັດຂຶ້ນຢູ່ນະຄອນຫຼວງແບັກແດັດ ໂດຍເອີ້ນຂີດໝາຍນີ້ວ່າເປັນໂອກາດທີ່ມີຄວາມສຳຄັນປະວັດສາດ ສຳລັບປະຊາຊົນຊາວ
ອະເມຣິກັນແລະຊາວອີຣັກ.

ພິທີດັ່ງກ່າວມີຂຶ້ນຫຼາຍໆອາທິດກ່ອນຈະຮອດວັນທີ 31 ທັນວາຊຶ່ງເປັນເສັ້ນຕາຍສຳລັບ ການຖອນທະຫານສະຫະລັດ ທີ່ຍັງເຫຼືອຢູ່ນັ້ນ ອອກຈາກອີຣັກ. ໃນວັນພະຫັດມື້ນີ້ ມີ
ທະຫານອະເມຣິກັນປະມານ 4,000 ຄົນ ຍັງເຫຼືອຢູ່ໃນອີຣັກ ຫຼຸດລົງຈາກຈຳນວນ 170
ພັນຄົນໃນໄລຍະຈຸດສູງສຸດຂອງສົງຄາມທີ່ນັ້ນ.

ທ່ານ Panetta ກ່າວວ່າ ພວກທະຫານອະເມຣິກັນຈະເດີນທາງອອກຈາກອີຣັກ ໂດຍມີ
ຄວາມຮູ້ສຶກວ່າ ເຂົາເຈົ້າໄດ້ຊ່ອຍໃຫ້ຊາວອີຣັກເລີ່ມຕົ້ນປະວັດສາດໜ້າໃໝ່ທີ່ມີອິດສະຫຼະ
ເສລີຈາກກົດຂີ່ ແລະເຕັມໄປດ້ວຍຄວາມຫວັງໃນການທີ່ຈະມີຄວາມຈະເລີນກ້າວໜ້າ ແລະ
ສັນຕິພາບ.

ທ່ານໃຫ້ຂໍ້ສັງເກດວ່າ ໄດ້ມີການສູນເສຍເລືອດເນື້ອຢ່າງຫຼວງຫຼາຍ ທັງໂດຍຊາວອະເມຣິ
ກັນແລະຊາວອີຣັກ.

ທະຫານອະເມຣິກັນເກືອບ 4,500 ຄົນແລະຊາວອີຣັກອີກຫຼາຍສິບພັນຄົນໄດ້ເສຍຊີວິດ ນັບແຕ່ສົງຄາມໄດ້ເລີ້ມຂຶ້ນໃນເດືອນມີນາປີ 2003.

ທ່ານ Panetta ເວົ້າວ່າ ເວລານີ້ອີຣັກແມ່ນເປັນຜູ້ຮັບຜິດຊອບຕໍ່ອະນາຄົດຂອງຕົນ ແຕ່
ສະຫະລັດກໍຍັງຈະສືບຕໍ່ເປັນພາຄີດ້ວຍການມີໜ້າທີ່ສຳຄັນທາງດ້ານການທູດຢູ່ໃນປະເທດ
ອີຣັກ.

ເບິ່ງວີດີໂອ ລາຍງານກ່ຽວກັບພິທີຂີດໝາຍການສິ້ນສຸດການປະຕິບັດງານ
ທາງທະຫານຂອງສະຫະລັດ ໃນອິຣັກ:

XS
SM
MD
LG