ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຍຸດຕິ ໂຄງການຂະໜານໃຫຍ່ ເພື່ອເກັບກຳຂໍ້ມູນທາງໂທລະສັບ


ສຳນັກງານໃຫຍ່ ອົງການຄວາມໝັ້ນຄົງແຫ່ງຊາດ National Security Agency (NSA) ຕັ້ງຢູ່ໃນຄ້າຍທະຫານ Fort Meade, ລັດ Maryland.
ສຳນັກງານໃຫຍ່ ອົງການຄວາມໝັ້ນຄົງແຫ່ງຊາດ National Security Agency (NSA) ຕັ້ງຢູ່ໃນຄ້າຍທະຫານ Fort Meade, ລັດ Maryland.

ລັດຖະບານກາງສະຫະລັດ ໄດ້ຍຸດຕິ ການເກັບກຳຂໍ້ມູນຂະໜາດ
ໃຫຍ່ຂອງຕົນ ຈາກການໂທລະສັບຫາກັນ ຂອງຊາວອາເມຣິກັນ
ຫຼາຍລ້ານຄົນ.

ການເຄື່ອນໄຫວນັ້ນ ມີຂຶ້ນຫຼັງຈາກ ມີເລື້ອງໂຕ້ແຍ້ງກັນ ລະເບີດ
ຂຶ້ນ ໃນເວລາໂຄງການລັບໄດ້ຖືກເປີດເຜີຍ ໂດຍອະດີດພະນັກ
ງານສັນຍາຈ້າງຂອງລັດຖະບານ ທ້າວ Edward Snowden.

ອົງການຄວາມໝັ້ນຄົງແຫ່ງຊາດສະຫະລັດ ຫຼື NSA ທີ່ຮັບຜິດ
ຊອບ ໂຄງການເກັບກຳຂໍ້ມູນທາງໂທລະສັບ ຢ່າງຫລວງຫຼາຍ
ແມ່ນໄດ້ທົດແທນການປະຕິບັດງານ ດ້ວຍວິທີການວາງເປົ້າ
ໝາຍ ເພື່ອການສອດແນມ ໃຫ້ຫັດແຄບເຂົ້າຫຼາຍຂຶ້ນຕື່ມອີກ ອີງຕາມ ຖະແຫລງການ ໃນ
ວັນສຸກທີ່ຜ່ານມາຂອງອົງການ NSA.

ອົງການ NSA ໄດ້ຍຸດຕິໂຄງການດັ່ງກ່າວນັ້ນ ເມື່ອເວລາ 11:59 ຕອນຄ່ຳ ວັນເສົາວານນີ້
ຕາມເວລາຂອງພາກຕາເວັນອອກຂອງສະຫະລັດ ແລ້ວທົດແທນມັນ ດ້ວຍລະບົບໃໝ່
ທີ່ມີຂະໜາດນ້ອຍລົງກວ່າເກົ່າ.

ບັດນີ້ ພາຍໃຕ້ກົດໝາຍ USA Freedom Act ຖ້າລັດຖະບານຢາກໄດ້ບັນທຶກຂໍ້ມູນ ໂທ
ລະສັບ ລັດຈະຕ້ອງຂໍຮ້ອງໄປຍັງ ບໍລິສັດໂທລະຄົມມະນາຄົມ ທີ່ກ່ຽວຂ້ອງ ໃຫ້ກວດສອບ
ຂໍ້ມູນຂອງຕົນເອງ. ລັດຖະບານສະຫະລັດ ແມ່ນຈະຕ້ອງຍື່ນຄຳຮ້ອງຂອງຕົນ ບົນພື້ນຖານ
ການອີງໃສ່ ບຸກຄົນ ບັນຊີ ທີ່ຢູ່ ຫຼື ອຸປະກອນ ທີ່ຕົນເຈາະຈົງ ໃນທາງທີ່ຈຳກັດຂອບເຂດ
ຂອງຂໍ້ມູນທີ່ຕົນຕ້ອງການນັ້ນ ໃຫ້ສົມເຫດສົມຜົນ ອັນເໝາະສົມ ເທົ່າທີ່ເປັນໄປໄດ້.

ສຳນັກງານຂອງອົງການສືບລັດແຫ່ງຊາດ ກ່າວວ່າ ຂະບວນການໃໝ່ນັ້ນ ອະນຸຍາດໃຫ້
ສະຫະລັດສາມາດລະບຸການສື່ສານລະຫວ່າງພວກກໍ່ການຮ້າຍ ຢູ່ນອກປະເທດ ແລະ
ບຸກຄົນຕ່າງໆ ໃນສະຫະລັດ ຂະນະທີ່ປົກປ້ອງສິດທິຄວາມເປັນການສ່ວນຕົວ ໃຫ້ເຂັ້ມ
ແຂງ ສຳລັບຊາວອາເມຣິກັນໝົດທຸກຄົນ. ຖະແຫລງການຂອງອົງການດັ່ງກ່າວ ເວົ້າວ່າ
“ການຂົ່ມຂູ່ຂອງພວກກໍ່ການຮ້າຍ ຫຼື ຄວາມຄາດຫວັງສຳລັບ ສິດຄວາມເປັນ ສ່ວນຕົວ
ຂອງຊາວອາເມຣິກັນ ແມ່ນຈະບໍ່ລຸດນ້ອຍຖອຍລົງ.”

ພາຍໃຕ້ໂຄງການເກັບກຳຂໍ້ມູນຂະໜາດໃຫຍ່ ທີ່ກຳລັງຈະໝົດກຳນົດ ລັດຖະບານໄດ້ເກັບ
ກຳຂໍ້ມູນກ່ຽວກັບ ການໂທຫາກັນ ລວມທັງການໄລຍະ ຂອງການລົມກັນ ແລະ ເບີໂທລະ
ສັບ ທີ່ກ່ຽວຂ້ອງ ແຕ່ເນື້ອໃນຂອງການສົນທະນາກັນ ແມ່ນບໍ່ໄດ້ຖືກຕິດຕາມ ບໍ່ໄດ້ຖືກບັນ
ທຶກ ຫຼື ເກັບໄວ້.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວເມື່ອເດືອນມັງກອນຜ່ານມາ ວ່າ
ການເກັບກຳຂໍ້ມູນຂະໜາດໃຫຍ່ ຄວນສິ້ນສຸດເສຍ. ໃນເດືອນມິຖຸນາ ລັດຖະສະພາ ໄດ້
ຫ້າມໂຄງການນັ້ນ ຢ່າງເປັນທາງການ ແຕ່ໄດ້ອະນຸຍາດ ໃຫ້ເວລາ 6 ເດືອນ ເພື່ອທຳການ
ປ່ຽນແປງ ຊຶ່ງໄດ້ໝົດກຳນົດລົງ ນາທີດຽວກ່ອນຕອນກາງຄືນວັນເສົາວານນີ້.

NSA Phone Surveillance
please wait

No media source currently available

0:00 0:00:38 0:00

XS
SM
MD
LG