ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ຊຸກຍູ້ການສະໜັບສະໜຸນຕໍ່ຜູ້ປະທ້ວງຊາວອີຣ່ານ


ຜູ້ປະທ້ວງ ພາກັນເດີນຂະບວນຜ່ານຫໍລັດຖະສະພາສະຫະລັດ ໃນລະຫວ່າງການໂຮມຊຸມນຸມ ແລະການເຝົ້າຕິດຕາມໃນຄວາມເປັນນໍ້ານຶ່ງໃຈດຽວກັນຂອງການປະທ້ວງຢ່າງຕໍ່ເນື່ອງຢູ່ໃນ ອີຣ່ານ, ແລະເພື່ອເປັນກຽດໃຫ້ແກ່ບັນດາຜູ້ປະທ້ວງທີ່ໄດ້ຖືກກ່າວວ່າ ຖືກສັງຫານໂດຍລັດຖະບານອີຣ່ານ, ໃນວັນເສົາ, ທີ 17 ທັນວາ 2022, ໃນນະຄອນຫຼວງວໍຊິງຕັນ.
ຜູ້ປະທ້ວງ ພາກັນເດີນຂະບວນຜ່ານຫໍລັດຖະສະພາສະຫະລັດ ໃນລະຫວ່າງການໂຮມຊຸມນຸມ ແລະການເຝົ້າຕິດຕາມໃນຄວາມເປັນນໍ້ານຶ່ງໃຈດຽວກັນຂອງການປະທ້ວງຢ່າງຕໍ່ເນື່ອງຢູ່ໃນ ອີຣ່ານ, ແລະເພື່ອເປັນກຽດໃຫ້ແກ່ບັນດາຜູ້ປະທ້ວງທີ່ໄດ້ຖືກກ່າວວ່າ ຖືກສັງຫານໂດຍລັດຖະບານອີຣ່ານ, ໃນວັນເສົາ, ທີ 17 ທັນວາ 2022, ໃນນະຄອນຫຼວງວໍຊິງຕັນ.

ໂຄສົກກະຊວງການຕ່າງປະເທດຂອງສະຫະລັດ ທ່ານເນັດ ໄພຣສ໌ ກ່າວໃນວັນຈັນວານນີ້ວ່າ ສະຫະລັດຊຸກຍູ້ໃຫ້ປະເທດຕ່າງໆຢູ່ໃນທົ່ວໂລກຈົ່ງ “ຢືນຄຽງຂ້າງກັບບັນດາຜູ້ປະທ້ວງທີ່ມີຄວາມກ້າຫານທັງຫຼາຍ ຢູ່ໃນອີຣ່ານ, ເຊິ່ງໄດ້ພາກັນສະ ແດງອອກກ່ຽວກັບສິດທິຂອງພວກເຂົາເຈົ້າ ​ເຊິ່ງເປັນ​ສິດ​ທິສາກົນ ຄືກັນກັບຜູ້ຄົນທັງຫຼາຍຢູ່ໃນທົ່ວໂລກ.”

​ເມື່ອຖືກຖາມຈາກນັກຂ່າວ ໃນລະຫວ່າງການຖະແຫຼງຂ່າວກ່ຽວກັບຄວາມພະຍາ ຍາມໃນການສະໜັບສະໜຸນ ການເຂົ້າເຖິງລະບົບອິນເຕີເນັດທີ່​ເສ​ລີ ໃນວັນຈັນວານນີ້, ທ່ານໄພຣສ໌ ກ່າວວ່າ ສະຫະລັດແລະຄູ່ຮ່ວມ​ພາ​ຄີ​ໃນຢູໂຣບ ໄດ້ພາກັນ ດໍາເນີນບາດກ້າວເພື່ອອໍານວຍຄວາມສະດວກໃຫ້ແກ່ລະບົບຄົມມະນາຄົມສື່ສານ ທັງພາຍໃນອີຣ່ານ ແລະພາຍນອກ, ພ້ອມທັງການອະນຸຍາດໃຫ້ບໍລິສັດເທັກໂນໂລຈີ ຈັດສົ່ງອຸປະກອນຕ່າງໆໄປປະເທດອີຣ່ານໂດຍປາສະຈາກຄວາມຢ້ານກົວກ່ຽວກັບການລະເມີດການລົງໂທດຕ່າງໆ.

ອີຣ່ານໄດ້ມີການຈໍາກັດດ້ານບໍລິການລະບົບອິນເຕີເນັດ ເຊິ່ງເປັນສ່ວນນຶ່ງສໍາລັບ ການຕອບໂຕ້ຕໍ່ການປະທ້ວງ ທີ່ແຜ່ລາມໄປທົ່ວປະເທດ ລຸນຫຼັງການເສຍຊີວິດຂອງນາງມາຊາ ອາມີນີ ອາຍຸ 22 ປີ ໃນລະຫວ່າງທີ່ຖືກຄວບຄຸມໂຕໂດຍເຈົ້າໜ້າທີ່ຕໍາຫຼວດ ໃນຊ່ວງເດືອນກັນຍາທີ່ຜ່ານມາ. ນາງຖືກຄວບຄຸມໂຕເນື່ອງຈາກຂໍ້ຫາກ່ຽວກັບການລະເມີດລະບຽບການແຕ່ງກາຍທີ່ເຂັ້ມງວດຂອງປະເທດ, ແລະການປະທ້ວງດັ່ງກ່າວມານັ້ນ ຍັງໄດ້ລວມເຖິງການຮຽກຮ້ອງໃຫ້ມີການປະຕິຮູບຢູ່ໃນ ອີຣ່ານ ໃນວົງກວ້າງ.

ທ່ານໄພຣສ໌ ໄດ້ກ່າວກັບບັນດານັກຂ່າວວ່າ “ມັນເປັນນະໂຍບາຍຂອງສະຫະລັດ ສໍາລັບການຢືນຄຽງບ່າຄຽງໄຫຼ່ ກັບຜູ້ໃຊ້ສິດທິຂອງພວກເຂົາເຈົ້າຢ່າງສັນຕິວິທີ. ພວກເຮົາກໍາລັງດໍາເນີນການຢູ່ທີ່ນີ້, ພວກເຮົາກໍຍັງໄດ້ຊຸກຍູ້ໃຫ້ປະເທດຕ່າງໆຢູ່ໃນທົ່ວໂລກ ຈົ່ງດໍາເນີນການໃນແບບດຽວກັນນີ້, ແລະພວກເຮົາກໍຈະຮ່ວມມືກັບປະເທດຕ່າງໆຢູ່ໃນທົ່ວໂລກ ເພື່ອດໍາເນີນການໃນລັກສະນະອັນດຽວກັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG