ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຢຸດໃຫ້ຖານະ ການປົກປ້ອງ ຊົ່ວຄາວ ແກ່ຊາວເຮຕີ


ຊາວເຮຕີ ຄອບຄົວນຶ່ງ ທີ່ບໍ່ຢາກລະບຸຕົວວ່າ ອາໄສຢູ່ໃນ ສະຫະລັດ ພາຍໃຕ້ຖານະການຖືກປົກປ້ອງຊົ່ວຄາວ ຫຼື TPS ໃຫ້ຄຳເຫັນຕໍ່ສະມາຊິກສື່ມວນຊົນ ໃນນະຄອນໄມອາມີ. 22 ພຶດສະພາ, 2017.
ຊາວເຮຕີ ຄອບຄົວນຶ່ງ ທີ່ບໍ່ຢາກລະບຸຕົວວ່າ ອາໄສຢູ່ໃນ ສະຫະລັດ ພາຍໃຕ້ຖານະການຖືກປົກປ້ອງຊົ່ວຄາວ ຫຼື TPS ໃຫ້ຄຳເຫັນຕໍ່ສະມາຊິກສື່ມວນຊົນ ໃນນະຄອນໄມອາມີ. 22 ພຶດສະພາ, 2017.

ຫຼັງຈາກຫຼາຍປີ ທີ່ໄດ້ຖືກປ້ອງກັນ ຈາກການຖືກເນລະເທດອອກຈາກ ສະຫະລັດ ໃນ
ເວລາທີ່ປະເທດຂອງເຂົາເຈົ້າ ສືບຕໍ່ຟື້ນຟູຕົວຈາກແຜ່ນ ດິນໄຫວ ທີ່ສ້າງຄວາມເສຍ
ຫາຍຢ່າງຮ້າຍແຮງໃນປີ 2010 ນັ້ນ, ຊາວ ເຮຕີ ຫຼາຍສິບພັນຄົນຕອນນີ້ ຈະສູນເສຍ
ຖານະການປ້ອງກັນຄວາມປອດໄພດັ່ງກ່າວ.

ເຈົ້າໜ້າທີ່ອາວຸໂສຂອງລັດຖະບານທ່ານ ທຣຳ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວ
ວ່າ “ພວກເຮົາໄດ້ປະເມີນເງື່ອນໄຂທີ່ພິເສດ ແຕ່ເປັນການຊົ່ວຄາວທັງໝົດ, ທີ່ໄດ້ເຮັດ
ໜ້າທີ່ເປັນພື້ນຖານ ກ່ຽວກັບຂໍ້ກຳນົດຫຼ້າສຸດຂອງປະເທດ ເຮຕີ ນັ້ນ, ແມ່ນໄດ້ມີການ
ປັບປຸງຂຶ້ນຢ່າງພຽງພໍແລ້ວ ດັ່ງນັ້ນ ເຂົາເຈົ້າຈະບໍ່ປ້ອງກັນຊາວ ເຮຕີ ຈາກການເດີນ
ທາງກັບຢ່າງປອດໄພ.” ການປະກາດໄດ້ມີິຂຶ້ນລ່ວງໜ້າເສັ້ນຕາຍສຳລັບການຕັດສິນ
ໃຈ ກ່ຽວກັບ ຊາວ ເຮຕີ ໃນວັນພະຫັດມື້ອື່ນນີ້.

ຖານະການປົກປ້ອງຊົ່ວຄາວ, ຫຼື TPS ຈະຖືກຖອນຄືນຈາກຊາວ ເຮຕີ 60,000 ຄົນ
ທີ່ອາໄສ ແລະ ເຮັດວຽກໃນ ສະຫະລັດ.

ການປົກປ້ອງຈະໝົດອາຍຸໃນວັນທີ 22 ກໍລະກົດ 2019, ໃຫ້ເວລາຊາວ ເຮຕີ ທີ່ອາໄສ
ຢູ່ໃນ ສະຫະລັດ 18 ເດືອນທີ່ຈະເດີນທາງກັບໄປບ້ານເກີດຂອງເຂົາເຈົ້າ ຫຼື ປ່ຽນຖານະ
ຂອງເຂົາເຈົ້າໃຫ້ຖືກຕ້ອງຕາມກົດໝາຍໃນ ສະຫະລັດ. ຊາວ ເຮຕີ ທີ່ມີຖານະ TPS
ມີເວລາ 60 ວັນທີ່ຈະສົ່ງໃບສະໝັກຂອງເຂົາເຈົ້າເພື່ອຕໍ່ຖານະຂອງເຂົາເຈົ້າຈົນຮອດ
ຂີດເສັ້ນຕາຍໃນປີ 2019. ເມື່ອເວລານັ້ນມາຮອດ, ເຂົາເຈົ້າຈະຖືກປ່ຽນກັບຄືນສູ່ຖາ
ນະຄົນເຂົ້າເມືອງ ກ່ອນໜ້ານັ້ນຂອງເຂົາເຈົ້າ. ບັນດາເຈົ້າໜ້າທີ່ລັດຖະບານໄດ້ກ່າວ
ໃນຕອນແລງຂອງວັນຈັນທີ່ຜ່ານມາວ່າ ຊາວ ເຮຕີິ ທີ່ມີຖານະ TPS ຈະບໍ່ຖືກເນລະ
ເທດ ຈົນຮອດກຳນົດເສັ້ນຕາຍ.

ໃນການປະກາດນັ້ນ, ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ສະພາບຕົວຈິງໃນປະເທດ ເຮຕີ ທີ່
ໄດ້ຮັບຜົນກະທົບມາຈາກແຜນດິນໄຫວປີ 2010 ທີ່ໄດ້ນຳໄປສູ່ການສ້າງຕັ້ງຖານະ
TPS ນັ້ນແມ່ນ “ບໍ່ມີອີກຕໍ່ໄປແລ້ວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG