ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ​ຍຸຕິ ການ​ຍົກ​ເວັ້ນ​ລົງ​ໂທດ ເລື້ອງຊື້ຂາຍ​ນ້ຳ​ມັນ​ອີ​ຣ່ານ ໃນວັນ​ພະ​ຫັດ​ມື້​ນີ້


ເຮືອ​ໄວໜ່ວຍພິທັກປະຕິວັດອິ່​ຣ່ານ ອາ​ລັກ​ຂາ​ເຮືອ​ໂດຍ​ສານ ທີ່​ເຫັນ​ຢູ່​ໃກ້​ກັບ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ.
ເຮືອ​ໄວໜ່ວຍພິທັກປະຕິວັດອິ່​ຣ່ານ ອາ​ລັກ​ຂາ​ເຮືອ​ໂດຍ​ສານ ທີ່​ເຫັນ​ຢູ່​ໃກ້​ກັບ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ.

ສະ​ຫະ​ລັດ​ກຳ​ລັງ​ຜູກ​ມັດ​ລົງ​ໂທດດ້ານເສດ​ຖະ​ກິດຕໍ່​ອີ​ຣ່ານ ໂດຍ​ຍຸຕິ​ກາ​ນ​ຍົກ​ເວັ້ນ​ໃນ​ວັນ
​ພະ​ຫັດ​ມື້​ນີ້ ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ຜູ້​ຊື້​ນໍ້າ​ມັນທີ່​ໃຫ​ຍ່​ສຸດຂອງ​ປະ​ເທດ​ດັ່ງກ່າວຊື້ຕໍ່​ໄປ. ​

ດ້ວຍ​ການ​ຍົກ​ເວັ້ນ​ທີ່​ໝົດ​ກຳ​ນົດ​ລົງ​ສຳລັບບັນ​ດາ​ຜູ້​ຊື້ນັ້ນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະ
​ເທດ ທ່ານ​ໄມ​ຄ໌ ພອມ​ພຽວ ຈຶ່ງກ່າວ​ວ່າ ສະ​ຫະ​ລັດ​ຈະ​ພະ​ຍາຍ​າມ “ກົດ​ດັນ​ຢ່າງ​ສຸດ​ຂີດ”
ຕໍ່​ລັດ​ຖະ​ບານ​ອີ​ຣ່ານ.

ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ຮ້ອງການ​ເຄື່ອນ​ໄຫວນີ້ວ່າ ​ເປັນທີ່​ເພີ່ງ​ພໍ​ໃຈ​ຂອງ​ລັດ​ຖະ
​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ “ກາ​ນ​ສົ່ງ​ນ້ຳ​ມັນ​ອອກ​ຂອງ​ອີ​ຣ່ານ
ຈະ​ຕົກ​ສູ່ສູນ ແລະ​ບໍ່ໃຫ້ມີລາຍ​ໄດ້​ຂາເຂົ້າຂອງ​ລະ​ບອບຂອງ​ເຂົາ​ເຈົ້າ​ເພື່ອໃຫ້​ທຶນ​ແກ່​
ການ​ກໍ່​ການ​ຮ້າຍ ແລະ​ສົງ​ຄາມ​ທີ່​ຮ້າຍ​ແຮງ​ຢູ່​ນອກ​ປະ​ເທດ.”

ການ​ເຄື່ອນ​ໄຫວ​ເປັນ​ເທື່ອ​ລ້າ​ສຸດ​ທີ່​ຕໍ່​ເນື່ອງ​ກັນ​ຂອງ​ບາດ​ກ້າວ​ທີ່​ສະ​ຫະ​ລັດໄດ້​ເອົາ ນັບ
​ແຕ່​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ເຂົ້າ​ກຳ​ຕຳ​ແໜ່ງ​ດ້ວ​ຍ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ ​ຈະ​ຖອນ
​ອອກ​ຈາກ​ຂໍ້​ຕົກ​ລົງ​ສາ​ກົນ ທີ່​ຈຳ​ກັດ​ໂຄງ​ການນິ​ວ​ເຄ​ລຍ​ອິ​ຣ່ານ ໃນ​ການ​ແລກ​ປ່ຽນ​ເພື່ອ
ກັບການ​ບັນ​ເທົາ​ທຸກ​ຍ້ອນ​ການ​ລົງ​ໂທດດ້ານ​ເສດ​ຖະ​ກິດນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG